ຜູ່ຜະລິດຊ່ອງໂທລະພາບ ຈະກາຍເປັນຄູ່ແຂ່ງຂອງ Online Publisher ຫຼືບໍ່


ໃນວັນທີ່ Youtube ແລະ Netflix ກາຍເປັນຊ່ອງທາງເສບເນື້ອຫາ (content) ທີ່ແຊງໜ້າໂທລະພາບ ແລະ ສື່ແບບດັ້ງເດີມສຳລັບກຸ່ມເປົ້າໝາຍບາງກຸ່ມ ກໍຄືກັບເປັນວັນສະເຫຼີມສະຫຼອງຄັ້ງໃຫຍ່ໃນຖານະຜູ່ສ້າງຄວາມປ່ຽນແປງ (Disruption) ໃຫ້ກັບວົງການສື່ ແລະ ເກີດເປັນຄຳວ່າ New Media ຂຶ້ນມາ ເຮັດໃຫ້ມູນຄ່າຂອງເນື້ອຫາໃນ Youtube, Facebook, Instagram ແລະ ສື່ອອນລາຍເທິງເວັບໄຊ ມີມູນຄ່າສູງລິບບໍ່ໜ້ອຍກວ່າສື່ດັ້ງເດີມ ຫຼື Traditional Media.

ກ່ອນໜ້ານີ້ ເຮົາເຄີຍນຳເລື່ອງລາວການປັບຕົວຂອງສື່ດັ້ງເດີມທີ່ໃຊ້ຊັບພະຍາກອນ “ເງິນ” ໃນຍຸກຫຼັງ Disruption ມາລົງທຶນໃນສື່ໃຫມ່ ແຕ່ທີ່ຈິງແລ້ວກໍມີອີກວິທີຄິດໜຶ່ງທີ່ເຮົາສາມາດວິເຄາະອອກມາໄດ້ຈາກການສັງເກດເຊັ່ນ: ກໍລະນີກາານປິດຕົວໃນຖານໂທລະທັດດິຈິຕອນຂອງ Voice TV (ປະເທດໄທ)  ແລະ ຫັນມາເຮັດ Cable ພ້ອມກັບອອນລາຍເຕັມຕົວ ແລະ ທຸກມື້ນີ້ Voice TV ມີຜົນການຕອບຮັບເນື້ອຫາທີ່ດີຫຼາຍ ລວມໄປເຖິງການເຮັດ ຄອນເທັນວີດີໂອອອນລາຍ ທີ່ກ້າວຂ້າມຈາກການເຮັດຂ່າວທີດີແບບເກົ່າໆ ຈົນມີຜູ້ຊົມມະຫາສານ ເຮັດໃຫ້ຊີວິດຫຼັງຍຸກ Disruption ຂອງສື່ Traditional Media ນັ້ນອາດຈະບໍ່ແມ່ນເສັ້ນທາງດຽວສູ່ Graveyard ແຕ່ມີທາງເລືອກອື່ນໆຫຼາກຫຼາຍທີ່ຈະກັບມາຮຸ່ງເຮືອງອີກຄັ້ງແບບບໍ່ຍາກ.

ກໍລະນີສຶກສາຂອງສື່ຕ່າງປະເທດສູ່ບ້ານເຮົາ

ແທ້ໆແລ້ວ ຖ້າເຮົາໄປເບິ່ງຢ່າງກໍລະນີຂອງ BBC, The New York Times ເຊິ່ງໄດ້ມີການປັບຕົວໃນຊ່ວງປ່ຽນຜ່ານ (Transition)  ທີ່ຕ່າງປະເທດຜ່ານມາດົນພໍສົມຄວນ ທີ່ໄດ້ຫັນມາເຮັດເນື້ອຫາ ຫຼື ຄອນເທັນອອນລາຍຕັ້ງແຕ່ຍຸກ 2000 ໃນຂະນະທີ່ປັບປຸງການເຮັດຂ່າວຕາມລັກສະນະຂອງການເສບຄອນເທັນທີ່ປ່ຽນໄປເລື້ອຍໆ ລວມທັງສື່ທີ່ເບິ່ງຄືຈະມາຈາກອອນລາຍລ້ວນໆ ຢ່າງ Wired, Bloomberg, Business Insider ກໍກັບມີຖານມາຈາກສື່ສຸດດັ້ງເດີມຢ່າງ ວາລະສານ ຫຼື Magazine  ທັງນັ້ນ ເຊິ່ງພວກນີ້ກໍຕິດກຸ່ມສື່ອອນລາຍຍອດນິຍົມໃນຊ່ວງນີ້ໃນຕ່າງປະເທດ ແຖມບາງເຈົ້າເຮັດດີສຸດໆຢ່າງ Forbes ທີ່ໄດ້ອອກມາປະກາດກຳໄລສູງສຸດໃນຮອບສະຕະວັດ ແຕ່ກໍຈະມີສື່ບາງເຈົ້າທີ່ມາແບບອອນລາຍລ້ວນໆເຊັ່ນ ສື່ໃນຕະກູນ Vox Media (ກໍ່ຕັ້ງໃນປີ 2005) ເຊັ່ນ The Verge, Eater ຫຼື ອີກເຈົ້າທີ່ໜ້າຈັບຕາເບິ່ງກໍຄື The Next Web ຂອງປະເທດເນເທີແລນທີກໍມາຈຸດກຳເນີດເປັນອອນລາຍໂດຍສາຍເລືອດ.

