ລົດຊາດຄ້າຍໆກັນ ແຕ່ຮູ້ບໍ່ວ່າ ໂກໂກ້ ກັບ ຊັອກໂກແລັດ ຕ່າງກັນແນວໃດ?


ທ່ານເຄີຍສົງໄສບໍ່ວ່າ ໂກໂກ້ ກັບ ຊັອກໂກແລັດ ມັນຕ່າງກັນແນວໃດ? ເວລາຢືນອ່ານເມນູໃນຮ້ານກາເຟ ກໍມັກຈະມີເຄື່ອງດື່ມທີ່ເອີ້ນວ່າ “ໂກໂກ້ຮ້ອນ” “ໂກໂກ້ເຢັນ” “ໂກໂກ້ປັ່ນ” ແຕ່ບາງຮ້ານກໍຂຽນວ່າ “ຊັອກໂກແລັດຮ້ອນ “ຊັອກໂກແລັດເຢັນ” “ຊັອກໂກແລັດປັ່ນ”  ແລ້ວສະຫຼຸບແມ່ນ ມັນຕ່າງກັນບໍ່?

ທີ່ຈິງແລ້ວ ຂອງທັງສອງຢ່າງນີ້ເປັນແຝດຄົນລະຝາ ເຮັດມາຈາກຂອງຢ່າງດຽວກັນ ແຕ່ແຕກຕ່າງກັນທີ່ກຳມະວິທີ ເຊິ່ງທັງໂກໂກ້ ແລະ ຊັອກໂກແລັດນັ້ນເຮັດມາຈາກເມັດຂອງຕົ້ນກາເກົາ (cacao) ຫຼື ບ້ານເຮົາເອີ້ນງ່າຍໆວ່າ “ຕົ້ນໂກໂກ້” ນັ້ນເອງ ໂດຍນຳເມັດໃນຝັກມາແຊ່ນຳ້ໝັກໄວ້ ຈາກນັ້ນກໍເອົາເປືອກອອກ ນຳໄປຂົ້ວ ແລ້ວບົດເປັນຜົງ ແລະບ່ອນນີ້ຄືທາງແຍກຂອງສອງຢ່າງນີ້.

ຖ້ານຳຜົງທີ່ໄດ້ໄປໃຊ້ເລີຍ ເຮົາຈະເອີ້ນວ່າ “ຜົງຊັອກໂກແລັດ” ແຕ່ຖ້ານຳໄປຜ່ານຂະບວນການສະກັດເອົາໄຂມັນທີ່ເອີ້ນວ່າ “ໂກໂກ້ບັດເຕີ” ອອກຈົນໝົດກໍຈະກາຍເປັນ “ຜົງໂກໂກ້” ນັ້ນເອງ.

ແລະ ນີ້ເປັນທີ່ມາວ່າໂກໂກ້ ຈະມີລົດຊາດຂົມຂື່ນຄໍ ແລະ ຊັອກໂກແລັດຈະຫອມມັນມີລົດນຸ້ມລະມຸນກວ່າ ເພາະຍັງມີໄຂມັນໂກໂກ້ບັດເຕີປົນຢູ່ ດ້ວຍເຫດນີ້ເອງ, ໂກໂກ້ຈຶ່ງເປັນເຄື່ອງດື່ມທີ່ດີຕໍ່ສຸຂະພາບກວ່າຊັອກໂກແລັດ ເພາະໂກໂກ້ຈະມີໄຂມັນໜ້ອຍກວ່າ ເຖິງແມ່ນວ່າຈະຫອມເທົ່າກັນ.

ເບິ່ງຄວາມແຕກຕ່າງເພີ່ມຕື່ມໄດ້ທີ່: https://www.pinterest.com/pin/452119250094295617/

ທີ່ມາ: Lively Lifegazine, https://web.facebook.com/2007331706232995/photos/a.2007341916231974/2541190706180423/?_rdc=1&_rdr