ເປີດໃຫ້ເຂົ້າເບິ່ງມື້ນີ້ ! ງານວາງສະແດງກາຕູນນານາຊາດ “ເລົ່າຈື່ແຫ່ງໂລກາ”


ເຈົ້າໜ້າທີ່ກະກຽມຜົນງານທີ່ຈະນຳມາຈັດສະແດງໃນງານວາງສະແດງກາຕູນນານາຊາດ “ເລົ່າຈື່ແຫ່ງໂລກາ” ສຳເລັດແລ້ວທີ່ສະຖາບັນຂົງຈື້ແຫ່ງກຸ້ຍຫຍາງ ມົນທົນກຸ້ຍໂຈທາງຕາເວັນຕົກສຽງໃຕ້ຂອງຈີນ.

ປະຫວັດໂດຍຫຍໍ້ຂອງເລົ່າຈື່:

ເລົ່າຈື່ ເປັນນັກປັດຊະຍາຊາວຈີນທີ່ມີຊື່ສຽງທີ່ສຸດອີກທ່ານໜຶ່ງ ເຊື່ອກັນວ່າມີຊີວິດຢູ່ໃນຊ່ວງສະຕະວັດທີ 6 ກ່ອນຄຣິສສັກກະຣາດ ໃນຊ່ວງຂອງສົງຄາມປັດຊະຍາ ແລະ ສົງຄາມການເມືອງໃນຍຸກຊຸນຊິວ ເລົ່າຈື່ໄດ້ຂຽນຕຳລາອັນເປັນແບບແຜນໃນທາງເຕົ໋າ ນັ້ນຄື “ເຕົ້າເຕີຈິງ” ເຊິ່ງເປັນວັນນະກຳທາງສາສະໜາເຕົ໋າທີ່ຍັງຄົງຕົກທອດມາເຖິງຍຸກປັດຈຸບັນນີ້ ເລົ່າຈື່ ເປັນນັກປາດທີ່ຊ່ຽວຊານທາງສາສະໜາ, ປະຫວັດສາດ, ພູມສາດ ແລະ ດາຣາສາດ.

ຕາມຫຼັກຖານທາງປະຫວັດສາດເຮົາຮູ້ຈັກເລົ່າຈື່ໄດ້ໜ້ອຍຫຼາຍແຕ່ມີພົງສາວະດານຈີນຫຼາຍອັນທີ່ກ່າວເຖິງເລົ່າຈື່ໃນຖານະທີີ່ເປັນຜູ້ແຕ່ງຄຳພີ ເຕົ໋າເຕັກເກັງ ຫຼື ເຕົ້າເຕີຈິງ ເຊິ່ງເນື້ອຫາໃນຄຳພີນີິ້ ມີຄວາມສຳຄັນກັບວັດທະນະທຳຈີນໃນຮຸ່ນຕໍ່ໆມາຢ່າງຫຼວງຫຼາຍ ຖືໄດ້ວ່າທຽບເທົ່າໄດ້ກັບ ຂົງຈື່. ຕາມພົງສະວະດານລະບຸໄວ້ວ່າ ເລົ່າຈື່ ເກີດໃນແຄວ້ນຂູ່ ເຊິ່ງໃນປັດຈຸບັນຄືບໍລິເວນ ເມືອງລູ່ອີ້ ຂອງມົນທົນເຫີໜານ ແຕ່ບາງຕຳນານກ່າວໄວ້ວ່າເລົ່າຈື່ເມື່ອເກີດມາມີຜົມສີຂາວ ແລະ ຢູ່ໃນທ້ອງແມ່ດົນເຖິງ 8 ທົດສະວັດ ຫຼື 80 ປີ. ຊື່ຂອງເລົ່າຈື່ແປໄດ້ 2 ແບບຄື:  “ອາຈານຜູ່ອາວຸໂສ” ຫຼື “ເດັກນ້ອຍຜູ່ອາວຸໂສ” ເກີດທີ່ບ້ານ ຊີເຫຍິນລີ ເມືອງ ຂູ່ສ້ຽນ ແຄວ້ນສູ່ ເມື່ອວັນທີ່ 15 ເດືອນຍີ່ ກ່ອນ ຄ.ສ ເກືອບ 576 ປີ (ກ່ອນ ພ.ສ 33 ປີ).

