ສຶກສາຮຽນຮູ້ ແລະ ວິທີຮັບມືກ່ຽວກັບໂຣກຊືມເສົ້າ.


ໂຣກຊືມເສົ້າ ເປັນອີກໂຣກໜື່ງທີ່ສາມາດເກິດຂື້ນໄດ້ໃນຊ່ວງຊີວິດຂອງຄົນເຮົາຄືກັບໂຣກທາງກາຍຍະພາບອື່ນໆເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ. ການເປັນໂຣກຊືມເສົ້າບໍ່ໄດ້ໝາຍຄວາມວ່າຜູ້ທີ່ເປັນນັ້ນຈະເປັນຄົນທີ່ອ່ອນແອ ລົ້ມເຫຼວ ຫຼື ບໍ່ມີຄວາມສາມາດ ແຕ່ເປັນພຽງອາການເຈັບປ່ວຍຢ່າງໜຶ່ງ ເກີດຂື້ນໄດ້ໂດຍມີສາເຫດເຊັ່ນ: ການສູນເສຍ, ການຫຍ່າຮ້າງ, ຄວາມຜິດຫວັງ ແລະ ເກິດໄດ້ເອງໂດຍບໍ່ມີສາເຫດໃດໆ ເຊິ່ງໃນປັດຈຸບັນໂຣກນີ້ສາມາດຮັກສາໃຫ້ຫາຍຂາດໄດ້ດ້ວຍການໃຊ້ຢາ ແລະ ການຮັກສາທາງຈິດໃຈ ຫຼື ທັ້ງສອງຢ່າງນີ້ຮວມກັນ.

ໂຣກຊືມເສົ້າ ທາງການແພດ ຫຼື Clinical depression ໝາຍເຖິງ ພາວະຊືມເສົ້າທີ່ມີຫຼາຍກວ່າອາລົມໂສກເສົ້າ ແລະ ເປັນພະຍາດສະພາບອີກແບບໜຶ່ງທີ່ພົບພໍ້ໄດ້ໃນຫຼາຍໆໂຣກທາງຈິດຕະເວດ ໂດຍສະເພາະໂຣກທາງອາລົມຄື: ໂຣກຊືມເສົ້າ (Major Depressive Disorder ຫຼື Depressive Episode) ແລະ ໂຣກໄບໂພລ່າ (Bipolar Disorder) ຫລື ສານຈາກຢາບາງຊະນິດສາມາດເຮັດໃຫ້ເກີດອາການຊືມເສົ້າທີ່ຮຸນແຮງໄດ້.

ສາເຫດຂອງໂຣກຊືມເສົ້າ.

ສາເຫດທີ່ຈະກະຕຸ້ນການເກິດເປັນໂຣກຊືມເສົ້າທີ່ພົບເຫັນຕະຫຼອດຄື: ການມີທັ້ງຄວາມສ່ຽງທາງກຳມະພັນ, ທາງສະພາບຈິດໃຈ, ປະສົມກັບການພົບພໍ້ກັບສະຖານະການຮ້າຍແຮງ ລວມກັນທັ້ງ 3 ປັດໄຈ.

  1. ໂຣກຊືມເສົ້າເກິດຈາກຄວາມຕຶງຄຽດ ແຕ່ທັ້ງນີ້ຄົນທີ່ບໍ່ເຄີຍມີພີ່ນ້ອງທີ່ເຄີຍປ່ວຍເປັນໂຣກນີ້ໄດ້ ມັກພົບວ່າຜູ້ປ່ວຍໂຣກນີ້ຈະມີຄວາມຜິດປົກກະຕິຂອງລະດັບສານເຄມີທີ່ເຊວສະໝອງສ້າງຂື້ນເພື່ອຮັກສາສົມດຸນຂອງອາລົມ.
  2. ສະພາບຈິດໃຈທີ່ເກິດຈາກການລ້ຽງດູ ກໍເປັນປັດໄຈທີ່ສ່ຽງອີກປະການໜື່ງຕໍ່ການເກິດໂຣກຊືມເສົ້າໄດ້ເຊັ່ນກັນ ຄົນທີ່ຂາດຄວາມພູມໃຈໃນຕົນເອງມັກເບິ່ງວ່າຕົນເອງ ແລະ ໂລກທີ່ຢູ່ໃນແງ່ລົບຕະຫຼອດເວລາ ຫຼື ຄຽດງ່າຍ ເມື່ອພົບກັບມໍລະສຸມຊີວິດ ລ້ວນແຕ່ເຮັດໃຫ້ພວກຄົນເຫຼົ່ານີ້ມີໂອກາດປ່ວຍເປັນໂຣກຊືມເສົ້າໄດ້ງ່າຍຂື້ນ.
  3. ການປະເຊີນກັບສະຖານະຮ້າຍແຮງ ເຊັ່ນ: ຫາກຊີວິດພົບກັບການສູນເສຍຄັ້ງຍິ່ງໃຫຍ່, ເຈັບປ່ວຍຊຳເຮື້ອ, ຄວາມສຳພັນກັບຄົນໃກ້ຊິດບໍ່ດີ ຫລື ຕ້ອງມີການປ່ຽນແປງໃນທາງທີ່ບໍ່ປາຖະໜາກໍອາດກະຕຸ້ນໃຫ້ໂຣກຊືມເສົ້າເກິດຂື້ນໄດ້.

