ຈີນປ່ອຍຕົວຊາວແຄນນາດາທີ່ຖືກຂັງ ຫຼັງຈາກປະທານ Huawei ໄດ້ຖືກປ່ອຍຕົວຈາກແຄນນາດາ


ໃນຄືນວັນສຸກທີ່ຜ່ານມານີ້ ຊາວແຄນນາດາສອງຄົນ Michael Kovrig ແລະ Michael Spavor ໄດ້ຖືກປ່ອຍຕົວຈາກຄຸມຂັງທີ່ປະເທດຈີນ ຫຼັງຈາກຖືກຂັງເປັນເວລາເກືອບ 3 ປີ. ທ່ານທູດແຄນນາດາ Dominic Barton ໄດ້ນຳພາໃຫ້ທັງສອງອອກເດີນທາງຢ່າງປອດໄພ  ແລະ ຈະມາຮອດແຄນນາດາໃນວັນເສົາຕອນເຊົ້ານີ້.

Michael Korvig ນັ້ນເຄີຍເປັນອະດີດທູດໃຫ້ກັບ International Crisis Group ແລະ Michael Spavor ແມ່ນສະມາຊິກຂອງອົງການຈັດສັນຊ່ວຍພົວພັນທຸລະກິດນານາຊາດ ແລະ ເຊື່ອມຕໍ່ວັດທະນະທຳກັບ ສປປ ເກົາຫຼີ.

ທັງສອງໄດ້ຖືກຈັບໃນທັນທີ ແລະ ຖືກຄຸມຂັງທີ່ປະເທດຈີນຕັ້ງແຕ່ປີ 2018 ຂໍ້ຫາລັກລອບສືບຫາຂໍ້ມູນ ຫຼັງຈາກການຈັບກຸມ Meng Wanzhou ປະທານການເງິນຂອງບໍລິສັດ Huawei ທີ່ປະເທດແຄນນາດາ ຜ່ານຫມາຍຈັບຈາກສະຫະລັດອາເມຣິກາ ໃນຂໍ້ຫາເຈລະຈາທຸລະກິດກັບປະເທດອີຣານທີ່ສະຫະລັດກຳລັງແບນຢູ່.

ເຊິ່ງນັກວິຈານຕ່າງກໍໄດ້ກ່າວຫາ ສປ ຈີນຕໍ່ການຂັງອະດີດທູດ ແລະ ນັກທຸລະກິດຂອງແຄນນາດາ ວ່າເພື່ອເປັນການຕອບໂຕ້ຕໍ່ການຈັບກຸມປະທານ Huawei ແລະ ໃຊ້ການຄຸມຂັງດັ່ງກ່າວເປັນຂໍ້ເຈລະຈາທາງການເມືອງ ແຕ່ທາງຈີນກໍໄດ້ປະຕິເສດຄວາມເຊື່ອມໂຍງດັ່ງກ່າວ.

ໃນວັນສຸກຕອນເຊົ້າ, ທາງສະຫະລັດໄດ້ປະຕິບັດຂໍ້ຕົກລົງ ແລະ ປ່ອຍຕົວ Meng ເພື່ອຂະຫຍາຍເວລາການຕັດສິນຈົນກວ່າຈະຮອດທ້າຍປີ 2022. ໃນສ່ວນຂອງຂໍ້ຕົກລົງເພື່ອຂະຫຍາຍເວລາການຕັດສິນນັ້ນ, Meng ໄດ້ຍອມຮັບວ່າຕົນເອງໃຫ້ການທີ່ສື່ໄປໃນທາງທີ່ເຂົ້າໃຈຜິດຕໍ່ທະນາຄານ HSBC ກ່ຽວກັບຄວາມສຳພັນຂອງ Huawei ແລະ Skycom ທີ່ເປັນບໍລິສັດຈາກຮົງກົງ ແລະ ບໍລິການຢູ່ອີຣານ. ຕົວປະທານ Huawei ໄດ້ບິນກັບ ສປ ຈີນທັນທີພ້ອມໄດ້ຮັບການຄຸ້ມຄອງໂດຍລັດຖະບານຈີນ.

ໃນປີ 2019, ສະຫະລັດອາເມຣິກາໄດ້ມີກຳນົດການລົງໂທດ Huawei ແລະ ຈັດຢູ່ໃນໝວດ Blacklist ໃນການສົ່ງອອກ. ນອກຈາກນີ້ຍັງໄດ້ກ່າວວ່າເທັກໂນໂລຢີຂອງ Huawei ໄດ້ເປີດໃຫ້ທາງລັດຖະບານຈີນສືບເກັບຂໍ້ມູນຜູ້ໃຊ້ຜ່ານອຸປະກອນ. ເຫດການກັກຕົວຄັ້ງນີ້ອາດບໍ່ແມ່ນພຽງແຕ່ເລື່ອງການຄ້າຂາຍເທົ່ານັ້ນ ມັນໄດ້ໂຍງທັງການທູດ ແລະ ການເມືອງລະຫວ່າງສປຈີນ ກັບ ສະຫະລັດອາເມຣິກາຂຶ້ນມາ ເຊິ່ງເປັນໄປໄດ້ຍາກທີ່ຈະຄາດເດົາຄວາມສຳພັນໃນອະນາຄົດວ່າຈະໄປທິດທາງໃດຕໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/