ວັນທີ 26 ກັນຍາ ວັນກຳຈັດອາວຸດນິວເຄຼຍສາກົນ


ວັນທີ 26 ກັນຍາ ຂອງທຸກໆປີ ຈະກົງກັບ ວັນກຳຈັດອາວຸດນິວເຄຼຍສາກົນ ໂດຍອົງການສະຫະປະຊາຊາດ (United Nations) ຫຼັງຈາກທີ່ຕົກລົງເຮັດສົນທິສັນຍາໃຫ້ອາວຸດນິວເຄຼຍເປັນອາວຸດທີ່ຜິດກົດໝາຍ ເພາະມັນເປັນອາວຸດທີ່ມີພະລັງໃນການທຳລາຍສູງ, ເປັນໄພຕໍ່ມະນຸດ, ລັງສີຂອງມັນຜ່ານມາຫຼາຍສິບປີກໍຍັງບໍ່ໝົດໄປ ຍັງປົນເປື້ອນກັບອາກາດ ແລະ ທຳລາຍສຸຂະພາບ, ຍົກຕົວຢ່າງ ເມືອງຮິໂຣຊິມາ ເມືອງທີ່ກາຍເປັນສັນຍະລັກຂອງສັນຕິພາບ ແລະ ການຍຸຕິອາວຸດນິວເຄຼຍ.

ໃນວັນທີ 2 ກັນຍາ 2009 ໄດ້ຕົກລົງສົນທິສັນຍາຫ້າມໃຊ້ອາວຸດນິວເຄຼຍ ຮ່າງຂຶ້ນໂດຍ 122 ລັດທີ່ເປັນສະມາຊິກຂອງອົງການ ສປຊ ໂດຍມີຈຸດປະສົງຫ້າມໃຊ້ ແລະ ກຳຈັດອາວຸດນິວເຄຼຍໃຫ້ໝົດໄປ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/