9 ອາການຂອງໂຣກຊືມເສົ້າ.

  1. ໂຣກຊືມເສົ້າຈະມີອາການຮູ້ສຶກໂສກເສົ້າໃຈ, ໝົ່ນໝອງ, ຫງຸດຫງິດ ຫຼືຶ ຮູ້ສຶກກັງວົນບໍ່ສະບາຍໃຈ
  2. ຂາດຄວາມສົນໃຈຕໍ່ສິ່ງແວດລ້ອມອ້ອມຂ້າງ ຫຼື ສິ່ງທີ່ເຄີຍໃຫ້ມ່ວນຊື່ນໃນອາດີດ
  3. ນ້ຳໜັກລົດລົງ ຫຼື ເພິ່ມຂື້ນ ຄວາມຢາກອາຫານປ່ຽນແປງໄປ
  4. ນອນບໍ່ຫຼັບ ຫຼື ນອນຫຼາຍເກີນໄປຜິດປົກກະຕິ
  5. ຄົນທີ່ເປັນໂຣກຊືມເຊົ້າຈະຮູ້ສືກຜິດ, ສິ້ນຫວັງ ຫຼື ຮູ້ສຶກວ່າຕົນເອງບໍ່ມີຄ່າ
  6. ບໍ່ມີສະມາທິບໍ່ສາມາດຕັດສິນໃຈເອງໄດ້ ແລະ ຄວາມຈື່ຈຳຫນ້ອຍລົງ
  7. ອ່ອນເພຍ ເມື່ອຍ ບໍ່ມີເຫື່ອແຮງ
  8. ກະວົນກະວາຍບໍ່ຢາກເຮັດກິດຈະກຳໃດໆ
  9. ຄິດຮອດແຕ່ຄວາມຕາຍ ແລະ ຢາກຂ້າຕົວຕາຍ

ຖ້າຫາກທ່ານມີອາການແບບນີ້ຫຼາຍຂໍ້ເປັນເວລາຫຼາາຍກວ່າ 2 ອາທິດ ທ່ານອາດຈະກຳລັງເປັນ ໂຣກຊືມເສົ້າ  ຫາກມີປະຫວັດການເຈັບປ່ວຍຂອງໂຣກນີ້ໃນພີ່ນ້ອງຂອງທ່ານມັນກໍ່ຈະເພິ່ມອາການປ່ວຍໂຣກນີ້ກັບສະມາຊິກຄົນອື່ນໃນບ້ານຂອງທ່ານ ແຕ່ມັນກໍ່ບໍ່ໄດ້ແປວ່າຈະເປັນກັນໄດ້ໝົດທຸກຄົນ.

ການຮັກສາໂຣກຊືມເສົ້າ.

ໂຣກຊືມເສົ້າ ສາມາດຮັກສາໃຫ້ຫາຍໄດ້ດ້ວຍວິທີການຮັກສາທາງຈິດໃຈ ແລະ ການຮັກສາດ້ວຍຢາຫຼາຍຊະນິດ ໂດຍທີ່ແຕ່ລະຄົນອາດຕອບສະໜອງຕໍ່ການຮັກສາແຕ່ລະຊະນິດບໍ່ເທົ່າກັນ ບາງຄົນອາດຕ້ອງການການຮັກສາຫຼາຍຢ່າງຮ່ວມກັນ ການກິນຢາຈະເຮັດໃຫ້ອາການຂອງໂຣກຊືມເສົ້າດີຂື້ນໄວ ໃນຂະນະທີ່ການຮັກສາທາງຈິດໃຈຈະຊ່ວຍໃຫ້ມີ ພູມຕ້ານທານ ສາມາດຕໍ່ສູ້ກັບບັນຫາທີ່ເຂົ້າມາໄດ້ດີກວ່າເກົ່າ ສ່ວນໃຫຍ່ແລ້ວການຮັກສາໂຣກຊືມເສົ້າບໍ່ຈຳເປັນຕ້ອງມານອນຮັກສາໃນໂຮງໝໍແຕ່ຢ່າງໃດ ເມື່ອອາການຂອງໂຣກຮຸນແຮງຈົນອາດມີອັນຕະລາຍຈາກການພະຍາຍາມຂ້າໂຕຕາຍ ຫຼື ຜູ້ປ່ວຍບໍ່ສາມາດກິນຢາໄດ້ ຫຼື ບໍ່ມີການຕອບສະໜອງຕໍ່ການຮັກສາດ້ວຍຢາ ອາດໃຫ້ການຮັກສາດ້ວຍໄຟຟ້າແຕ່ຈະໃຊ້ໃນກໍລະນີທີ່ຈຳເປັນແທ້ໆເທົ່ານັ້ນ.

