ກຳປູເຈຍເປີດເຜີຍ “ໝູ່ບ້ານ” ທົ່ວປະເທດເກືອບ 98% ມີໄຟຟ້າໃຊ້ແລ້ວ


ວັນອັງຄານ ທີ 15 ທັນວາ 2020 ສຳນັກຂ່າວ ເອເຄພີ ຂອງກຳປູເຈຍລາຍງານວ່າ ປັດຈຸບັນໝູ່ບ້ານໃນກຳປູເຈຍເກືອບ 98% ສາມາດເຂົ້າເຖິງໄຟຟ້າເພື່ອການໃຊ້ງານແລ້ວ.

ລາຍງານຂ່າວອ້າງອີງຄຳເວົ້າຂອງຊຸຍ ເຊມ ລັດຖະມົນຕີກະຊວງເໝືອງແຮ່ ແລະ ພະລັງງານ ລະຫວ່າງເດີນທາງໄປ ໂຮງໄຟຟ້າຂະໜາດ 400 ເມັກກະວັດ ໃນແຂວງ ກັນດານ (Kandal) ທາງຕອນໃຕ້ຂອງປະເທດ.

ຊຸຍ ເຊມ ກ່າວວ່າການຈ່າຍໄຟຟ້າສູ່ຊົນນະບົດເກີດຄວາມກ້າວໜ້າຢ່າງຫຼາຍ ຫຼັງຈາກລັດຖະບານຕັ້ງເປົ້າໝາຍຈ່າຍໄຟຟ້າແກ່ໝູ່ບ້ານທັງໝົດ 14,168 ແຫ່ງພາຍໃນປີ 2020.

“ໝູ່ບ້ານທີ່ເຫຼືອອີກ 237 ແຫ່ງ ຫຼື ຮ້ອຍລະ 2 ເຊິ່ງຍັງບໍ່ຖືກເຊື່ອມເຂົ້າກັບໂຄງຂ່າຍໄຟຟ້າຂອງປະເທດ ຕັ້ງຢູ່ໃນພື້ນທີ່ທຸລະກັນດານອັນຍາກແກ່ການເດີນໜ້າຂະບວນການຈ່າຍໄຟຟ້າ” ຊຸຍ ເຊມ ກ່າວ.

ແຕ່ເຖິງຢ່າງໃດກໍດີ ກະຊວງເໝືອງແຮ່ ແລະ ພະລັງງານ ກຳລັງກະກຽມການຈ່າຍໄຟຟ້າແກ່ພື້ນທີ່ດັ່ງກ່າວດ້ວຍການຕິດຕັ້ງລະບົບພະລັງງາແສງອາທິດທົດແທນ.

ໜຶ່ງແຫຼ່ງໄຟຟ້າຫຼັກຂອງກຳປູເຈຍໄດ້ແກ່ ເຂື່ອນຜະລິດໄຟຟ້າພະລັງນ້ຳ ແລະ ໂຮງໄຟຟ້າຖ່ານຫີນ.

ກຳປູເຈຍມີເຂື່ອນລັກສະນະດັ່ງກ່າວ 7 ແຫ່ງ ທີ່ສ້າງໂດຍຈີນ ແລະ ກຳລັງຜະລິດລວມ 1,328 ເມັກກະວັດ ແລະ ໂຮງໄຟຟ້າຖ່ານຫີນ 3 ແຫ່ງ ທີ່ມີກຳລັງຜະລິດ 675 ເມັກກະວັດ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/nRBvVg?utm_source=copyshare