ອາການຖອກທ້ອງກະທັນຫັນ ໂຣກທີ່ຄວນລະວັງໃນຊ່ວງຍາມຝົນ


ໂຣກຖອກທ້ອງກະທັນຫັນ ມີກຸ່ມສ່ຽງກັບເດັກນ້ອຍ ແລະ ຜູ້ສູງອາຍຸ ຫຼື ຜູ້ທີ່ມີໂຣກປະຈຳຕົວເຊັ່ນ: ໂຣກຫົວໃຈ, ໂຣກໄຕ ອາດຈະມີພາວະຂາດນ້ຳຮຸນແຮງຈື່ງເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ແຮ່ທາດທີ່ຈຳເປັນ ຫາກຜູ້ປ່ວຍທີ່ມີໄຂ້ຂື້ນສູງ ປວດຮາກຫຼາຍ, ຖ່າຍແຫຼວຫຼາຍ, ຊີບພະຈອນເຕັ້ນໄວ ຄວນເຂົ້າພົບຫາທ່ານໝໍທັນທີ ຖ້າຫາກຫລ້າຊ້າອາດເຮັດໃຫ້ຫມາກໄຂ່ຫລັງຊຸດໂຊມ ຫຼື ເສຍຊີວິດໄດ້.

ອາການຖອກທ້ອງກະທັນຫັນມັກສ່ຽງການລະບາດໃນໄລຍະຍາມຝົນ.

ທ່ານໝໍ Narong Aphikulvanich ຮອງອະທິບໍດີກົມແພດ ແລະ ໂຄສົກກຳມະການແພດ ແຫ່ງປະເທດໄທກ່າວວ່າ ໃນຊ່ວງລະດູຝົນເຮັດໃຫ້ມີຄວາມຊຸ່ມໃນອາກາດຫຼາຍເຊື້ອໂຣກຈະເລີນເຕີບໂຕ ແລະ ແຜ່ເຊື້ອໄດ້ດີເຮັດໃຫ້ອາຫານ ແລະ ນ້ຳດື່ມມີໂອກາດປົນເປື້ອນເຊື້ອໂຣກເພີ່ມຂື້ນເຮັດໃຫ້ເກິດໂຣກລະບົບທາງເດິນອາຫານໄດ້ງ່າຍໂດຍສະເພາະຖອກທ້ອງກະທັນຫັນ.

ໂຣກຖອກທ້ອງກະທັນຫັນ ເກິດໄດ້ທັ້ງຈາກເຊື້ອແບັດທີເຣຍ ແລະ ເຊື້ອໄວຣັສ ສາເຫດເກິດຈາກການໄດ້ຮັບເຊື້ອຜ່ານການຮັບປະທານອາຫານ ຫຼື ນ້ຳທີ່ປົນເປື້ອນ, ເຊື້ອໂຣກຢູ່ກັບການຮັບປະທານອາຫານສຸກໆ ດິບໆ ຫຼື ອາຫານທີ່ມີແມງວັນຕອມອາດຈະເຮັດໃຫ້ໄດ້ຮັບເຊື້ອໄດ້.

ອາການຂອງການຖອກທ້ອງກະທັນຫັນມີຄື:

  1. ຈະຖ່າຍແຫຼວຫຼາຍກວ່າປົກກະຕິເກິນ 3 ຄັ້ງ / ມື້ ຫຼື ຖ່າຍເປັນນ້ຳ 1 ເທື່ອ / ມື້ ຫຼື ຖ່າຍມີມູກປົນເລືອດ 1 ຄັ້ງ / ມື້
  2. ອາດມີໄຂ້, ເຈັບທ້ອງ, ປຸ້ນທ້ອງປວດຮາກ

ການເບິ່ງແຍງຜູ້ປ່ວຍຖອກທ້ອງກະທັນຫັນ.