  1. ການຮັກສາໂຣກຊືມເສົ້າທາງຈິດໃຈຂອງຜູ້ປ່ວຍໂຣກຊືມເສົ້າ

ມີວິທີຮັກສາທາງຈິດໃຈຢູ່ຫຼາຍຮູບແບບໃນການຊ່ວຍເຫຼືອຜູ້ປ່ວຍໂຣກຊືມເສົ້າ ເຊິ່ງອາດເປັນການ ສົນທະນາ ກັບຈິດຕະແພດ 10 ຫາ 20 ເທື່ອ ອາດຈະຊ່ວຍໃຫ້ຜູ້ປ່ວຍເກິດຄວາມເຂົ້າໃຈກັບສາເຫດຂອງບັນຫາ ແລະ ນຳໄປສູ່ການແກ້ໄຂບັນຫາໂດຍການປ່ຽນມຸມມອງກັບທ່ານໝໍ. ການຮັກສາທາງພຶດຕິກຳຈະຊ່ວຍໃຫ້ຜູ້ປ່ວຍຮຽນຮູ້ວິທີທີ່ຈະໄດ້ຮັບຄວາມພໍໃຈ ຫຼື ຄວາມສຸກຈາກການກະທຳຂອງເຂົາ ແລະ ພົບວິທີທີ່ຈະຢຸດພຶດຕິກຳທີ່ອາດນຳໄປສູ່ອາການຊືມເສົ້າອີກດ້ວຍ.

ການຮັກສາອີກ 2 ຮູບແບບຕໍ່ໄປທີ່ມີການສຶກສາແລ້ວວ່າ ສາມາດຮັກສາໂຣກຊືມເສົ້າໄດ້ດີທີ່ສຸດຄື ການຮັກສາແບບປັບຄວາມສຳພັນລະຫວ່າງບຸກຄົນ ແລະ ການຮັກສາແບບປັບຄວາມຄິດ ແລະ ພຶດຕິກຳ ໂດຍການຮັກສາຮູບແບບທຳອິດແມ່ນເນັ້ນຫນັກໄປທີ່ການແກ້ໄຂບັນຫາລະຫວ່າງຜູ້ປ່ວຍກັບຄົນອ້ອມຂ້າງທີ່ອາດເປັນສາເຫດ ແລະ ການກະຕຸ້ນໃຫ້ເກິດອາການຊືມເສົ້າ ສ່ວນການຮັກສາອີກແບບຈະຊ່ວຍໃຫ້ຜູ້ປ່ວຍປ່ຽນຄວາມຄິດ ແລະ ພຶດຕິກຳໃນແງ່ລົບກັບຕົນເອງ.

ສ່ວນການຮັກສາໂດຍອາໄສທິດສະດີຈິດວິເຄາະ ກໍນຳມາຮັກສາໂຣກຊືມເສົ້ານີ້ໄດ້ ໂດຍຊ່ວຍໃຫ້ຜູ້ປ່ວຍຄົ້ນຫາບັນຫາທີ່ເປັນຂໍ້ຂັດແຍ້ງພາຍໃນຈິດໃຈຂອງຜູ້ປ່ວຍເອງ ເຊິ່ງອາດມີຮາກຖານມາຈາກປະສົບການຕັ້ງແຕ່ຕອນເປັນເດັກນ້ອຍ ໂດຍທົ່ວໄປແລ້ວສຳຫຼັບທີ່ຜູ້ປ່ວຍເປັນໂຣກຊືມເສົ້າຮຸນແຮງມີອາການເພິ່ມຂື້ນຊ້ຳໆຈະຕ້ອງການການຮັກສາດ້ວຍຢາຮ່ວມກັນກັບການຮັກສາທາງຈິດໃຈຄວບຄູ່ກັນເພື່ອໃຫ້ຜົນຂອງການຮັກສາໃນໄລຍະຍາວດີຂື້ນ.

