ມາຮູ້ຈັກ ວິທີກິນຊີ້ນດາດ ກິນແນວໃດໃຫ້ບໍ່ຕຸ້ຍ?


ອາກາດໜາວແບບນີ້ ເມນູຍອດຮິດຂອງໃຜຫຼາຍໆຄົນຄົງໜີບໍ່ພົ້ນ: “ຊີ້ນດາດ” ທີ່ປີ້ງໃສ່ໝໍ້ດາດຮ້ອນໆນັ້ນເອງ. ແຕ່ຄືດັ່ງທີ່ຮູ້ກັນວ່າ ເມນູຊີ້ນດາດນີ້ຫາກຮັບປະທານຫຼາຍເກີນໄປ ຫຼື ຮັບປະທານເປັນປະຈຳອາດເຮັດໃຫ້ຕຸ້ຍໄດ້ ເນື່ອງຈາກສ່ວນປະກອບຫຼັກໆຂອງເມນູນີ້ແມ່ນຊີ້ນໝູສາມຊັ້ນຕິດນໍ້າມັນ ພ້ອມທັງນໍ້າແຈ່ວທີ່ມີໂຊດຽມສູງ ອີກດ້ວຍ.

ແຕ່ນັ້ນມັນບໍ່ແມ່ນບັນຫາຂອງສາຍມັກກິນຊີ້ນດາດອີກຕໍ່ໄປ. ມື້ນີ້, LaoX ມີສູດ (ບໍ່ລັບ) ຈະມາບອກທຸກຄົນກັນວ່າ ເຮົາຄວນມີວິທີກິນຊີ້ນດາດແນວໃດບໍ່ໃຫ້ຕຸ້ຍ ມາໆຮູ້ນຳກັນ.

1.ກິນອາຫານຫຼາກຫຼາຍຊະນິດ ແລະ​ ກິນ​ພໍອີ່ມ

ການກິນຊີ້ນດາດບໍ່ຈຳເປັນຕ້ອງເນັ້ນໃສ່ແຕ່ຊີ້ນໝູສະເໝີໄປ. ທຸກຄົນຮູ້ບໍ່ວ່າ ກິນແຕ່ຊີ້ນໝູຢ່າງດຽວຈະເຮັດໃຫ້ໄດ້ຮັບໄຂມັນຈາກຊີ້ນໝູຫຼາຍເກີນໄປ. ດັ່ງນັ້ນ, ຄວນຈະເລືອກກິນຫຼາກຫຼາຍຊະນິດເຊັ່ນ: ເສັ້ນລ້ອນ, ກຸ້ງ, ປາໝຶກ, ປາ… ແລະ ທີ່ສຳຄັນແມ່ນກິນຢ່າງພໍດີ ພໍອີ່ມກໍພຽງພໍແລ້ວ.

2.ຢ່າລືມກິນຜັກ

ຄືດັ່ງທີ່ຮູ້ກັນແລ້ວວ່າຊີ້ນໝູ ແມ່ນໃຊ້ເວລາດົນໃນການຍ່ອຍອາຫານ ສົ່ງຜົນໃຫ້ກະເພາະອາຫານເຮັດວຽກໜັກ ແລະ ຍ່ອຍຍາກ. ດັ່ງນັ້ນ, ເມື່ອກິນຊີ້ນໝູປີ້ງທຸກຄັ້ງ ຄວນກິນຜັກ ຫຼື ຫໍ່ຜັກເຂົ້າໄປພ້ອມ ເພື່ອຫຼຸດຜ່ອນການເຮັດວຽກຂອງກະເພາະອາຫານ.

