ມີປະຈຳເດືອນ 2 ເທື່ອຕໍ່ເດືອນຜິດປົກກະຕິ ຫຼືບໍ່?


ຫາກຜູ້ຍິງມີປະຈຳເດືອນຫຼາຍເກີນກວ່າ 1 ຄັ້ງ / ເດືອນ ອາດເປັນເພາະເກີດຈາກການອຸກອັ່ງໃຈສະສົມ ຫຼື ການປ່ຽນແປງຂອງ hormone ເຊິ່ງກໍ່ໃຫ້ເກີດໂຣກຮ້າຍໃນອະນາຄົດ.

ປົກກະຕິຮອບເດືອນຂອງຜູ້ຍິງຈະມາພຽງເດືອນລະ 1 ຄັ້ງ ແຕ່ຖ້າເກີດມີເລືອດຄ້າຍປະຈຳເດືອນໄຫຼອອກມາອີກເປັນຄັ້ງທີ 2 ຈົນເຮັດໃຫ້ເຮົາສັບສົນໃນການນັບມື້ໄຂ່ຕົກ ຫຼື ມື້ທີ່ຮອບເດືອນຈະມາໃນເທື່ອຖັດໄປ ບາງຄົນອາດກັງວົນ ເພາະຢ້ານໂຣກຮ້າຍຈະຖາມຫາ ສະນັ້ນເຮົາຈະມາໄຂຂໍ້ສົງໄສນີ້ກັນວ່າ ສາເຫດແມ່ນຫຍັງກັນແທ້ ແລະອັນຕະລາຍຫລືບໍ່?

ປະຈຳເດືອນມາຖີ່ໆເກິດຈາກສາເຫດຫຍັງກັນແທ້ ?

ວົງຈອນຂອງຮອບເດືອນທີ່ປ່ຽນແປງໄປເປັນເລື່ອງປົກກະຕິທີ່ມັກພົບເຫັນໃນເພດຍິງໄວຫນຸ່ມສ່ວນໃຫຍ່ ສຳລັບບາງຄົນປະຈຳເດືອນອາດຈະມາຊ້າ ຫຼື ໄວຕ່າງຈາກເດືອນກ່ອນແຕ່ບາງຄົນປະຈຳເດືອນກໍມາຫຼາຍເຖິງ 2 ຄັ້ງ / ເດືອນ ເຊິ່ງມີສາເຫດຫຼັກໆດັ່ງນີ້:

  • Hormone ຂອງໄວທີ່ຍັງບໍ່ສົມດຸນຄົງທີ່
  • ມີຄວາມເຄັ່ງຕຶງສະພາບຈິດໃຈບໍ່ດີໃນຂະນະຮອດມື້ໄຂ່ຕົກ
  • ພາວະໄຂ່ບໍ່ຕົກ (lack of ovulation)
  • ໄທຣອຍເປັນພິດ  (hyperthyroidism)
  • ໃຊ້ຢາທີ່ກ່ຽວຂ້ອງກັບການຄຸມກຳເນີດ
  • ນ້ຳໜັກເພີ່ມຂຶ້ນ ຫຼື ລົດລົງຢ່າງວ່ອງໄວ
  • ພາວະຮ່າງກາຍທີ່ກຳລັງເຂົ້າສູ່ໄວໝົດປະຈຳເດືອນ

ສີປະຈຳເດືອນໃນຮອບທີ 2 ນັ້ນອາດແຕກຕ່າງຈາກຮອບທຳອິດມັກປາກົດໃຫ້ເຫັນລັກສະນະສີແດງເຂັ້ມ, ນ້ຳຕານ ຫຼື ສີບົວອ່ອນໆ ແລະ ມີຈຳນວນປະລິມານຂອງເລືອດລົດໜ້ອຍລົງກວ່າເກົ່າ ເພື່ອປ້ອງກັນການເປື້ອນເປິຄວນມີຜ້າອານາໄມຕິດຕົວໄວ້ເມື່ອເລີ່ມມີອາການປວດບໍລິເວນທ້ອງນ້ອຍ.

ອາການແຊກຊ້ອນເມື່ອປະຈຳເດືອນຂອງທ່ານກຳລັງມາຮອບທີ 2 ຈະມີອາການ ປວດເມື່ອຍໄປໝົດຕົນໂຕ ຫຼື ບໍລິເວນຫຼັງ, ອາການເຈັບຫົວ, ອ່ອນເພຍງ່າຍ, ບໍ່ມີເຫື່ອແຮງ, ວິນຫົວ, ປວດຮາກ ອັດຕາການເຕັ້ນຂອງຫົວໃຈຖີ່ຂຶ້ນ ຈັງຫວະການຫັນໃຈແຮງຂື້ນ ປະຈຳເດືອນມາ 2 ຮອບ / ເດືອນ ເປັນສັນຍານເຕືອນຂອງໂຣກຫຍັງໄດ້ແດ່ມາເບິ່ງນຳກັນເລີຍ..

