10 ອັນດັບຮູບເງົາສະຫຍອງຂວັນທີ່ເປັນຕາຢ້ານທີ່ສຸດ ວັດຜົນດ້ວຍຫລັກວິທະຍາສາດ


ສຳຫຼັບແຟນໆຮູບເງົາສະຫຍອງຂວັນທັງຫຼາຍແລ້ວ ອາດຈະສົງໄສວ່າ ຮູບເງົາເລື່ອງໃດທີ່ເປັນຕາຢ້ານທີ່ສຸດແຕ່ຄວາມຈິງແລ້ວ ມີການຈັດອັນດັບຮູບເງົາເລື່ອງຜີໄວ້ຢ່າງຫຼາກຫຼາຍ ເຊິ່ງແຕ່ລະເລື່ອງກໍຂຶ້ນຢູ່ກັບຄວາມມັກຂອງຜູ້ຈັດອັນດັບ ແຕ່ຈະເປັນຢ່າງໃດ ຖ້າເຮົາລອງເອົາ “ການທົດລອງທາງວິທະຍາສາດ” ມາທຽບກັນເບິ່ງວ່າຮູບເງົາສະຫຍອງຂວັນເລື່ອງໃດທີ່ເປັນຕາຢ້ານທີ່ສຸດ ມັນອາດຈະເປັນການຈັດອັນດັບທີ່ໜ້າສົນໃຈບໍ່ໜ້ອຍເລີຍ.

ໂດຍການທົດລອງນີ້ ຖືກຈັດຂຶ້ນໂດຍບໍລິສັດທີ່ຊື່ວ່າ Buzz Bingo ໂດຍການໃຫ້ອາສາສະໝັກເຂົ້າໄປນັ່ງເບິ່ງຮູບເງົາຜີແຕ່ລະເລື່ອງທີ່ແຟນໆໂຫວດແນະນຳກັນເຂົ້າມາ ຈາກນັ້ນກໍໃຊ້ການວັດອັດຕາການເຕັ້ນຂອງຫົວໃຈ.

ຍິ່ງຫົວໃຈເຕັ້ນແຮງ ແລະ ໄວຫຼາຍເທົ່າໃດ ກໍຍິ່ງໝາຍຄວາມວ່າອາສາສະໝັກມີ “ຄວາມຢ້ານ” ຫຼາຍເທົ່ານັ້ນ ຈາກນັ້ນກໍຈະເອົາຂໍ້ມູນຈາກການເບິ່ງຮູບເງົາທຸກເລື່ອງມາຈັດອັນດັບ.

“ຕາມທໍາມະຊາດແລ້ວ ຫາກເຈົ້າຮູ້ສຶກຢ້ານກົວ ຕ່ອມໝວກຫມາກໄຂ່ຫລັງຂອງເຈົ້າຈະປ່ອຍອະດີນາລີນອອກມາໃນລະບົບເລືອດ ສົ່ງຜົນໃຫ້ຫົວໃຈເຕັ້ນໄວຂຶ້ນ ຈາກນັ້ນຮ່າງກາຍຂອງເຈົ້າຈະຕອບສະໜອງດ້ວຍສັນຊາດຕະຍານພາຍໃນໂຕຂອງເຮົາອອກມາ ນັ້ນກໍຄືກົນໄກການຕອບສະຫນອງຕໍ່ສະຖານະການທີ່ຢ້ານ”

“ເພື່ອຄົ້ນຫາວ່າຮູບເງົາສະຫຍອງຂວັນເລື່ອງໃດເປັນຕາຢ້ານທີ່ສຸດ ເຮົາກໍເລີຍຮັບອາສາສະໝັກໃຫ້ມານັ່ງເບິ່ງເລື່ອງຜີທັງໝົດ 10 ເລື່ອງ ໂດຍການໃຫ້ພວກເຂົາສວມໃສ່ເຄື່ອງວັດອັດຕາການເຕັ້ນຂອງຫົວໃຈເອົາໄວ້ນຳ” ຄຳຖະແຫຼງຂອງບໍລິສັດ Buzz Bingo.

ຜົນການຈັດອັນດັບ ໄດ້ອອກມາດັ່ງນີ້:

ອັນດັນທີ 10: The Messengers

ອັນດັນທີ 9: Extraterrestrial

ອັນດັນທີ 8: Resident Evil The Final Chapter

ອັນດັນທີ 7: Banshee Chapter

ອັນດັນທີ 6: Sinister

ອັນດັນທີ 5: The Haunting in Connecticut 2

ອັນດັນທີ 4: Annabelle Creation

ອັນດັນທີ 3: The conjuring 2

ອັນດັນທີ 2: The Haunting in Connecticut

ອັນດັນທີ 1: Insidious

ເຖິງຢ່າງໃດກໍຕາມ ການຈັດອັນດັບນີ້ຈະມີການໃຫ້ຄະແນນແບ່ງອອກເປັນ 3 ສ່ວນດ້ວຍກັນຄື: ຄວາມຕຶງຄຽດ, ອັດຕາການເຕັ້ນຂອງຫົວໃຈຕໍ່ນາທີສູງທີ່ສຸດ ແລະ ມີຊ່ວງທີ່ເປັນຕາຢ້ານຫຼາຍທີ່ສຸດ.

ແຕ່ລະສ່ວນຈະມີຄະແນນ 10 ຄະແນນດ້ວຍກັນ ພໍເອົາມາລວມກັນກໍຈະໄດ້ເຕັມ 30 ຄະແນນ.

ຕາລາງຄະແນນ ນັ້ນຫມາຍຄວາມວ່າ ຫນັງທີ່ໄດ້ອັບດັບຕົ້ນໆ ສາມາດເຮັດໃຫ້ຄົນເບິ່ງມີອາການໃຈເຕັ້ນແຮງ ຫລາຍຊ່ວງ ແລະຍາວນານ ເຊິ່ງບາງທີ່ບໍ່ຕິດອັບດັບ ອາດຈະມີສາກທີ່ໂຄດຫນ້າຢ້ານ ໂຄດຫລອນ ແຕ່ຜັດມີສາກເຫລົ່ານັ້ນຫນ້ອຍ ເຮັດໃຫ້ໄດ້ຄະແນນບໍ່ດີທໍ່ກັບເລື່ອງທີ່ຕິດ 10 ອັນດັບນັ້ນເອງ.

ແຫຼ່ງທີ່ມາ: https://www.catdumb.tv/rate-horror-movie-with-science-119/?fbclid=IwAR0zXFFb9GYD9abJNFa_8MzHenUfBYDK3u3Jt1bj2odiuDJPyu4OsVYWddQ