ຫວຽດນາມເລີ່ມທົດລອງໃຊ້ວັກຊີນໂຄວິດ – 19 ຜະລິດເອງ ເຂົ້າໃນມະນຸດຄັ້ງທຳອິດ


ສຳນັກຂ່າວຫວຽດນາມ (VNA) ລາຍງານວ່າຫວຽດນາມໄດ້ດຳເນີນການທົດລອງສີດວັກຊີນນາໂນໂຄແວກ (Nanocovax) ຄັ້ງທຳອິດ  ເຊິ່ງເປັນວັກຊີນປ້ອງກັນໂຣກຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຕົວທຳອິດທີ່ຜະລິດໃນປະເທດໃຫ້ແກ່ອາສາສະມັກ 3 ຄົນເມື່ອວັນພະຫັດທີ 17 ທັນວາ 2020 ທີ່ຜ່ານມາ.

ວັກຊີນນາໂນໂຄແວກ ເຊິ່ງພັດທະນາໂດຍບໍລິສັດ ນາໂນເຈນ ຟາມາຊູຕິຄອນ ໄບໂອເຕັກໂນໂລຊີ ເຈເອສຊີ (Nanogen Pharmaceutical Biotechnology JSC) ເປັນວັກຊີນປ້ອງກັນໂຣກໂຄວິດ – 19 ຕົວທຳອິດຂອງຫວຽດນາມທີ່ເຂົ້າສູ່ຂັ້ນຕອນການທົດລອງໃນມະນຸດ.

ລາຍງານລະບຸວ່າວັກຊີນຕົວດັ່ງກ່າວມີກຳນົດທົດສອບກັບອາສາສະໝັກຜູ່ມີອາຍຸລະຫວ່າງ 18 – 50 ປີຈຳນວນ 60 ຄົນທີ່ໄດ້ຮັບການຄັດເລືອກໃນໄລຍະທຳອິດຂອງການທົດລອງໃນມະນຸດ.

ກຸ່ມອາສາສະໝັກຈະໄດ້ຮັບການສັກວັກຊີນເຂົ້າກ້າມເນື້ອບໍລິເວນຕົ້ນແຂນຈຳນວນ 20ໂດສ ຫ່າງກັນ 28 ມື້ ແລະ ຈະຢູ່ພາຍໃຕ້ການກວດສອບອາການທາງການແພດເປັນເວລາ 6 ເດືອນ ໂດຍບໍລິສັດຜູ່ຜະລິດວາງແຜນທີ່ຈະເລີ່ມສີດນາໂນໂຄແວກໃຫ້ແກ່ສາທາລະນະຊົນໃນເດືອນພຶດສະພາ 2021 ຫາກການທົດລອງສະແດງຜົນລັບທີ່ດີ.

ທັງນີ້ ກະຊວງສາທາລະນະສຸກຂອງຫວຽດນາມລາຍງານການກວດພົບຜູ່ປ່ວຍໂຣກໂຄວິດ-19 ລວມຢູ່ທີ່ 1,405 ຄົນ ເມື່ອນັບເຖິງວັນພະຫັດ ທີ 17 ທັນວາ 2020 ເຊິ່ງລວມຜູ້ເສຍຊີວິດ 35 ຄົນ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/6LkBVB?utm_source=copyshare