ລະວັງສຸຂະພາບຂອງທ່ານໃຫ້ດີຫາກປະຈຳເດືອນມາຖີ່ໃນໄລຍະເວລາພຽງເດືອນດຽວ ອາດເຮັດໃຫ້ທ່ານເປັນໂຣກຮ້າຍແຮງໄດ້ເຊັ່ນ:

  • ໂຣກກະດູກກະໂພກອັກເສບ

ເປັນການຕິດເຊື້ອແບັກທີເຣຍທີ່ສະສົມຢູ່ໃນລະບົບການສືບພັນເພດຍິງທີ່ອາດເຂົ້າສູ່ຊ່ອງຄອດຂອງທ່ານເຊິ່ງຈະແຜ່ກະຈາຍໄປມົດລູກ ແລະ ອະໄວຍະວະເພດທີ່ເຮັດໃຫ້ເກີດອາການແທ້ງລູກ ລວມເຖິງມີອາການຕົກຂາວຜິດປົກກະຕິ

  • ເນື້ອງອກໃນມົດລູກ

ເກີດຈາກການຈະເລີນເຕີບໂຕຜິດບ່ອນ ແລະ ຍຶດຕິດກັບຝາມົດລູກ ເຊິ່ງມີຕັ້ງແຕ່ຂະໜາດນ້ອຍທໍ່ເມັດງາຈົນເຖິງຂະໜາດໃຫຍ່ທໍ່ໝາກກ້ຽງກໍມີ. ເນື້ອງອກນີ້ມີອາການຂ້າງຄຽງທີ່ຮຸນແຮງເຊັ່ນ: ອາການເຈັບທ້ອງ, ເລືອດອອກໃນປະລິມານທີ່ຫຼາຍ ຖ້າມີອາການດັ່ງນີ້ຄວນເຂົ້າປຶກສາທ່ານໝໍເພື່ອຜ່າຕັດເອົາອອກໃຫ້ໄວທີ່ສຸດ.

  • ມະເຮັງປາກມົດລູກ

ເປັນມະເຮັງຊະນິດໜຶ່ງທີ່ເກິດຂຶ້ນຈາກການຕິດເຊື້ອໄວຣັສ  (HPV) ໃນຈຸລັງສ່ວນລຸ່ມຂອງມົດລູກທີ່ເຊື່ອມຕໍ່ກັບຊ່ອງຄອດທີ່ກໍ່ໃຫ້ເກິດມະເຮັງປາກມົດລູກ ສາມາດສັງເກດອາການທີ່ເລີ່ມເປັນໄດ້ງ່າຍໆຄື: ປະຈຳເດືອນເລີ່ມໄຫຼໜ້ອຍ, ສົ່ງກິ່ນບໍ່ດີ, ລວມເຖິງມີອາການປວດກະດູກກະໂພກລະຫວ່າງມີເພດສຳພັນ.

ຖ້າບໍ່ຢາກເລືອດໄຫຼ 2 ຮອບ / ເດືອນ ຄວນຮີບຮັກສາດ້ວຍວິທີດັ່ງນີ້:

ການຮັກສາຂຶ້ນຢູ່ກັບສາເຫດ ແລະ ພື້ນຖານປະລິມານ ລວມເຖິງຈຳນວນຄັ້ງຂອງເລືອດທີ່ໄຫຼ. ຫາກການບົ່ງມະຕິພົບວ່າເປັນພຽງແຕ່ອາການເລືອດຈາງ ອາດເສີມດ້ວຍການຮັບປະທານທາດເຫຼັກເພື່ອກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ.

ສຳລັບຜູ້ປ່ວຍທີ່ມີພາວະຕ່ອມໄທຣອຍເປັນພິດ: ທ່ານໝໍອາດໃຫ້ກິນຢາ ຫຼື ວິທີການຮັກສາດ້ານອື່ນໆຕາມແຕ່ຄວາມເໝາະສົມ.

ສຳລັບຜູ້ປ່ວຍທີ່ກ່ຽວຂ້ອງກັບໂຣກ Cysts: ອາດໄດ້ຮັບການຜ່າຕັດ ໂດຍທ່ານໝໍສະເພາະທາງທີ່ຊຳນານແລ້ວເທົ່ານັ້ນ.

ການຢຸດການຈະເລີນເຕີບໂຕຂອງເນື້ອງອກ: ໂດຍໃຊ້ hormone ກຸ່ມໂກນາໂດໂທຟິນ (Gonadotropin ) ເຂົ້າໃນການຮັກສາໂດຍເຮັດໃຫ້ທ່ານເຂົ້າສູ່ພາວະໝົດປະຈຳເດືອນຊົ່ວຄາວ ແລະ ຍັງເປັນການຢຸດການຈະເລີນເຕີບໂຕເຮັດໃຫ້ເນື້ອງອກມີຂະໜາດທີ່ເລີ່ມໜ້ອຍລົງ ທາງທ່ານໝໍຜູ້ຊ່ຽວຊານອາດໃຫ້ການຮັກສານີ້ຮ່ວມກັບການຜ່າຕັດ.

ສະຫຼຸບແລ້ວການມີປະຈຳເດືອນມາຫລາຍຄັ້ງຜິດປົກກະຕິ ຄວນຮີບຟ້າວໄປໂຮງຫມໍ ເພື່ອໄດ້ຮັບການກວດ ແລະບົ່ງມະຕິຈາກທ່ານຫມໍຢ່າງຖືກຕ້ອງ ບໍ່ຄວນປິ່ນປົວດ້ວຍໂຕເອງ ເພາະອາດມີອັນຕະລາຍໄດ້.

ທີ່ມາ: https://www.sanook.com/health/20005/