ແນະນຳຕົ້ນໄມ້ທີ່ເປັນຕາປູກໃນໄລຍະ Work From Home ສວຍງາມ ແຖມຟອກອາກາດໄດ້!!!


ກັບເຂົ້າສູ່ໄລຍະ Lockdown ທີ່ຫຼາຍຄົນຕ້ອງ Work from Home ຫຼື ເຮັດວຽກຢູ່ເຮືອນ ມີເວລາເຮັດກິດຈະກຳຢູ່ເຮືອນ ແລະຢູ່ກັບຄອບຄົວຫຼາຍຂຶ້ນ, ໜຶ່ງໃນກິດຈະກຳຫຼັກທີ່ຄົນນິຍົມໃນເວລາເຮັດວຽກຢູ່ເຮືອນເລີຍແມ່ນ ການປູກຕົນໄມ້ ແລະ ມື້ນີ້ທາງທີມງານ LaoX ຈະມາແນະນຳຕົ້ນໄມ້ປູກໃນເຮືອນທີ່ສາມາດ “ຟອກອາກາດ” ໄດ້, ນອກຈາກສວຍງາມແລ້ວ ຍັງມີປະໂຫຍດນຳອີກ!

  1. ຕົ້ນມອນສເຕີຣາ (Monstera)

ເປັນຕົ້ນໄມ້ທີ່ຄົນນິຍົມປູກຫຼາຍທີ່ສຸດ ມັນມີໃບທີ່ໃຫຍ່, ຂຽວ, ມັນວາວ, ສວຍງາມເປັນເອກະລັກ, ສາມາດຟອກອາກາດໄດ້ ແລະ ຊ່ວຍລົດຝຸ່ນ PM 2.5 ໄດ້ດີ. ເປັນຕົ້ນໄມ້ທີ່ມັກອາກາດຖ່າຍເທ, ແສງແດດອ່ອນ ແລະ ມີຄວາມຊຸ່ມພຽງພໍ.

  1. ຕົ້ນຢາງອິນເດຍ (Rubber Plant)

ຕົ້ນຢາງອິນເດຍ ໃບຈະມີຄວາມເງົາ ແລະ ມີສີຂຽວເຂັ້ມ ມັນສາມາດຟອກອາກາດໄດ້, ລົດສານພິດ formaldehyde (ສານລະເຫີຍທີ່ປົນເປື້ອນໃນອາກາດເຊິ່ງເກີດໄດ້ເອງຕາມທຳມະຊາດ ແລະ ມະນຸດສ້າງ) ໃນຫ້ອງ ທີ່ເປັນອັນຕະລາຍຕໍ່ມະນຸດໄດ້.

  1. ຕົ້ນລີ້ນມັງກອນ (Snake Plant)

ເປັນຕົ້ນອີກຊະນິດໜຶ່ງທີ່ຄົນລາວນິຍົມກັນປູກຫຼາຍ ເນື່ອງຈາກມີຄວາມເຊື່ອວ່າ ເປັນຕົ້ນໄມ້ເສີມມຸງຄຸນ ສາມາດປ້ອງກັນອັນຕະລາຍຈາກພາຍນອກໄດ້. ມັນມີລັກສະນະປາຍແຫຼມ ມີສີຂຽວ-ເຫຼືອງ ແລະ ລວດລາຍຕາມໃບທີ່ສວຍງາມ ແຕກຕ່າງກັນໄປຕາມສາຍພັນ. ນອກຈາກຄວາມສວຍງາມແລ້ວ ຕົ້ນລີ້ນມັງກອນ ຍັງສາມາດດູດເອົາຄາບອນໄດອອກໄຊໄປໃຊ້ ແລະ ຄາຍອອກຊີເຈນອອກມາໃນຕອນກາງຄືນໄດ້ອີກ.

