Cupid ໄດ້ປາກົດຂຶ້ນມາໃນຮູບແຕ້ມຂອງ Vermeer ຫຼັງຈາກຖືກເອົາໄປຟື້ນຟູ ແຕ່ກ່ອນໜ້ານີ້ບໍ່ມີ Cupid ຢູ່ເລີຍ


ໂຢຮັນ ເຟີເມຍ (Johannes Vermeer) ເປັນນັກຈິດຕະກອນສັນຊາດ Dutch ຈາກສະຕະວັດທີ 17. ໜຶ່ງໃນຮູບທີ່ມີຊື່ສຽງໄປທົ່ວໂລກຂອງລາວແມ່ນ Girl with a Pearl Earring ຫຼື ຍິງສາວກັບຕຸ້ມຫູມຸກ ເປັນຮູບແຕ້ມສະໄຕລ໌ບາໂຣກ (Baroque) ທີ່ທຸກມື້ນີ້ນັກປະຫວັດສາດສິລະປະຍັງຖົກຖຽງກັນກ່ຽວກັບທິດສະດີຕ່າງໆ ຂອງຄວາມເລິກລັບໃນຮູບນີ້.

(Girl with a Pearl Earring)

ນອກຈາກຮູບນີ້ແລ້ວ ຍັງມີອີກຫຼາກຫຼາຍຮູບທີ່ມີຊື່ສຽງຂອງໂຢຮັນ ແລະ ຍັງເປັນຮູບແນວຄວາມເລິກລັບຕາມສໄຕລ໌ຂອງລາວ ອີກໜຶ່ງສາເຫດອາດແມ່ນເນື່ອງມາຈາກມີພຽງແຕ່ 34 ຮູບຂອງລາວທີ່ຍັງຢູ່ລອດມາໄດ້ຮອດທຸກມື້ນີ້ ບວກກັບການພັນລະນາຮູບທີ່ຕັ້ງໃຈໃຫ້ມັນເບິ່ງຄຸມເຄືອ. ຮູບແຕ້ມຂອງໂຢຮັນຈະເປັນພາບທີ່ປະກອບໄປດ້ວຍເຄື່ອງຕົກແຕ່ງໃນເຮືອນຢ່າງລະອຽດອ່ອນ ແລະ ຕົວລະຄອນເອກພຽງຕົວດຽວກຳລັງອາບແສງສະຫວ່າງຈາກປ່ອງຢ້ຽມເພື່ອສື່ເຖິງຄວາມໂດດດ່ຽວ.

ຮູບແຕ້ມ “Girl Reading a Letter at an Open Window” ຍິງສາວທີ່ກຳລັງອ່ານຈົດໝາຍທີ່ປ່ອງຢ້ຽມທີ່ກຳລັງເປີດຖິ້ມໄວ້ ເປັນຮູບທີ່ໂຢຮັນແຕ້ມສຳເລັດເມື່ອຊຸມປີ 1657–1659. ເປັນຮູບທີ່ຖືກລະບາຍກົງກັບຊື່ຂອງມັນ, ໂດຍມີຕົວລະຄອນເປັນຍິງສາວທີ່ກຳລັງອ່ານເຈ້ຍໃນຫ້ອງນອນ, ມັນຖືກຕົກແຕ່ງດ້ວຍຜ້າກັ້ງສີຂຽວໃຫຍ່, ຊຸດເຄື່ອງນອນທີ່ເບິ່ງຟຸມເຟືອຍ ແລະ ມີໝາກໄມ້ເຕັມຖ້ວຍ.

ແຕ່ພາຍຫຼັງການນຳຮູບພາບໄປຟື້ນຟູຂຶ້ນມາ ກໍໄດ້ຄົ້ນພົບວ່າຕຳແໜ່ງທີ່ຄວນຈະເປັນຝາສີຂາວທຳມະດາໄດ້ມີຮູບຂອງຄິວປິດ (Cupid) ເທບແຫ່ງຄວາມຮັກຈາກກຣີກບູຮານ ຂະໜາດໃຫຍ່.

ການຄົ້ນພົບຮູບຄິວປິດແມ່ນເກີດຈາການໃຊ້ແສງ X-ray ເພື່ອສະແກນຮູບຖ່າຍຂອງມັນໃນປີ 1979. ນັກປະຫວັດສາດສິລະປະໄດ້ໃຫ້ຂໍ້ມູນວ່າມັນເປັນເລື່ອງປົກກະຕິທີ່ຈະເຫັນສິລະປິນແບບໂຢຮັນລະບາຍຮູບທັບຊ້ຳໆ ເພາະລາວເປັນຄົນທີ່ມັກຄວາມສົມບູນແບບ (Perfectionist) ທີ່ພະຍາຍາມຈະສະແດງສັນຍະລັກ ແລະ ອົງປະກອບທີ່ໜ້າດຶງດູດທີ່ສຸດ. ແຕ່ໃນການສຳຫຼວດຄັ້ງໃໝ່ນີ້, ຜົນກວດອອກມາແມ່ນຊີ້ວ່າການແຕ້ມທັບນີ້ແມ່ນເກີດຂຶ້ນ 70 ປີ ຫຼັງຈາກທີ່ຮູບແຕ້ມໄດ້ສຳເລັດໄປແລ້ວ ກາຍປີທີ່ໂຢຮັນໄດ້ເສຍຊີວິດໄປ ເຊິ່ງແມ່ນ 1675. ນັ້ນໝາຍຄວາມວ່າການແຕ້ມທັບນີ້ແມ່ນເປັນຜົນງານຂອງຜູ້ອື່ນ.

ເນື່ອງຈາກຈະຕ້ອງປັບໃຫ້ເຂົ້າກັບຣົດສະນິຍົມ ແລະ ຄວາມນັບຖືຕ່າງໆຕາມເວລາທີ່ຜ່ານໄປ, ການປັບປ່ຽນຮູບແຕ້ມຂອງສິລະປິນຄົນອື່ນເປັນເລື່ອງທີ່ປົກກະຕິໃນສະໄໝກ່ອນ ຫຼັງຈາກໄດ້ຄົ້ນພົບຄວາມລັບນີ້ ທາງການກໍໄດ້ຕັດສິນໃຈສືບຕໍ່ຫາຮ່ອງຮອຍອື່ນໆເພີມຕື່ມ.

ການປາກົດຕົວຂອງຄິວປິດໄດ້ປ່ຽນການເຂົ້າໃຈຕໍ່ຄວາມໝາຍຂອງຮູບ ຍິງສາວອ່ານຈົດໝາຍໄປໝົດ. ພວກເຮົາບໍ່ມີທາງຮູ້ວ່າເຈ້ຍຈົດໝາຍທີ່ຕົວລະຄອນອ່ານຢູ່ແມ່ນຫຍັງ. ແຕ່ປັດຈຸບັນ ມັນໄດ້ສື່ອອກມາແລ້ວວ່າເປັນຈົດໝາຍຮັກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/