ຈາກພົງສະວະດານຂອງຊື່ຫມ່າຊຽນ ກ່າວວ່າ ເລົ່າຈື່ມີອາຍຸຫຼາຍກວ່າ ຂົງຈື່ ແຕ່ຢູ່ໃນຍຸກສະໄໝດຽວກັນ ແລະ ເຄີຍໄດ້ພົບປະເສວະນາກັນ ເລົ່າຈື່ໄດ້ເຮັດວຽກໃນຣາດຊະວົງໂຈ ຂົງຈື່ ແລະ ເລົ່າຈື່ ໄດ້ມາພົບພໍ້ກັນໂດຍບັງເອີນໃນແຄວ້ນໂຈ (ປັດຈຸບັນຄືແຖບເມືອງລັ່ວຫຍາງ) ໂດຍຂົງຈື່ໄດ້ມາຄົ້ນຫາຕຳລາໃນຫ້ອງສະໝຸດ. ຈາກເລື່ອງເລົ່ານີ້ ທັງສອງໄດ້ແລກປ່ຽນທັດສະນະຄະຕິຄວາມຄິດເຫັນໃນຫຼາຍໆດ້ານເປັນເວລາຫຼາຍເດືອນ ຫຼັງຈາກການເສວະນາໃນຄັ້ງນີ້ ຂົງຈື່ກ່າວວ່າ “ການທີ່ໄດ້ໂອ້ລົມກັບທ່ານເລົ່າຈື່ ຖືວ່າເປັນການສຶກສາທີ່ລ້ຳເລີດ ແລະ ດີຫຼາຍກວ່າໜັງສືໃນຫ້ອງສະໝຸດອີກ”.

ຜົນງານຂອງເລົ່າຈື່:

ຜົນງານທີ່ສຳຄັນທີ່ສຸດຂອງເລົ່າຄື: “ຄຳພີເຕົ໋າເຕັກເກງ ຫຼື ເຕົ້າເຕີຈິງ” ເປັນຄຳພີທີ່ມີອັກສອນຈີນ 5,000 ຕົວອັກສອນ ເຊິ່ງມີອິດທິພົນຕໍ່ວັດທະນະທຳຂອງປະເທດຈີນຫຼາຍ ໂດຍພາຍໃນຄຳພີນັ້ນມີເນື້ອຫາໃນດ້ານປັດຊະຍາບຸກຄົນ ຄວາມກົມກືນຕໍ່ການໃຊ້ຊີວິດດັບທຳມະຊາດຈົນໄປເຖິງປັດຊະຍາການເມືອງ.

  ຈາກການຕີຄວາມຄຳວ່າ “ເຕົ໋າ” ໃນຄຳພີ ມັກຈະໝາຍເຖິງ ເສັນທາງ ຫຼື ຍຸດຕິທຳ ເຊິ່ງມີຄວາມໝາຍກວ້າງໆ ແລະ ມັກຕີຄວາມໝາຍໃນແນວເປັນໄປຕາມທຳມະຊາດທີ່ສອດຄ່ອງກັບວິຖີແຫ່ງເຕົ໋າໃດໆຈະສາມາດບັນລຸຜົນໄດ້ງ່າຍ. ເລົ່າຈື່ເຊື່ອວ່າຄວນຫຼີກຫຼ່ຽງຄວາມຮຸນແຮງຕ່າງໆເທົ່າທີ່ຈະເປັນໄປໄດ້. ສ່ວນຄຳວ່າ “ເຕັກ ຫຼື ເຕົ໋າ” ນັ້ນໝາຍເຖິງ “ຄຸນນະທຳ”ຄຳພີນີ້ແບ່ງອອກເປັນ 81 ບົດດ້ວຍກັນ.

ເຖິງແມ່ນວ່າເລົ່າຈື່ຈະບໍ່ໄດ້ປູກຝັງວັດທະນະທຳຫຍັ່ງເລິກໄດ້ທຽບເທົ່າກັບ ຂົງຈື່ ໃນອາລິຍະທຳຈີນ ແຕ່ທ່ານກໍຍັງເປັນທີ່ເຄົາລົບນັບຖືໂດຍທົ່ວໄປ, ແມ່ນແຕ່ຂົງຈື່ຍັງເອີ້ນທ່ານວ່າອາຈານ ທັງແນວຄວາມຄິດ ແລະ ການປະຕິບັດຕາມຫົນທາງແຫ່ງເຕົ໋າ.

ໂດຍງານນີ້ມີຫົວຂໍ້ຫຼັກຄືເລົ່າຈື່ ນັກປາດຊື່ດັງຂອງຈີນ ແລະ ໄດ້ຮວບຮວມຜົນງານກາຕູນ 120 ອັນ ຂອງບັນດາສີລະປິນຈາກປະເທດ ແລະ ພູມິພາກກວ່າ 40 ແຫ່ງທົ່ວໂລກມາຈັດສະແດງ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/aRX5OW?utm_source=copyshare