  • ການຮັກສາໂຣກຊືມເສົ້າດ້ວຍການໃຊ້ຍາ

ໃນປັດຈຸບັນຢາຮັກສາໂຣກຊືມເສົ້າແບ່ງອອກໄດ້ຫຼາຍກຸ່ມຕາມລັກສະນໂຄງສ້າງທາງເຄມີ ແລະ ວິທີການລິດຄື:

  • ກຸ່ມຢາ tricyclic ( ຄືຢາທີ່ໂຄງສ້າງທາງເຄມີສາມວົງ )
  • ກຸ່ມຢາ monoamine oxidase inhibitors ເອີ້ນຫຍໍ້ໆວ່າ MAOI
  • ກຸ່ມຢາ SSRI (serotonin-specific reuptake inhibitor)
Close up of a depressed woman beside a lot of pills on a table on a dark background

ເຊິ່ງແຕ່ລະກຸ່ມມີຈຸດດີຈຸດອ່ອນ ຕ່າງກັນແຕ່ປະສິດທິຜົນການຮັກສາເທົ່າທຽມກັນ ທ່ານໝໍອາດຈະເລີ່ມໃຫ້ຢາກຸ່ມໃດກຸ່ມໜື່ງແກ່ຜູ້ປ່ວຍກ່ອນກໍໄດ້ ເພື່ອເບິ່ງຜົນການຕອບສະໜອງ ເນື່ອງຈາກເຮົາບໍ່ອາດຮູ້ໄດ້ວ່າ ຜູ້ປ່ວຍທ່ານໃດຈະຖືກກັບຢາຊະນິດໃດ ແລ້ວທ່ານໝໍຈະຄ່ອຍໆປັບຂະໜາດຢາໃຫ້ເໝາະສົມກັບອາການຕໍ່ໄປ.

ຢາຮັກສາໂຣກຊືມເສົ້າອອກລິດໂດຍປັບລະດັບສານເຄມີໃນສະໝອງໃຫ້ສົມດຸນເພື່ອເປັນການຮັກສາໂດຍກົງບໍ່ແມ່ນເປັນພຽງຢາທີ່ເຮັດໃຫ້ຢາກຫຼັບ, ຜູ້ປ່ວຍສ່ວນໃຫຍ່ມັກຕ້ອງການເຊົາກິນຢາໄວກວ່າທີ່ຄວນເປັນ ຂໍ້ສຳຄັນ ແລະ ຄວນປະຕິບັດທີ່ສຸດກໍ່ຄືການກິນຢາຢ່າງຕໍ່ເນື່ອງຈົນກວ່າທ່ານໝໍຈະບອກໃຫ້ທ່ານຢຸດກິນ ເຖິງແມ່ນວ່າຈະຮູ້ສຶກດີຂື້ນແລ້ວກໍຕາມຢາບາງຊະນິດຕ້ອງຄ່ອຍໆລົດລະດັບລົງ ເພື່ອໃຫ້ໂອກາດຮ່າງກາຍປັບຕົວບໍ່ຕ້ອງກັງວົນວ່າ ຢາຮັກສາໂຣກຊືມເສົ້າເປັນຢາທີ່ກິນແລ້ວຕິດແບບຢຸດບໍ່ໄດ້ ແຕ່ເຖິງຢ່າງໃດກໍ່ຕາມການຮັກສາໂຣກຊືມເສົ້າກໍຄືກັນກັບການຮັກສາໂຣກອື່ນໆທົ່ວໄປທີ່ທ່ານໝໍອາດໃຫ້ກວດສອບລະດັບຢາໃຫ້ຖືກຕ້ອງກັບອາການເປັນໄລຍະ.

ສິ່ງທີ່ທ່ານຄວນຫຼີກຫຼ່ຽງກໍຄືການຊື້ຢາກິນເອງຈາກຮ້ານຂາຍຢາທົ່ວໄປ, ການຢືມຢານຳໝູ່ ຫຼື ກິນຢາຈາກທ່ານໝໍທ່ານອື່ນປົນກັບໂຣກຊືມເສົ້າ ໂດຍບໍ່ໄດ້ຮັບຄຳປຶກສາຈາກທ່ານໝໍຫລັກທີ່ປິ່ນປົວທ່ານຢູ່ ຢ່າວາງໃຈວ່າເປັນພຽງຢາພື້ນບ້ານທຳມະດາ ອາດບໍ່ກໍ່ໃຫ້ເກີດຜົນຂ້າງຄຽງອີຫຍັງທີ່ຮ້າຍແຮງ ການດື່ມແອວກໍຮໍຈາກເຫຼົ້າ,​ ເບຍ ຫຼື ວາຍ ຈະເຮັດໃຫ້ປະສິດທິພາບຂອງຢາລົດລົງ.

