ສະຖາບັນວິໄຈຜາຫີນແກະສະລັກຕ້າຈູ໋ ຍັງເດີນໜ້າເສີມສ້າງການຄຸ້ມຄອງບູຮານວັດຖຸ


ຫຼາຍປີຜ່ານມານີ້ ສະຖາບັນວິໄຈການແກະສະຫຼັກຫີນຕ້າຈູ໋ ໃນເທສະບານນະຄອນ ສົງຊິ່ງ ທາງຕາເວັນຕົກສຽງໃຕ້ຂອງຈີນ ຍັງສືບຕໍ່ເດີນໜ້າເສີມສ້າງການຄຸ້ມຄອງ, ການໃຊ້ປະໂຫຍດຈາກການຄຸ້ມຄອງ ແລະ ການວິໄຈຖ້ຳຜາແກະສະຫຼັກຫີນແຫ່ງຕ້າຈູ໋ (Dazu Rock Carvings) ເຊິ່ງເປັນມໍລະດົກໂລກຢ່າງຫ້າວຫັນ.

ທັງນີ້ ສະຖາບັນວິໄຈໄດ້ດຳເນີນໂຄງການປ້ອງກັນ ແລະ ຟື້ນຟູບູຮານວັດຖຸທາງວັດທະນະທຳຈຳນວນຫຼາຍເຊັ່ນ: ໂຄງການສ້ອມແຊມຮູບປັ້ນເຈົ້າແມ່ກວນອິມພັນມືເທິງພູເຂົາເປົ່າຕິ້ງ ແລະ ໂຄງການຄວບຄຸມນ້ຳບໍລິເວນ “ພຣະພຸດທະຮູບປາງໄສຍາສ” ເທິງພູເຂົາເປົ່າຕິ້ງ ລວມເຖິງເສີມງານຄຸ້ມຄອງຖ້ຳຂະໜາດນ້ອຍ ແລະ ຂະໜາດກາງທີ່ກະຈັດກະຈາຍຢູ່ພາຍໃນສະຖານທີ່ດັ່ງກ່າວ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/YRx1PB?utm_source=copyshare