ເມື່ອສະໝອງ ແລະ ຄວາມສົນໃຈຂອງເຮົາສະຫຼັບກັນໄປມາ ເມື່ອຍເກີນໄປເພາະ Multi-Tasking ຄວນເຮັດແນວໃດດີ?


ເມື່ອຍເກີນໄປເພາະ Multi-Tasking ເຮັດແນວໃດດີ? ລອງໃຊ້ການເຮັດວຽກສະຕາຍ “Mono-tasking” ທີ່ດີຕໍ່ສະໝອງ ແລະ ປະສິດທິພາບການເຮັດວຽກ.

“Multi-tasking” ເປັນທັກສະການເຮັດວຽກຫຼາຍຢ່າງໃນເວລາດຽວກັນ ປານກັບວ່າເປັນຍອດມະນຸດ ແລະ ກໍເປັນທັກສະທີ່ຖືກໃຈເຈົ້ານາຍຫຼາຍໆບໍລິສັດ ເພາະໃນຕົວຄົນໜຶ່ງຄົນສາມາດເປັນໄດ້ຫຼາຍຕຳແໜ່ງ ເຮັດວຽກໄດ້ຫຼາຍຢ່າງ ເບິ່ງຄືວ່າຈະໃຊ້ເວລາແຕ່ລະວິໄດ້ຢ່າງຄຸ້ມຄ່າເຫຼືອເກີນ.

ແຕ່ຜົນການວິໄຈໜຶ່ງບໍ່ໄດ້ຄິດເຊັ່ນນັ້ນ ເມື່ອພົບວ່າການເຮັດວຽກແບບ Multi-tasking ໂດຍສະເພາະເທິງສື່ຊະນິດຕ່າງໆ ມີແນວໂນ້ມຈະເຊື່ອມໂຍງກັບ “ໂຣກຊຶມເສົ້າ” ແລະ “ໂຣກວິຕົກກັງວົນ”.

ນັກວິໄຈໃນມະຫາວິທະຍາໄລມິຊິແກນ ໄດ້ສອບຖາມຜູ່ເຂົ້າຮ່ວມທັງໝົດ 319 ຄົນ ກ່ຽວກັບການໃຊ້ສື່ ແລະຜົນກະທົບຕໍ່ສຸຂະພາບຈິດ ເຊິ່ງກໍໄດ້ຜົນການລາຍງານອອກມາວ່າ ຄົນທີ່ເຮັດວຽກກັບສື່ (ສື່ມວນຊົນ) ຫຼາຍໆຢ່າງໃນເວລາດຽວກັນ ສະແດງອາການຊຶມເສົ້າ ແລະ ວິຕົກກັງວົນ ຜ່ານການຕອບແບບສຳຫຼວດທາງສຸຂະພາບຈິດ.

ນອກຈາກນີ້ ການເຮັດວຽກຫຼາຍຢ່າງໃນເວລາດຽວກັນ ຍັງສົ່ງຜົນກະທົບຕໍ່ການເຮັດວຽກຂອງສະໝອງ “ຍິ່ງເພີ່ມພາລະວຽກຫຼາຍເທົ່າໃດ ປະສິດທິພາບຂອງສະໝອງກໍຍິ່ງລົດລົງເທົ່ານັ້ນ ແລະ ການໂຟກັສຂອງວຽກທີ່ສຳຄັນແທ້ໆ ກໍຈະລົດໜ້ອຍລົງດ້ວຍເຊັ່ນກັນ” ຊູຊານ ເຣໂນ (Susan Reynolds) ຜູ່ຂຽນບົດຄວາມກ່ຽວກັບຜົນກະທົບຂອງ Multi-tasking ກ່າວ.

ແລະ ຄວາມຈິງກໍຄື ເຮົາບໍ່ໄດ້ກຳລັງເຮັດຫຼາຍຢ່າງໃນເວລາດຽວກັນແບບທີ່ຄິດດອກ ແຕ່ສະໝອງແລະຄວາມສົນໃຈຂອງເຮົາສະຫຼັບໄປມາກັບງານອີກອັນ ກໍໃຊ້ພະລັງງານໃນການຮື້ຟື້ນຂໍ້ມູນຫຼາຍ ເຊິ່ງຫ່າງໄກຈາກການເຮັດວຽກແບບ productive ຢ່າງສິ້ນເຊີງ ເພາະໃນທີ່ສຸດງານແຕ່ລະຢ່າງກໍຈະແລ້ວໄປແບບຜິວເຜີນ.

ດັ່ງນັ້ນ ຮອດເວລາທີ່ເຮົາອາດຈະຕ້ອງກັບມາເຮັດວຽກແບບ “Mono-tasking” ຫຼື ຕັ້ງໃຈເຮັດວຽກອັນທີ່ສຳຄັນພຽງ “ຢ່າງດຽວ” ໃຫ້ແລ້ວຢ່າງມີປະສິດທິພາບ ແທນທີ່ຈະເຮັດ 5-6 ຢ່າງ ແຕ່ເຮັດອອກມາໄດ້ບໍ່ສຸດຈັກຢ່າງ ແຖມຍັງຮູ້ສຶກສັນສົນ ກະວົນກະວາຍກັບການຕອບສະໜອງຫຼາຍຢ່າງ ແລະ ເຮັດວຽກໃກ້ເວລາທີ່ກຳນົດອີກ.

ຢ່າເບິ່ງວ່າການເຮັດຫຍັງພຽງຢ່າງດຽວເປັນເລື່ອງທີ່ບໍ່ເທ້ ເພາະການທີ່ເຮົາລົງແຮງໃຫ້ກັບວຽກໜຶ່ງຢ່າງເຕັມທີ່ ສິ່ງທີ່ເຮົາຈະໄດ້ຄື “Deep Work” ຫຼື ໄດ້ວຽກທີ່ມີຄວາມລະອຽດ ເລິກເຊິ່ງ ແລະ ມີຄຸນນະພາບ ໂດຍໝັ່ນຖາມຕົວເອງທຸກມື້ວ່າ “ສິ່ງສຳຄັນທີ່ສຸດໃນມື້ນີ້ມີຫຍັງແນ່?” ແລະ ຈັດຕາຕະລາງໃນການເຮັດກິດຈະກຳແຕ່ລະຢ່າງໃຫ້ຊັດເຈນ ເຊັ່ນ: ຕອບອີເມວລູກຄ້າຈັກໂມງຫາຈັກໂມງ, ພິມເອກະສານແຕ່ຈັກໂມງເປັນ ຕົ້ນ.

ການທີ່ຄ່ອຍໆເຮັດອີຫຍັງໄປເທື່ອລະຢ່າງແບບມີສະຕິ ໂດຍຈັດລຳດັບຄວາມສຳຄັນຂອງວຽກໄດ້ຢ່າງຖືກຕ້ອງອາດຈະເປັນວິທີທີ່ productive ທີ່ສຸດສຳລັບບາງຄົນກໍໄດ້ ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄື “ການຫາເວລາພັກສະໝອງແດ່” ເພື່ອທີ່ຈະໄດ້ມີແຮງລຸຍວຽກຕໍ່ໄປຢ່າງມີປະສິດທິພາບໃນອະນາຄົດ.

ທີ່ມາ: https://thematter.co/brief/goodsmorning/goodsmorning-1594946455/117797