ຢານອນຫຼັບ ຫຼື ຢາລົດຄວາມກັງວົນບໍ່ແມ່ນຢາທີ່ສາມາດຮັກສາໂຣກຊືມເສົ້າໄດ້ໂດຍລຳພັງເຖິງແມ່ນວ່າບາງເທື່ອທ່ານໝໍອາດຈະສັ່ງໃຊ້ຢາຊະນິດນີ້ຄວບຄູ່ໄປກັບຢາຮັກສາໂຣກຊືມເສົ້າເພື່ອບັນເທົາອາການກັງວົນໃນໄລຍະຕົ້ນຂອງການຮັກສາ ແລະ ບໍ່ຄວນໃຊ້ຢາກະຕຸ້ນປະສາດ ຫຼື ຢາບ້າເພື່ອຫວັງຜົນໃຫ້ຫາຍອ່ອນເພຍພຽງບາງເທື່ອບາງທີເທົ່ານັ້ນ.

ຄວນຖາມທ່ານໝໍທຸກເທື່ອທີ່ທ່ານມີບັນຫາທີ່ເກິດຈາກຢາ ຫຼື ເກີດບັນຫາທີ່ຄິດວ່າອາດເກີດຈາກຢາ

ຜົນຂ້າງຄຽງຂອງຢາຮັກສາໂຣກຊືມເສົ້າ

ຢາຮັກສາໂຣກຊືມເສົ້າ ມີຜົນຂ້າງຄຽງບາງຢ່າງກັບຜູ້ໃຊ້ບາງຄົນເຊິ່ງອາດກໍ່ເກິດຄວາມລຳຄານແຕ່ບໍ່ເປັນອັນຕະລາຍແຕ່ເຖິງຢ່າງໃດກໍ່ຕາມເມື່ອຮູ້ສຶກວ່າມີຜົນຂ້າງຄຽງຂອງຢາເກິດຂຶ້ນ ຄວນໄປປຶກສາໝໍທັນທີ ຜົນຂ້າງຄຽງຕໍ່ໄປນີ້ມັກເກີດຈາກກຸ່ມຢາ Tricyclics ເຊິ່ງເປັນກຸ່ມຢາທີ່ຖືກໃຊ້ຫຼາຍທີ່ສຸດ ແລະ ພວກເຮົາໄດ້ເເນະນຳວິທີເພື່ອຫຼຸດຜ່ອນຜົນຂ້າງຄຽງເຫຼົ່ານີ້:

  1. ປາກແຫ້ງຄໍແຫ້ງ ກີນນໍ້າຫຼາຍໆ ແລະ ຫຍ້ຳຊິງອົມທີ່ບໍ່ມີນໍ້າຕານເພື່ອຮັກສາສຸຂະພາບທາງຊ່ອງປາກໃຫ້ດີ
  2. ຖອກທ້ອງ ກິນອາຫານທີ່ມີໄຟເບີ ຫຼື ມີຜົນກົດລະບາຍອ່ອນໆ ກີນຜັກໝາກໄມ້ເຊັ່ນ: ສົ້ມໂອ,ໝາກຂາມ,ໝາກຫຸ່ງ.
  3. ປັນຫາການຖ່າຍປັດສະວະ ອາດຈະມີອາການຖ່າຍປັດສະວະຂ້ອນຂ້າງລຳບາກ ການຂັບຖ່າຍບໍ່ສະດວກດັ່ງທີ່ເຄີຍ.
  4. ບັນຫາທາງເພດ ອາດຈະມີບັນຫາໃນຂະນະຮ່ວມເພດສຳພັນກັບຄົນຮັກ ສາມາດປຶກສາທ່ານໝໍໄດ້.
  5. ອາການຕາມົວ ອາການນີ້ສາມາດຫາຍໄດ້ໄວ ບໍ່ຈຳເປັນຕ້ອງຕັດແວ່ນໃໝ່.
  6. ວິນຫົວ ຫາກມີອາການວິນຫົວເວລາລຸກຈາກຕັ້ງນັ່ງ ຫຼື ຕຽງນອນ ຄວນດື່ມນໍ້າໃຫ້ຫຼາຍຂື້ນ.
  7. ອາການເຫງົານອນ ອາການນີ້ຈະຫາຍໄປເອງໄດ້ ພະຍາຍາມບໍ່ຂັບລົດໄປໄກ ຫຼື ເຮັດວຽກກັບເຄື່ອງກົນຈັກ ຫາກມີອາການເຫງົານອນໃນຕອນເຊົ້າໃຫ້ປ່ຽນຢາມາກິນກ່ອນນອນ.

