ໂຊຊຽວມີເດຍຈີນ-ເກົາຫຼີ ເປີດເສິກຍາດກິມຈິວ່າເປັນຂອງປະເທດຕົນເອງ


ເທິງໂຊຊຽວມີເດຍຈີນ-ສ.ເກົາຫຼີ ດຸເດືອດ ຫຼັງເກີດຂໍພິພາດກັນກ່ຽວກັບ “ກິມຈິດັ້ງເດີມ” ຫຼື “Pao Cai” (ກິມຈິແບບຈີນ) ເມນູຜັກດອງຈາກມົນທົນເສສວນ ທີ່ເມື່ອບໍ່ດົນມານີ້ ໄດ້ຮັບການຮັບຮອງມາດຕະຖານສາກົນ ຫຼື ISO (International Organization for Standardisation)

ຕາມວັດທະນະທຳດັ້ງເດີມ ກິມຈິ ເປັນການນຳເອົາຜັກໄປລ້າງ ແລ້ວປຸງຣົດດ້ວຍເກືອ ກ່ອນຈະເອົາໄປເຄື່ອງປຸງ ຫຼື ເຄື່ອງເທດ ແລ້ວເອົາໄປໝັກໃນໄຫ ເພື່ອນຳໄປໄວ້ໃຕ້ດິນທີ່ບໍ່ມີອາກາດຜ່ານ, ວິທີການນີ້ ເປັນທີ່ຮູ້ຈັກກັນດີໃນຊື່ “ກິມຈັງ” ແລະ ຖືກຈັດອັນດັບເປັນມໍລະດົກທາງວັດທະນະທຳ ໂດຍ UNESCO ໄປແລ້ວ.

ເນື່ອງຈາກຄວາມຕ້ອງການໃນປະເທດສູງ ສ.ເກົາຫຼີ ຈຶ່ງນຳເຂົ້າກິມຈິເປັນຈຳນວນຫຼາຍມາຈາກແຫຼ່ງຜະລິດຈາກຈີນ ໃນຂະນະດຽວກັນ ກໍເກືອບຈະບໍ່ມີກິມຈິຈາກເກົາຫຼີສົ່ງໄປຈີນເລີຍ ເນື່ອງຈາກຈີນມີກົດເກນທີ່ເຂັ້ມງວດເລື່ອງສິນຄ້າໝັກດອງ.

ທັງນີ້ທັງນັ້ນ ກໍເກີດມີການຖົກຖຽງກັນໃນໂລກອອນໄລນ໌ຈີນ ແລະ ສ.ເກົາຫຼີ ເຖິງປະເດັນຂອງກິມຈິ ວ່າເປັນຂອງໃຜກັນແທ້, ໂດຍໜັງສືພິມ The Global Times ຂອງຈີນລາຍງານເມື່ອອາທິດທີ່ຜ່ານມາວ່າ “ສຳລັບອຸດສາຫະກຳກິມຈິຂອງຈີນນັ້ນຖືກຮັບຮອງມາດຕະຖານສາກົນໂດຍຈີນ” ຫຼັງຈາກນັ້ນ ສື່ໃນ ສ.ເກົາຫຼີ ກໍຕີມພິມເຖິງປະເດັນນີ້ ແລະ ກ່າວວ່າຈີນພະຍາຍາມຈະເຮັດ Pao Cai  ຊ້ຳກັບກິມຈິ.

ຄວາມຄິດເຫັນບາງສ່ວນຈາກຝັ່ງໂຊຊຽວມີເດຍເກົາຫຼີບອກວ່າ “ມັນເປັນເລື່ອງໄຮ້ສາລະ ຄືກັບມີໂຈນມາລັກວັດທະນະທຳຂອງເຮົາ” ເຊິ່ງຄວາມຄິດເຫັນສ່ວນຫຼາຍຈະອອກໄປທາງບໍ່ພໍໃຈທີ່ຈີນພະຍາຍາມຈະອ້າງວ່າວັດທະນະທຳຂອງເຂົາເຈົ້າໄປເປັນຂອງຕົນເອງ ລວມເຖິງຍັງມີຄວາມເຫັນວ່າ ນີ້ອາດແມ່ນໜຶ່ງໃນແຜນການຄອງໂລກຂອງຈີນອີກດ້ວຍ.

ສ່ວນທາງໂຊຊຽວມີເດຍຈີນ ທັງໃນ Twitter ແລະ Weibo ກໍດຸເດືອດບໍ່ແພ້ກັນ ມີການອ້າງວ່າ ກິມຈິເປັນວັດທະນະທຳຂອງປະເທດຕົນມາດົນນານແລ້ວ ແລະ ກິມຈິທີ່ຄົນເກົາຫຼີ ບໍລິໂພກກັນຢູ່ນັ້ນກໍມາຈາກຈີນ ເຊັ່ນ “ແມ່ນແຕ່ການອອກສຽງວ່າ ກິມຈິ ຍັງມາຈາກຈີນເລີຍ”.

ຫຼັງຈາກນັ້ນ ທາງກະຊວງກະສິກຳ ແລະ ອຸດສາຫະກຳຂອງ ສ.ເກົາຫຼີ ໄດ້ອອກມາແຍ້ງວ່າ ມາດຕະຖານທີ່ຮັບຮອງຂອງ ISO ບໍ່ໄດ້ມາຈາກກິມຈິ ແລະ ຍັງເສີມອີກວ່າ ເປັນໄປບໍ່ໄດ້ເລີຍທີ່ລາຍງານນີ້ຈະແຜ່ອອກໄປ ໂດຍປາສະຈາກຄວາມຂັດແຍ່ງລະຫວ່າງ “ກິມຈິ” ແລະ “Pao Cai” ຂອງເສສວນ.

ທີ່ມາ:​https://www.facebook.com/thematterco/posts/2760942404121144