ອີຢິບຂຸດພົບໂລງສົບໄມ້ມັມມີ່ບູຮານ ຫລາຍກວ່າ 27 ໂລງ ຖືກຝັງໃຕ້ດິນມາແລ້ວ 2,500 ປີ


ທີມນັກບູຮານນະຄະດີໃນປະເທດອີຢິບ ພາກັນຕື່ນເຕັ້ນຢ່າງໃຫຍ່ ເມື່ອບັງເອີນຂຸດພົບໂລງໄມ້ບູຮານ ທີ່ມີມັມມີ່ຢູ່ໃນຫັ້ນ 27 ໂລງ ໃນສຸສານທີ່ຢູ່ເມືອງ ຊັກຄາຣາ ໃກ້ກັບເມືອງຫລວງໄຄໂຣ ປະເທດອີຢິບ. ໂດຍຜູ່ຊ່ຽວຊານແຈ້ງໃຫ້ຮູ້ເບື້ອງຕົ້ນວ່າ ໂລງເຫລົ່ານີ້ຖືກຝັງມາຫລາຍກວ່າ 2,500 ປີ ແລະຖືກປິດຕາຍ ບໍ່ເຄີຍຖືກເປີດອອກມາສູ່ໂລກພາຍນອກເລີຍ.

ຂ່າວຈາກ ບີບີຊີ ລາຍງານໃນວັນທີ 21 ກັນຍາ 2020 ທີ່ຜ່ານມາວ່າ ນັກບູຮານນະຄະດີໃນອີຢິບ ຂຸດພົບໂລງທີ່ມີມັມມີ່ຈຳນວນກວ່າ 27 ໂລງ ເຊິ່ງເປັນເລື່ອງທີ່ຫນ້າຕື່ນເຕັ້ນຫລາຍ. ເຊິ່ງຜູ່ຊ່ຽວຊານລະບຸວ່າ ການພົບໂລງຈຳນວນ 27 ໂລງໃນຄັ້ງນີ້ ນັບວ່າເປັນການຂຸດພົບໂລງໄມ້ມັມມີ່ ຈຳນວນຫລາຍພ້ອມກັນຄັ້ງນຶ່ງໃນປະຫວັດສາດອີີຢິບເລີຍ ໂດຍທີມຂຸດ ຕ້ອງຂຸດລົງໄປເລິກເຖິງ 10,97 ແມັດ ແລະໂລງເຫລົ່ານີ້ມີລວດລາຍ ທີ່ຖືກແຕ້ມ ຖືກທາສີ ຍັງຢູ່ໃນສະພາບທີ່ສົມບູນຫລາຍ ອາດຍ້ອນຖືກຝັງແບບປິດຕາຍມາຕະຫລອດໄລຍະ 2,500 ປີ ໂດຍບໍ່ມີໃຜໄປແຕະຕ້ອງຫລືຂຸດຂຶ້ນມາເລີຍ.

ທາງກະຊວງບູຮານນະຄະດີຂອງອີຢິບ ກ່າວກັບນັກຂ່າວວ່າ ການຂຸດພົບຄັ້ງນີ້ຫນ້າຕື່ນເຕັ້ນຫລາຍ ນອກຈາກໂລງສົບແລ້ວ ຍັງພົບຮູບປັ້ນ ຮູບແກະສະຫລັກ ຈຳນວນຫລາຍ ເຊິ່ງຫລັງຈາກນີ້ ຈະມີການນຳໄປສຶກສາ ແລະໄຂຄວາມລັບຂອງ ສຸສານແຫ່ງນີ້ອອກສູ່ສັງຄົມໃນອະນາຄົດ.

ທີ່ມາ:

https://www.thairath.co.th/news/foreign/1934332