ສຳຫຼັບກຸ່ມ SSRI ອາດມີຜົນຂ້າງຄຽງທີ່ຕ່າງຈາກເດິມດັ່ງນີ້:

  1. ອາການເຈັບຫົວ ອາດຈະມີອາການເຈັບຫົວໃນຊ່ວງໜື່ງ ແຕ່ມັນຈະຫາຍໄປເອງໄດ້.
  2. ອາການປຸ້ນທ້ອງ ຈະເປັນພຽງບາງຄັ້ງຄາວ.
  3. ອາການນອນບໍ່ຫຼັບ ຫຼື ກະວົນກະວາຍ ອາດພົບໄດ້ໃນຊ່ວງ 2 ຫາ 3 ອາທິດທຳອິດຂອງການກິນຢາ ຖ້າຫາກເປັນດົນກວ່ານີ້ດົນຄວນໄປປຶກສາທ່ານໝໍ.

ການກຽມໂຕຮັບມືກັບໂຣກຊືມເສົ້າ.

ໂດຍປົກກະຕິແລ້ວເທົ່າທີ່ພົບຂໍ້ມູນໃນຂະນະຮັກສາພົບວ່າ ຜູ້ທີ່ອາດຈະເປັນໂຣກຊືມເສົ້າມັກຈະເລີ່ມເປັນຕອນຊ່ວງອາຍຸ 25 ປີ ຫຼັງຈາກນັ້ນກໍຈະເກິດອາການຊືມເສົ້າແບບຕໍ່ເນື່ອງໄປເປັນໄລຍະຍາວ ເຖິງແມ່ນວ່າຈະມີການເຂົ້າຮັບການຮັກສາແລ້ວ ແຕ່ກໍຍັງຕ້ອງຕິດຕາມອາການແບບໃກ້ຊິດ ການເປັນໂຣກຊືມເສົ້າກໍ່ຈະມີຄວາມຄ້າຍຄືກັບການເປັນໂຣກເບົາຫວານ ຫຼື ໂຣກຄວາມດັນ ເຖິງແມ່ນວ່າຈະບໍ່ມີອາການໃຫ້ເຫັນແລ້ວ ແຕ່ກໍຕ້ອງກິນຢາຄວບຄຸມເພື່ອບໍ່ໃຫ້ອາຈານກັບມາເປັນອີກ.

ແຕ່ຂໍ້ດີຂອງການເປັນໂຣກຊືມເສົ້າຢູ່ທີ່ວ່າເມື່ອເຂົ້າຮັບການຮັກສາແລ້ວ ຜູ້ປ່ວຍຈະສາມາດກັບມາໃຊ້ຊີວິດໄດ້ເປັນປົກກະຕິ ບາງຄົນກໍມີສະຕິປັນຍາທີ່ດີຂື້ນ. ໃນບາງຄົນກໍສາມາດຮຽນຈົບຮອດປະລິນຍາໂທ – ເອກ ແລະ ສາມາດປະສົບຜົນສຳເລັດໃນສັງຄົນໄດ້.

ສະນັ້ນ ເມື່ອເວົ້າເຖິງການຮັກສາຫາກຜູ້ປ່ວຍກິນຍາຈົນຄົບກຳນົດແລ້ວ ທ່ານໝໍທີ່ກຳລັງຮັກສາກໍຈະໃຫ້ຢຸດຢາ ແລະ ຍັງຕ້ອງໄດ້ສັງເກດອາການແບບໃກ້ຊິດ ເນື່ອງຈາກວ່າມັນອາດຈະກັບມາເປັນຊໍ້າອີກໄດ້ຄືກັນກັບໂຣກມະເລັງ.

ໂຣກຊືມເສົ້າທີ່ເກິດຂື້ນກັບຜູ້ຊາຍ.

ວ່າກັນວ່າຈຳນວນຜູ້ປ່ວຍທີ່ເປັນໂຣກຊືມເສົ້າມັກທີ່ເປັນຜູ້ຊາຍຈະພໍ້ຫນ້ອຍກວ່າຜູ້ຍິງ ແຕ່ໜ້າແປກໃຈທີ່ສຸດຄືອັດຕາການຂ້າໂຕຕາຍໃນຜູ້ຊາຍມັກມີຫຼາຍກວ່າຜູ້ຍິງ ເຊິ່ງເມື່ອເພດຊາຍປ່ວຍເປັນໂຣກຊືມເສົ້າແລ້ວໂອກາດສ່ຽງທີ່ຈະເປັນໂຣກຫົວໃຈກໍມີສູງຫຼາຍຄືກັນ, ແຕ່ສ່ວນໃຫຍ່ຜູ້ຊາຍມັກໃຊ້ສານເສບຕິດ ແລະ ເຄື່ອງດື່ມແອວກໍຮໍເປັນໂຕຊ່ວຍແກ້ບັນຫາພາວະຊືມເສົ້ານັ້ນ ບາງຄົນກໍຕັ້ງໜ້າຕັ້ງຕາເຮັດວຽກໃຫ້ໜັກ ເຖິງແມ່ນວ່າຈະຫງຸດຫງິດ, ຄຽດງ່າຍ ແຕ່ກໍ່ບໍ່ຍອມແພ້ ຫຼື ສິ້ນຫວັງໃດໆ ຈິ່ງເປັນການຍາກທີ່ທ່ານໝໍຈະບົ່ງມະຕິໂຣກນີ້ ທັ້ງທີ່ຮູ້ກັນຢູ່ແລ້ວວ່າມັກຈະປະຕິເສດກັບການຮັກສາຢູ່ຕະຫຼອດ.

