How to ເລືອກໃຊ້ກັນແດດສູດສະເປແບບບໍ່ໃຫ້ໜ້າເພຫນ້າພັງ


ດ້ວຍສະພາບອາກາດຮ້ອນທີ່ສຸດຂອງປະເທດລາວ ສິ່ງຂອງບາງຢ່າງທີ່ເຮົາຈະບໍ່ຄວນຈະລືມເລີຍແມ່ນການທາຄີມກັນແດດ. ເຊິ່ງດຽວນີ້ ຄີມກັນແດດກໍມີຫຼາກຫຼາຍຊະນິດໃຫ້ເຮົາເລືອກ ໂດຍສະເພາະແມ່ນການສີດສະເປກັນແດດ; ແຕ່ວ່າ ການໃຊ້ສະເປກັນແດດໃຫ້ຖືກຕ້ອງນັ້ນ ຕ້ອງນຳໃຊ້ແບບບໍ່ໃຫ້ໃບ ໜ້າພັງ ເຊິ່ງເຮົາກໍໄດ້ຮວບຮວມວິທີການໄວ້ໃຫ້ທຸກຄົນໄດ້ຮູ້ຈັກແລ້ວ ດັ່ງຕໍ່ໄປນີ້:

  1. ເບິ່ງຄວາມສາມາດທີ່ລະບຸໄວ້ໃນໂຕສິນຄ້າ

ໃນການເລືອກໃຊ້ສະເປກັນແດດນັ້ນ ເຮົາຄວນຈະອ່ານເບິ່ງວ່າຄຳແນະນຳທີ່ຂຽນໄວ້ຂອງສິນຄ້ານັ້ນຂຽນວ່າແນວໃດ. ມັນໃຊ້ໄດ້ທັງໜ້າ ແລະຮ່າງກາຍ ຫຼື ບໍ່; ຖ້າລະບຸວ່າສີດໄດ້ແຕ່ໃບໜ້າ ກໍຄວນສີດສະເພາະໜ້າ ບໍ່ແມ່ນຫຍັງໃດ ເພາະວ່າສະເປກັນແດດສູດທີ່ໃຊ້ສະເພາະໜ້າຈະມີຄວາມອ່ອນໂຍນຕໍ່ຜິວໜ້າ ແລະ ລາຄາແພງກວ່າສູດໃຊ້ສໍາລັບຜິວຮ່າງກາຍ; ຖ້າລະບຸວ່າສີດໄດ້ແຕ່ຮ່າງກາຍນັ້ນ ໝາຍຄວາມວ່າສະເປກັນແດດນີ້ຄວນໃຊ້ສະເພາະຮ່າງກາຍ ຢ່າໃຊ້ມັນໃສ່ໃບໜ້າເພາະມັນອາດຈະເຮັດໃຫ້ໃບໜ້າພັງໄດ້.

  • ເບິ່ງສ່ວນປະສົມ

ໃນສະເປກັນແດດຫລາຍຍີ່ຫໍ້ ບາງຄັ້ງມີສ່ວນປະກອບທີ່ເຮົາອາດຈະມີອາການຜິດແພ້ໄດ້. ສະນັ້ນ, ກ່ອນອື່ນໝົດ ເຮົາຕ້ອງຮູ້ວ່າຕົວເອງມີອາການແພ້ຫຍັງໃນເຄື່ອງສຳອາງ ຫຼື ສ່ວນປະກອບອື່ນໆທີ່ລະບຸໃນສິນຄ້ານັ້ນຫລືບໍ່. ຈາກນັ້ນ ເຮົາຕ້ອງຫລີກລ້ຽງຜະລິດຕະພັນກັນແດດຂອງຍີ່ຫໍ້ນັ້ນ. ເພາະວ່າຖ້າມັນເກີດອາການແພ້ມາ ການຮັກສາແມ່ນແນ່ນອນບໍ່ກຸ້ມຄ່າເລີຍ.