  1. ຕົ້ນນາງກວັກ (Peace Lily)

ເປັນອີກຕົ້ນໄມ້ຊະນິດໜຶ່ງທີ່ຄົນລາວນິຍົມປູກ ເພາະເຊື່ອກັນວ່າເປັນຕົ້ນໄມ້ມຸງຄຸນ ເຮັດໃຫ້ສຸຂະພາບດີ ແລະ ມີໂຊກລາບ. ນອກຈາກຄວາມສວຍງາມແລ້ວ ມັນຍັງສາມາດກຳຈັດສານເບນຊິນ (ສານທີ່ໄດ້ຈາກສິ່ງພິມ ແລະ ສານຊັກລ້າງຕ່າງໆ), ຟໍມາດີໄຮ (ພົບໄດ້ຈາກເຈ້ຍ), ໄຕຣຄຼໍໂຣເອທີລີນ (ສານທີ່ມາຈາກສິ່ງພິມ ແລະ ສານເຄືອບເງົາ), ແອມໂມເນຍ (ນ້ຳຢາເຮັດຄວາມສະອາດທົ່ວໄປ), ໄຊລີນ, ໂທລູອີນ (ນ້ຳຢາກຳຈັດຄາບສີ, ນ້ຳມັນ ແລະ ທິນເນີ) ແລະ ສານມົນລະພິດໃນອາກາດອື່ນໆອີກ ຊ່ວຍໃຫ້ເຮືອນມີຄວາມສົດຊື່ນຂຶ້ນ.

  1. ຕົ້ນພູດ່າງ (Golden Pothos)

ເປັນຕົ້ນໄມ້ປູກງ່າຍໃນເຮືອນ ມີສີສັນລວດລາຍແຕກຕ່າງກັນໄປຢ່າງສວຍງາມ ເປັນໄມ້ເລື້ອຍ, ສາມາດຟອກອາກາດໄດ້ ຊ່ວຍລົດປະລິມານເບນຊິນ ແລະ ສານໄຕຣຄຼໍໂຣເອທີລີນ ທີ່ປົນເປື້ອນໃນອາກາດໄດ້, ສາມາດດູດສານພິດແອມໂມເນຍທີ່ມີຫຼາຍໃນຫ້ອງນ້ຳ ຫຼື ສຳນັກງານ ຫ້ອງການທີ່ມີເຄື່ອງຖ່າຍເອກະສານ. ສາມາດປ່ອຍຄວາມຊຸ່ມອອກມາໄດ້.

  1. ຕົ້ນຫວ້ານຫາງແຂ້ (Aloe Vera)

ເປັນອີກຊະນິດໜຶ່ງທີ່ຊາວລາວເຮົາຄຸ້ນເຄີຍມາແຕ່ອະດີດ ນອກຈາກຄວາມສວຍຄວາມງາມຂອງມັນແລ້ວ ມັນຍັງເປັນຢາສະໝຸນໄພ ແລະ ເອົາມາປະກອບອາຫານໄດ້ພ້ອມ. ບໍ່ໝົດເທົ່ານັ້ນ ຕົ້ນຫວ້ານຫາງແຂ້ ຍັງສາມາດປູກເປັນຕົ້ນໄມ້ຟອກອາກາດໄດ້ນຳອີກ, ມັນສາມາດດູດສານພິດ ເບນຊິນ, ຟໍມັລດີໄຮ ແລະ ຄາບອນໄດອອກຊາຍໄດ້ດີ.

  1. ຕົ້ນວາດສະໜາ (Dracaena)

ຄົນລາວເຊື່ອວ່າຕົ້ນວາດສະໜາ ເປັນຕົ້ນໄມ້ມຸງຄຸນມີວາດສະໜາທີ່ດີ, ມີໂຊກລາບ, ມີສະເໜ່, ເຮັດໃຫ້ມີຄົນຮັກ. ນອກຈາກນັ້ນ ມັນຍັງເປັນຕົ້ນໄມ້ທີ່ສາມາດດູດສານພິດພາຍໃນອາຄານ ຫຼື ສຳນັກງານໄດ້ດີ ສາມາດຈັດການກັບສານພິດຈຳພວກ ຟໍມາດີໄຮ, ໄຕຣຄຼໍໂຣເອທີລີນ, ໄຊລີ, ໂທລູອີນ ແລະ ເບນຊິນໄດ້ຢ່າງມີປະສິດທິພາບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/