ກໍລະນີຖ້າເປັນເດັກນ້ອຍຄວນໃຫ້ກິນອາຫານອ່ອນໆ ສ່ວນໄວທົ່ວໄປລວມເຖິງຜູ້ສູງອາຍຸຄວນໃຫ້ກິນອາຫານຕາມປົກກະຕິ ແຕ່ຄວນເປັນອາຫານອ່ອນ ແລະ ຍ່ອຍງ່າຍ ທີ່ສຳຄັນຄວນໃຫ້ຜູ້ປ່ວຍດື່ມນ້ຳລະລາຍຜົງນ້ຳຕານ, ເກືອແຮ່ ເພື່ອປ້ອງກັນການຂາດນ້ຳບໍ່ຄວນກິນຢາເພື່ອໃຫ້ຢຸດຖ່າຍເພາະຈະເຮັດໃຫ້ເຊື້ອໂຣກຄ້າງຢູ່ໃນຮ່າງກາຍ ເຊິ່ງຈະເປັນອັນຕະລາຍເພິ່ມຂື້ນ.

ອັນຕະລາຍຈາກພາວະແຊກຊ້ອນຂອງຖອກທ້ອງກະທັນຫັນ.

ທ່ານໝໍ Somkiat Lalitwongsa ຜູ້ອຳນວຍການໂຮງໝໍລາດຊະວິຖີ ເວົ້າວ່າໂຣກຖອກທ້ອງກະທັນຫັນ ຈະມີພາວະແຊກຊ້ອນໃນເດັກນ້ອຍ ແລະ ຜູ້ສູງອາຍຸໂດຍສະເພາະຜູ້ສູງອາຍຸທີ່ມີໂຣກປະຈຳຕົວເຊັ່ນ: ໂຣກຫົວໃຈ, ໂຣກຫມາກໄຂ່ຫລັງ ອາດຈະມີພາວະຂາດນ້ຳຮຸນແຮງເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ແຮ່ທາດທີ່ຈຳເປັນ ລວມທັ້ງມີຄວາມຜິດປົກກະຕິຂອງສົມດຸນເກືອແຮ່ໃນເລືອດ, ໂຕເຢັນ, ມືຕີນເຢັນ ເຊິ່ງພາວະແຊກຊ້ອນເຫຼົ່ານີ້ສາມາດຮັກສາໄດ້ຕາມອາການ ຫຼື ການໃຫ້ສານນ້ຳທາງຫຼອດເລືອດດຳຮ່ວມກັບການໃຫ້ເກືອແຮ່ໃນປະລິມານທີ່ເໝາະສົມເພື່ອທົດແທນສ່ວນທີ່ຮ່າງກາຍສູນເສຍໄປ ແລະ ຫາກພົບຜູ້ປ່ວຍທີ່ມີອາການໄຂ້ຂື້ນສູງ,​ປວດຮາກຫຼາຍ, ຖ່າຍແຫຼວຫຼາຍ ຄວນນຳໄປພົບທ່ານໝໍທັນທີຖ້າຫລ້າຊ້າອາດເຮັດໃຫ້ຫມາກໄຂ່ຫລັງເສຍຫາຍ ຫຼື ເສຍຊີວິດໄດ້.

ວິທີການປ້ອງການໂຣກຖອກທ້ອງກະທັນຫັນ.

  1. ລ້າງມືໃຫ້ສະອາດດ້ວຍສະບູ່ ແລະ ນ້ຳສະອາດທຸກເທື່ອກ່ອນປຸງ ຫຼື ຮັບປະທານອາຫານ ແລະ ພາຍຫຼັງການເຂົ້າຫ້ອງນ້ຳ.
  2. ດຶ່ມນ້ຳສະອາດເຊັ່ນ: ນ້ຳຕົ້ມສຸກ, ນ້ຳບັນຈຸຂວດທີ່ສະອາດໄດ້ມາດຕະຖານ
  3. ເລືອກກິນອາຫານທີ່ສະອາດໃໝ່ໆ
  4. ການບໍລິໂພກຜັກໝາກໄມ້ສົດ ຄວນລ້າງນ້ຳສະອາດຫຼາຍເທື່ອກ່ອນ
  5. ກຳຈັດສິ່ງເປິເປື້ອນ ເພື່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງແມງວັນ
  6. ບໍ່ຄວນກິນອາຫານທີ່ສຸກໆດິບໆເພື່ອໃຫ້ຫ່າງໄກຈາກໂຣກຖອກທ້ອງກະທັນຫັນ.

ທີ່ມາ: https://www.sanook.com/health/25381/