ໂຣກຊືມເສົ້າທີ່ເກິດຂື້ນກັບຜູ້ຍິງ.

ຈາກການກວດສອບພົບວ່າໃນຜູ້ຍິງນັ້ນໂຣກຊືມເສົ້າໃນຈຳນວນຜູ້ຍິງຫຼາຍກວ່າເກິດກັບຜູ້ຊາຍເຖິງ 2 ເທົ່າ ເຊິ່ງເຊື່ອວ່າເກິດຈາກການປ່ຽນແປງຂອງລະດັບ hormone ໃນຊ່ວງມີປະຈໍາເດືອນ, ການຖືພາ, ພາວະຫຼັງເກິດລູກ ຫຼື ການເຂົ້າສູ່ໄວທອງ ອີກທັ້ງໃນຊີວິດຂອງພວກເຂົາຍັງຈະຕ້ອງຮັບຜິດຊອບໃນຫຼາຍໆຢ່າງ ທັ້ງເລື່ອງພາຍໃນບ້ານ ແລະ ເລື່ອງພາຍນອກ ເຮັດໃຫ້ເກິດຄວາມຄຽດ ໃນການຮັກສາກໍ່ເຮັດໄດ້ພຽງແຕ່ໃຫ້ກຳລັງໃຈ ແລະ ທຳຄວາມເຂົ້າໃຈກັບຜູ້ປ່ວຍໃຫ້ໄດ້ຫລາຍທີ່ສຸດ.

ໂຣກຊືມເສົ້າທີ່ເກິດຂື້ນກັບເດັກນ້ອຍ.

ບໍ່ແມ່ນແຕ່ຜູ້ໃຫຍ່ເທົ່ານັ້ນທີ່ສ່ຽງເກີດເປັນໂຣກຊືມເສົ້າ ໃນເດັກນ້ອຍກໍມີໂອກາດທີ່ຈະເກີດເປັນໂຣກຊືມເສົ້າໄດ້ຄືກັນ. ອາການທີ່ສາມາດສັງເກດເຫັນໄດ້ໃນເດັກນ້ອຍກໍຄື: ອາການບໍ່ຍອມໄປໂຮງຮຽນ, ມັກເຮັດໂຕຄືບໍ່ສະບາຍ, ຕິດພໍ່ແມ່ຫຼາຍເກິນໄປ ຫຼື ເປັນກັງວົນຢ້ານວ່າພໍ່ແມ່ຈະເສີຍຊີວິດ ສ່ວນໃນໄວເດັກນ້ອຍກຳລັງໃຫຍ່ກໍຈະມີອາການມັກບໍ່ມັກປາກບໍ່ມັກເວົ້າກັບໃຜ, ມັກມີບັນຫາທີ່ໂຮງຮຽນ,ແລະ ເບິ່ງໂລກໃນແງ່ລົບຢູ່ສະເໝີ.

ເຊິ່ງການວິນິໄສໂຣກຊືມເສົ້າໃນໂຕເດັກນ້ອຍນີ້ກໍອາດຮັກສາໄດ້ຍາກຄືກັນ ເນື່ອງຈາກອາລົມຂອງເດັກນ້ອຍມີຄວາມປ່ຽນແປງຢູ່ຕະຫຼອດເວລາ ສະນັ້ນ ພໍ່ແມ່ທີ່ຢູ່ໃກ້ຊິດກໍຕ້ອງເປັນຜູ້ສັງເກດວ່າພຶດຕິກຳຂອງເດັກນ້ອຍປ່ຽນໄປຫຼືບໍ່ ຖ້າເກິດມີຄວາມປ່ຽນແປງເກິດຂື້ນ ແລະ ເປັນໄປຕາມອາການຂອງໂຣກຊືມເສົ້າ ກໍຄວນຈະເດິນທາງໄປຫາທ່ານໝໍເພື່ອປຶກສາ ແລະ ເພື່ອຮັບການຮັກສາ.

ໂຣກຊືມເສົ້າທີ່ເກິດຂື້ນກັບຜູ້ສູງອາຍຸ.