ສິ່ງທີ່ເບິ່ງຄືຈະຕາມຫຼັງທີ່ສຸດສຳລັບກໍລະນີຂອງຕ່າງປະເທດກໍໜ້າຈະເປັນຊ່ອງໂທລະພາບຂອງສະຫະລັດ (ພວກໜັງສືພິມ, ວາລະສານ ພວກນີ້ປ່ຽນມາເຮັດອອນລາຍໄວ) ເຊັ່ນ ABC, Fox, CNBC ເຊິ່ງໃນປະເທດເພື່ອນບ້ານ ປະເທດໄທກໍຄ້າຍໆກັນ ແຕ່ເບິ່ງວ່າໃນປະເທດໄທຖານຂອງໜັງສືພິມ, ວາລະສານ ຍັງບໍ່ທັນມີກຳລັງເທົ່າອອນລາຍ ເຮັດໃຫ້ທັງຊ່ອງໂທລະພາບໃນໄທ, ວາລະສານ, ໜັງສືພິມ ຫັນມາເຮັດອອນລາຍຈາກການເຂົ້າມາຂອງຊ່ອງທາງຢ່າງ Facebook, Twitter ໃນຊ່ວງຫຼັງປີ 2011 ເປັນຕົ້ນໄປ.

ຫຼັງຈາກນັ້ນ ອອນລາຍໂດຍສາຍເລືອດໃນໄທກໍເລີ່ມທະຍອຍເກີດຂຶ້ນມາໂດຍສະເພາະຕະກູນ The ແລະ .co ທັງຫຼາຍເຊັ່ນ The MATTER ກໍ່ຕັ້ງໃນປີ 2016, The Momentumn 2016, The Standard 2017, The Cloud 2017 ແລະ ຍັງມີ The ທັງຫຼາຍຕາມມາອີກ ເຊິ່ງຊ່ວງຫຼັງໆເຮົາກໍໄດ້ເຫັນທັງໂທລະທັດ ແລະ ໜັງສືພິມ ຫັນມາເຮັດຄອນເທັນທີ່ເປັນອອນລາຍ “ໂດຍວິທີຄິດຫຼາຍຂຶ້ນ” ເຊັ່ນກໍລະນີດ້ານເທິງຂອງ Voice TV.

ໃນກໍລະນີການປ່ຽນຜ່ານ ຫຼື Transition ຈາກ Traditional Media ໃນສະຫະລັດອາເມຣິກາ ຢ່າງການທີ່ Wired, Bloomberg, Business Insider ຫັນມາເຮັດຄອນເຮັດອອນລາຍເຂົ້າເຖິງຄົນກຸ່ມໃຫຍ່ ໂດຍສະເພາະໃນເວັບໄຊ ລະບົບ Subscription ແລະ ວີດີໂອຄວາມຮູ້, ວິເຄາະ, ລາຍງານ ເບິ່ງເພີນໆໃນ Youtube ກໍເຮັດໃຫ້ເກີດຂໍ້ສົງໄສທີ່ວ່າ ສິ່ງທີ່ຈະເປັນຕົວຄັດສັນສື່ Traditional Media ກໍຄື “ຄວາມສາມາດໃນການປ່ຽນ (Shift) ມາເປັນອອນລາຍເຊັ່ນກັນ.

ເຊິ່ງວ່າໃນປະເທດເພື່ຶຶອນບ້ານ ຢ່າງປະເທດໄທກໍມີກໍລະນີແນວໆ Wired, Bloomberg, Business Insider ໃຫ້ສຶກສາຢູ່ເຊັ່ນ:​ ບັນລື ທີ່ປະຈຸບັນເປັນເຈົ້າຂອງ The MATTER ຫຼືເຄືອ A Day ທີ່ຕອນນີ້ມີຄອນເທັນອອນລາຍແບບ Native ແລະ ຍັງຄົງສ້າງລາຍໄດ້ໃຫ້ກັບບໍລິສັດເກົ່າທີ່ເປັນ Traditional Media ຢູ່ ໃນຂະນະທີ່ມີສື່ໃນແນວຄ້າຍໆກັນຕ້ອງປິດຕົວໄປເຊັ່ນ “CLEO, I LIKE, ຄູ່ສ້າງ ຄູ່ສົມ, ດິສັນ ເຊິ່ງ “ບໍ່ໄດ້ເປີດປະຕູອອນລາຍໄວ້” ກໍເລີຍບໍ່ໄດ້ເປັນຜູ້ທີ່ຢູ່ລອດ.

