ກິນຄົນດຽວ ຢູ່ຄົນດຽວ! “Ohitorisama” ເທຣນໃຫມ່ຈາກຍີ່ປຸ່ນ ເມື່ອການໃຊ້ຊີວິດຄົນດຽວເປັນເລື່ອງປົກກະຕິ


ໄປກິນຕຳຄົນດຽວ ໄປກິນຊີ້ນດາດຄົນດຽວ ສະຫຼອງໃຫ້ກັບຄວາມສຸກປະຈຳວັນດ້ວຍຕົວຄົນດຽວ ມັນກໍດີຄືກັນໃດເນາະ ເຊິ່ງໃນປະເທດຍີ່ປຸ່ນ ທີ່ຂຶ້ນຊື່ເລື່ອງການມີສັງຄົມທີ່ຂ້ອນຂ້າງຮວມກຸ່ມ ກຳລັງມີິເທຣນທີ່ພະຍາຍາມສື່ວ່າ ການໃຊ້ຊີວິດຄົນດຽວ ເຊັ່ນ: ກິນເຂົ້າຄົນດຽວ ອອກໄປນັ່ງດື່ມຄົນດຽວ ໄປຮ້ານຄາເຟ່ຄົນດຽວ ແລະ ການໃຊ້ຊີວິດຄົນດຽວນີ້ລະ ທີ່ສ້າງຄວາມສຸກໃຫ້ກັບເຮົາໄດ້ ແລະ ບໍ່ແມ່ນເລື່ອງທີ່ຜິດປົກກະຕິຫຍັງເລີຍ.

ໃນບົດຄວາມຂອງ BBC ຊື່ວ່າ The Rise of Japan’s “Super Solo” Culture ເຊິ່ງອະທິບາຍເຖິງວິຖີການໃຊ້ຊີວິດແບບ “ຊູເປີ້ໂຊໂລ້” ຂອງຄົນຍີ່ປຸ່ນກໍໄດ້ເວົ້າເຖິງເລື່ອງການທີ່ເຮົາມີຄວາມສຸກກັບຊີວິດຄົນດຽວໄດ້ໜ້າສົນໃຈໄວ້ຫຼາຍຢ່າງ.

ຈາກແຕ່ກ່ອນທີ່ຍີ່ປຸ່ນເຄີຍມີຄຳສັບວ່າ “Benjo meshi” ຫຼື ການທີ່ຄົນໆໜຶ່ງຕ້ອງລັກເອົາເຂົ້າໄປກິນໃນຫ້ອງນຳ້ພຽງຄົນດຽວ ບໍ່ໃຫ້ໃຜເຫັນ ເພາະເຄີຍເຊື່ອວ່າການກິນເຂົ້າຄົນດຽວເປັນສິ່ງທີ່ໜ້າອາຍ ມາເຖິງຕອນນີ້ ມຸມມອງຂອງຄົນຍີ່ປຸ່ນເລີ່ມປ່ຽນໄປຫຼາຍຂຶ້ນ.

ໂດຍສະເພາະໃນຊ່ວງຫຼັງມານີ້້ ມີຄຳວ່າ “Ohitorisama”  ເຊິ່ງພະຍາຍາມສື່ເຖິງ ການອອກໄປສະເຫຼີມສະຫຼອງດ້ວຍຕົວຄົນດຽວ (Hitori ແປວ່າ ຄົນດຽວຫຼືໜຶ່ງຄົນໃນພາສາຍີ່ປຸ່ນ) ໂດຍຄຳນີ້ເລີ່ມກາຍເປັນເທຣນໃນສັງຄົມອອນລາຍ ຢ່າງ Instagram ຖ້າເຮົາຄົ້ນຫາຄຳນີ້ເປັນພາສາຍີ່ປຸ່ນ ເຮົາກໍຈະພົບກັບຮູບທີ່ຜູ່ຄົນຢ່າງຫຼວງຫຼາຍເອົາຄາບອາຫານທີ່ພວກເຂົາກິນຄົນດຽວມາແຊຣ ນຳກັນຢ່າງມ່ວນຊື່ນສະໜຸກສະໜານ.

ຫຼື ຖ້າແຍກຍ່ອຍລົງໄປອີກເລື່ອງ ຕອນນີ້ກໍມີອີກຄຳທີ່ໜ້າສົນໃຈຄື “Hitori Yakiniku” ທີ່ໝາຍເຖິງການໄປກິນປີ້ງນັ້ນນີ້ຄົນດຽວ.

ບົດຄວາມຂອງ BBC ຍັງໄດ້ໄປສຳຫຼວດພາກທຸລະກິດເຖິງເລື່ອງວິຖີຊີວິດຕົວຄົນດຽວທີ່ເວົ້າຂ້າງເທິງນີ້ອີກເພີ່ມເຕີມ ແລະ ພົບວ່າ ໜຶ່ງໃນທຸລະກິດທີ່ກຳລັງປ່ຽນໄປຄືຮ້ານຄາຣາໂອເກະ ເຖິງແມ່ນວ່າປະເດັນເລື່ອງການໃຊ້ຊີວິດຕົວຄົນດຽວຂອງຄົນຍີ່ປຸ່ນ ຈະບໍ່ແມ່ນເລື່ອງໃໝ່ຫຼາຍ ແຕ່ກໍລະນີນີ້ເຮັດໃຫ້ເຮົາເຫັນເຖິງຄວາມພະຍາຍາມປ່ຽນພາບລັກຂອງການເຮັດສິ່ງຕ່າງໆ ດ້ວຍຕົວຄົນດຽວໃຫ້ມັນກາຍເປັນເລື່ອງທີ່ບໍ່ໄດ້ຜິດປົກກະຕິຫຍັງອີກຕໍ່ໄປ.

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2487465091468878/?_rdc=1&_rdr

https://www.bbc.com/worklife/article/20200113-the-rise-of-japans-super-solo-culture