ການເຂົ້າສູ່ໄວທອງນັ້ນມັກເຮັດໃຫ້ອາລົມຜັນຜວນບໍ່ປົກກະຕິ ເຊິ່ງສ່ວນໃຫຍ່ເຂົ້າໃຈວ່າເປັນເລື່ອງທຳມະດາຂອງຄົນໄວນີ້ແຕ່ໃນຄວາມເປັນຈິງແລ້ວກັບບໍ່ແມ່ນທັ້ງໝົດ ເພາະຜູ້ປ່ວຍສ່ວນໃຫຍ່ຈະແດງອາການທາງກາຍຍະພາບຫຼາຍກວ່າໂດຍຢາທີ່ໃຊ້ກໍຈະມີຜົນຂ້າງຄຽງທີ່ເຮັດໃຫ້ເກິດອາການຂອງໂຣກຊືມເສົ້າໄດ້ຄືກັນ ຫາກສົ່ງຕົວເຂົ້າຮັບການບົ່ງມະຕິພະຍາດ ແລະ ຮັກສາກໍຈະເຮັດໃຫ້ການໃຊ້ຊີວິດຂອງຜູ້ປ່ວຍໃນໄວນີ້ມີຄວາມສຸກ ແລະ ດີຂື້ນໄດ້ໄວຢ່າງແນ່ນອນ.

ວິທີປ້ອງກັນອາການເປັນໂຣກຊືມເສົ້າ.

  • ຢ່າເອົາໂຕເອງເຂົ້າໄປກ່ຽວຂ້ອງສະຖານະການທີ່ຊັບຊ້ອນ.
  • ຢ່າຕັ້ງເປົ້າໝາຍທີ່ບັນລຸໄດ້ຍາກ ຫຼື ເຂົ້າໄປແບກພາລະຄວາມຮັບຜິດຊອບສູງ.
  • ພະຍາຍາມຫຼຸດຜ່ອນການເຮັດວຽກທີ່ໃຊ້ຄວາມຄິດຫຼາຍ ຄວນເລືອກເຮັດວຽກທີ່ເຮັດແລ້ວສະບາຍໃຈ ແລະ ສາມາດເຮັດໄດ້.
  • ຢ່າຄາດຫວັງກັບຕົນເອງຫຼາຍເກີນໄປເພາະນັ້ນຄືທ່ານກຳລັງສ້າງຄວາມລົ້ມເຫຼວໃຫ້ຕົນເອງ.
  • ຄວນຮ່ວມກິດຈະກຳທີ່ເພີດເພີນໃຈເຊັ່ນ: ການອອກກຳລັງກາຍ, ເບິ່ງໜັງຟັງເພງ, ຫຼີ້ນກິລາ ຫຼື ເຂົ້າຮ່ວມກິດຈະກຳທາງສາສະໜາ-ສັງຄົມ, ແຕ່ຢ່າຫັກໂຫມຈົນເກິນໄປຖ້າມັນບໍ່ຊ່ວຍໃຫ້ທ່ານຮູ້ສຶກສະບາຍໃຈຂຶ້ນຢ່າງທັນໃຈເພາະໂຣກຊືມເສົ້ານີ້ມັນຕ້ອງໃຊ້ເວລາໃນການຮັກສາ.
  • ຢ່າຕັດສິນໃຈກັບເລື່ອງໃຫຍ່ໆໃນຊີວິດເຊັ່ນ: ລາອອກວຽກ ຫຼື ປ່ຽນງານ, ການແຕ່ງງານ ຫຼື ຫຍ່າຮ້າງ ໂດຍບໍ່ປຶກສາຄົນອື່ນທີ່ຮູ້ຈັກທ່ານດີ ແລະ ມີມຸມມອງທີ່ເປັນກາງຕໍ່ບັນຫາ. ພະຍາຍາມເລື່ອນການຕັດສິນໃຈອອກໄປກ່ອນຈົນກວ່າອາການປ່ວຍຂອງທ່ານຈະດີຂື້ນ.
  • ຢ່າຫວັງວ່າຈະຫາຍຈາກອາການຊືມເສົ້າແບບທາງລັດເພາະມັນອາດເປັນໄປໄດ້ຍາກ ພະຍາຍາມຫາຄວາມສຸກໃຫ້ກັບຕົນເອງໄດ້ຫຼາຍທີ່ສຸດ.
  • ຢ່າເອົາຕົນເອງໄປເປັນສ່ວນໜຶ່ງຂອງໂຣກຊືມເສົ້າເພາະມັນອາດພາທ່ານໄປພົບກັບດ້ານມືດຈົນເກີດອາການຢາກທຳຮ້າຍຕົນເອງ.

ທີ່ມາ: https://www.sanook.com/health/721/