ກໍລະນີຄ້າຍໆກັນ ອາດຈະເກີດຂຶ້ນກັບ TV ໃນປະເທດໄທນຳເຊັ່ນກັນ ເຊິ່ງເຮົາຄົງບໍ່ສາມາດປະຕິເສດໄດ້ວ່າ ຄົງຕ້ອງມີ TV ບາງເຈົ້າທີ່ຈະຕ້ອງຫາຍໄປ ໃນຂະນະດຽວກັນເຮົາກໍບໍ່ຄວນຍຶດຕໍ່ແຕ່ກັບ Platform ແຕ່ເບິ່ງໄປທີ່ “ຄຸນຄ່າ ຫຼື Value” ຂອງຕົວຄອນເທັນ ແລະ ອີກຄຳຖາມຄືຶ ເປັນຫຍັງ TV ຈະເຮັດອອນລາຍບໍ່ໄດ້ ເຊິ່ງພວກເຂົາໜ້າຈະເຮັດໄດ້ດີພ້ອມໃນທາງ production, ອຸປະກອນ, ຖານເຄືອຂ່າຍຕ່າງໆ ແລະ ການທີ່ຊ່ອງໂທລະທັດ ຈະຫັນມາເປັນຄູ່ແຂ່ງກັບອອນລາຍນັ້ນກໍບໍ່ໄດ້ເກີດຂຶ້ນຍາກເລີຍ.

ກໍລະນີຂອງ CNBC ສື່ສະຫະລັດ ທີ່ນອກຈາກຕອນນີ້ຈະເຮັດຊ່ອງ  TV ແລ້ວທີ່ເຖິງວ່າຈະຊ້າແນ່ ແຕ່ຕອນນີ້ CNBC ຫັນມາເຮັດວີດີໂອຄິບຄວາມຮູ້ເທິງ YouTube ເປັນ Series ມີຜູ້ຕິດຕາມໄປແລ້ວ 1.53 ລ້ານຄົນ.

ຄອນເທັນພວກນີ້ ບໍ່ແມ່ນການເອົາ  TV ຫຼື ຂ່າວມາ return ແຕ່ເປັນການເຮັດຄອນເທັນໃຫມ່ທັງໝົດດ້ວຍວິທີແບບການເຮັດອອນລາຍເລີຍ ແບບດຽວກັບທີ່ The Verge ຫຼື VOX ເຮັດ ເຮັດໃຫ້ຕອນນີ້ CNBC ກາຍເປັນຄູ່ແຂ່ງຂອງ The Verge, VOX ຫຼື Business Insider ສຳລັບຄິບວີດີໂອຄວາມຮູ້ໃນ YouTube ເປັນທີ່ຮຽບຮ້ອຍ

ລອງສົມມຸດວ່າຖ້າວ່າ TV ຫັນມາຈິງຈັງກັບການເຮັດຄອນເທັນອອນລາຍແບບເຕັມຮູບແບບ ດ້ວຍວິທີການຄິດແບບດຽວກັນ Online Native ແຕ່ມີຊັບພະຍາກອນທີ່ຫຼາຍກວ່າ ພວກນີ້ກໍຈະກາຍມາເປັນຄູ່ແຂ່ງຂອງ Online Native ໄດ້ເຊັ່ນກັນ.

ດັ່ງນັ້ນ ສະຖານນະການຫຼັງຈາກນີ້ຈະເປັນແນວໃດ ກໍໜ້າຈັບຕາເບິ່ງຫຼາຍເພາະແນ່ນອນວ່າເຮົາຈະໄດ້ເຫັນສື່ Traditional ອີກຫຼາຍເຈົ້າປິດຕົວໃຫ້ເຫຼົ່າຄົນເຮັດອອນລາຍໄດ້ຊື່ນໃຈອີກຊ່ວງໜຶ່ງເລີຍ ແຕ່ຢ່າລືມວ່າຈາກກໍລະນີຂອງຕ່າງປະເທດຜູ້ທີ່ຢູ່ລອດຄືຜູ້ແຂງແກ່ນ ແລະ ມີອີຫຍັງຫຼາຍກວ່າແນວຄິດແບບ  Traditional ແລະ ສຸດທ້າຍພວກນີ້ກໍຈະກັບມາທວງບັນລັງຄືນໃນບໍ່ໄວກໍໍຊ້າ ກໍເປັນໄດ້.

ສຸດທ້າຍແລ້ວ Traditional Media ຫຼື New Media ມັນບໍ່ແມ່ນ Platform ແຕ່ມັນຄືວິທີຄິດນັ້ນເອງ.

ທີ່ມາ: https://www.rainmaker.in.th/tv-publisher-return-as-online-competitor/