  • ໃຊ້ໃຫ້ຖືກວິທີ

ການໃຊ້ສະເປກັນແດດທີ່ຖືກຕ້ອງກັບໃບໜ້າຂອງເຮົາ ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງສີດມັນໃສ່ໃບໜ້າຂອງເຮົາໂດຍກົງ. ແຕ່ເມື່ອເຮົາໃຊ້ມັນ ຄວນສີດມັນໃສ່ຝາມືກ່ອນ ແລ້ວຫຼັງຈາກນັ້ນໃຊ້ມືຂອງເຮົາໄປທາໃສ່ໃບໜ້າ ເພື່ອຫລີກລ່ຽງຮອບດວງຕາ ແລະ ປາກເຊິ່ງເປັນພື້ນທີ່ເທິງໃບໜ້າທີ່ລະອຽດອ່ອນ. ສິ່ງສຳຄັນກວ່ານັ້ນ ກ່ອນເຮົາຈະສີດສະເປກັນແດດໃສ່ໜ້າ ຕ້ອງທົດລອງສີດໃສ່ຂໍ້ພັບແຂນຂອງຕົວເອງກ່ອນ ຈຶ່ງຈະຮູ້ວ່າເຮົາຈະແພ້ສະເປ ຫຼື ບໍ່. ການສີດແມ່ນສີດປະໄວ້ປະມານ 15 – 30 ນາທີ, ຖ້າບໍ່ມີຜື່ນ ໝາຍຄວາມວ່າເຮົາສາມາດໃຊ້ມັນໄດ້. ແຕ່ຖ້າມີອາການແດງ ຫຼື ຄັນແມ່ນແນ່ນອນວ່າເຮົາບໍ່ສາມາດໃຊ້ມັນໄດ້.

  • ສີດສະເປກັນແດດກ່ອນອອກແດດ

ເມື່ອເຮົາໄດ້ສີດສະເປກັນແດດ ແລະ ທາຮຽບຮ້ອຍແລ້ວ, ກໍບໍ່ຄວນໄປຕາກແດດທັນທີ. ຄວນປະໄວ້ປະມານຈັກ 20 ນາທີໃນບ່ອນຮົ່ມເພື່ອໃຫ້ກັນແດດສາມາດເຮັດວຽກໄດ້ດີທີ່ສຸດ. ເຮົາຍັງສາມາດສີດໃໝ່ໄດ້ໃນທຸກໆ 2 ຊົ່ວໂມງຖ້າແດດແຮງ. ສິ່ງສຳຄັນ ຕ້ອງເບິ່ງເປີເຊັນຂອງກັນແດດຂອງ ສະເປທີ່ເຮົາຊື້ມາວ່າ ສາມາດກັນໄດ້ຈັກເປີເຊັນ. ແຕ່ຖ້າມີການຫລີ້ນນໍ້າ, ແນວໃດກໍຕາມຕ້ອງໄດ້ສີດສະເປອີກເທື່ອໜຶ່ງກ່ອນທີ່ຈະເຂົ້າໄປຫຼິ້ນນໍ້າ ແລະ ຫລັງຈາກທີ່ຫຼິ້ນນໍ້າແລ້ວເຊັ່ນດຽວກັນ.

ເມື່ອເຮົາຮູ້ວິທີໃຊ້ພວກມັນ, ສາມາດຮັບປະກັນໄດ້ເລີຍວ່າເຮົາຈະໃຊ້ຜະລິດຕະພັນປ້ອງກັນແສງແດດຍີ່ຫໍ້ໃດກໍຕາມ. ຖ້າໃຊ້ຖືກຕ້ອງ ແລະ ຮູ້ຈັກສ່ວນປະກອບ ເຮົາຈະສາມາດຫລີກລ່ຽງ ອາການແພ້ທີ່ຈະທຳລາຍໃບໜ້າຂອງເຮົາ ແລະ ຢ່າລືມປົກປ້ອງຜິວຂອງທ່ານດ້ວຍວິທີອື່ນເຊັ່ນກັນ ເພື່ອບໍ່ໃຫ້ແສງແດດທຳລາຍຜິວຂອງຕົວເອງ.

ຄວາມຮູ້ເສີມ ໃນມື້ທີ່ຝົນຕົກ ຟ້າຄຶ້ມ ແດດບໍ່ສູ້ອອກ ກໍຄວນໃຊ້ຄຣີມຫລືສະເປກັນແດດເຊັ່ນດຽວກັນ ຖ້າຫາກທ່ານຈະໄປເຮັດກິດຈະກຳກາງແຈ້ງ ນັ້ນກໍຍ້ອນວ່າ ເຖິງຟ້າຈະຄຶ້ມມີເມກບັງແດດ ແຕ່ຣັງສີຢູວີ ນັ້ນຍັງສາມາດທະລຸເມກລົງມາໄດ້ ເຮັດໃຫ້ເຮົາຈະຖືກຣັງສີຢູວີ ເຜົາໄຫມ້ບໍ່ຕ່າງຫຍັງກັບມື້ທີ່ແດດກ້າໆເລີຍ.

ທີ່ມາ: https://www.sanook.com/women/168015/

ແປໂດຍ: Duck_Jipjip