Apple TV+ ປ່ອຍຕົວຢ່າງສາລະຄະດີ “Billie Eilish: The World’s A Little Blurry” ກຽມເຂົ້າສາຍໃນເດືອນກຸມພາ 2021


Apple TV+ ໄດ້ປ່ອຍ Trailer ຫຼ້າສຸດຂອງຮູບເງົາສາລະຄະດີເລື່ອງລາວຊີວິດສີລະປິນແຫ່ງຍຸກຄື ບິລລີ່ ອາຍລິຊ ທີ່ໃຊ້ຊື່ວ່າ Billie Eilish: The World’s A Little Blurry ໂດຍສາລະຄະດີເລື່ອງນີ້ກຽມເຂົ້າສາຍຄັ້ງທຳອິດຜ່ານໂຮງຮູບເງົາ ແລະ ທາງ Apple TV+ ໃນເດືອນກຸມພາ 2021 ປີໜ້າ ເຊິ່ງໄດ້ ອາເຈ ຄັດເລີ ມາກຳກັບໃຫ້ ໂດຍທີ່ກ່ອນໜ້ານີ້ເຄີຍສ້າງຊື່ກັບສາລະຄະດີເລື່ອງ The September lssue ລວມໄປເຖິງສາລະຄະດີແນວການເມືອງຄື The War Room.

ສຳລັບເລື່ອງ Billie Eilish: The World’s A Little Blurry  ອາເຈ ຄັດເລີ ໄດ້ຕິດຕາມຖ່າຍຊີວິດຂອງ ບິລລີ່ ມາຫຼາຍປີກ່ອນໜ້ານີ້ ເຊິ່ງກໍມີການຄາດເດົາກັນວ່າພວກເຂົາໜ້າຈະເລີ່ມຖ່າຍທຳກັນຕັ້ງແຕ່ປີ 2016 ແລ້ວ ແຖມທາງທີມງານຍັງໄດ້ມີການຕາມໄປເກັບ Footage  ຂອງສີລະປິນສາວຂະນະທີ່ລາວກຳລັງທົວຄອນເສີດໃນ 2019 ອີກດ້ວຍ.

ຄາດວ່າເຮົາຈະໄດ້ເຫັນການເຕີບໂຕຂອງບິລລີ່ທັ້ງໃນຖານະນັກແຕ່ງເພງ, ນັກຮ້ອງ ແລະ ໃນຖານະຂອງເດັກຜູ້ຍິງຄົນໜຶ່ງທີ່ປະສົບຄວາມສຳເລັດຢ່າງລົ້ນຫຼາມ ແລະ ວ່ອງໄວຜ່ານສາລະຄະດີເລື່ອງນີ້ ເຊິ່ງເບື້ອງຫຼັງຄວາມສຳເລັດເຫຼົ່ານີ້ແລກມາດ້ວຍຄວາມກົດດັນ ແລະ ຄວາມພະຍາຍາມຫຼາກຫຼາຍເທົ່າໃດຕ້ອງລໍຖ້າຕິດຕາມໃນປີໜ້າ.

ມາເບິ່ງຕົວຢ່າງຮູບເງົາສາລະຄະດີໄດ້ທີ່ນີ້:

ທີ່ມາ: https://liff.line.me/1454988218-NjbXbq18/v2/article/7vK8qn?utm_source=copyshare