3.ຈໍ້ານໍ້າແຈ່ວຊີ້ນດາດຢ່າງພໍດີ

ທ່ານເປັນຄົນໜຶ່ງບໍ່ ທີ່ມີຄວາມຄິດວ່າຈໍ້າແຈ່ວຫຼາຍເທົ່າໃດ ຍິ່ງຮູ້ສຶກເຖິງຣົດຊາດອາຫານຫຼາຍເທົ່ານັ້ນ? ແຕ່ທ່ານໄດ້ຄຳນຶງແລ້ວບໍວ່າ ນໍ້າແຈ່ວຖ້ວຍນ້ອຍທີ່ເຮົາຈໍ້າເປັນປະຈຳມີປະລິມານໂຊດຽມສູງປະມານ 900-1,000 ມິນລີກຣາມ (ຂຶ້ນກັບຍີ່ຫໍ້ ຫຼື ສູດນ້ຳແຈ່ວຂອງແຕ່ລະຮ້ານອາຫານ). ສະນັ້ນ, ຂໍແນະນຳວ່າໃຫ້ຈໍ້າແຈ່ວພຽງແຕ່ຖ້ວຍດຽວກໍພຽງພໍແລ້ວ ແລະ ທ່ານຍັງສາມາດເຮັດໃຫ້ແຈ່ວມີໂຊດຽມຈາງລົງໄດ້ ໂດຍການເພີ່ມສ່ວນປະກອບຕ່າງໆ ເຊັ່ນ: ຫມາກເຜັດ, ກະທຽມ ແລະ ນ້ຳເລັກນ້ອຍ.

 4.ດື່ມນ້ຳ ຫຼື ຊາແທນນ້ຳອັດລົມ

ກິນຊີ້ນດາດກໍວ່າໜັກແລ້ວ ແຕ່ຫາກດື່ມນໍ້າອັດລົມຕື່ມອີກ ໂຣກເບົາຫວານ ແລະ ໂຣກຕ່າງໆຖາມຫາແນ່ນອນ ເພາະນ້ຳອັດລົມມີຣົດຊາດຫວານ, ໃຫ້ພະລັງງານສູງ ແລະ ບໍ່ມີປະໂຫຍດຕໍ່ຮ່າງກາຍ. ສະນັ້ນ, ຄວນດື່ມນ້ຳລ້າ ຫຼື ຊາແທນ ເພາະຈະເຮັດໃຫ້ອາຫານຍ່ອຍງ່າຍຂຶ້ນ ແລະ ບໍ່ກໍ່ໃຫ້ເກີດອາການທ້ອງອືດອີກດ້ວຍ.

 5.ແຍກໄມ້ຖູ່ ຫາກບໍ່ຢາກເຈັບທ້ອງ

ທ່ານມີອາການແບບນີ້ບໍ່? ກິນຊີ້ນດາດເທື່ອໃດເກີດມີອາການເຈັບທ້ອງທຸກເທື່ອ ໜຶ່ງໃນສາເຫດນີ້ແມ່ນມາຈາກໃຊ້ໄມ້ຖູ່ຄີບໝູດິບ ແລະ ໃຊ້ຄີບອາຫານໃນຈານເປັນອັນດຽວກັນ ເນື່ອງຈາກມີການປົນເປື້ອນຂອງຈຸລິນຊີໃນຊີ້ນດິບທີ່ຕິດຄ້າງໃນໄມ້ຖູ່. ດັ່ງນັ້ນ, ບໍ່ຄວນໃຊ້ໄມ້ຖູ່ທີ່ຄິບຊີ້ນໝູດິບ ແລະ ຄີບກິນໃນຈານຮ່ວມກັນ.

 6.ກິນອີ່ມແລ້ວບໍ່ຄວນເຂົ້ານອນທັນທີ

ເມນູຊີ້ນດາດ ໂດຍສ່ວນໃຫຍ່ແລ້ວເຮົາມັກກິນຕອນແລງກັນແມ່ນບໍ? ພາຍຫຼັງກິນອີ່ມແລ້ວ ຄວນມີເວລາໃຫ້ກະເພາະອາຫານຍ່ອຍກ່ອນປະມານ 1-4 ຊົ່ວໂມງ ເພື່ອບໍ່ໃຫ້ເກີດອາການກົດໄຫຼຢ້ອນ ແລະ ໂຣກອ້ວນນັ້ນເອງ.

ສຸດທ້າຍນີ້, ຢ່າລືມເອົາ 6 ວິທີນີ້ໄປນຳໃຊ້ເບິ່ງເດີ ແລ້ວຈະເຮັດໃຫ້ການກິນຊີ້ນດາດຂອງພວກເຮົາມີຄວາມສຸກຫຼາຍຂຶ້ນ ແລະ ບໍ່ເກີດຜົນຂ້າງຄຽງຕາມມາພາຍຫຼັງນຳອີກ.

ອ້າງອີງ:

https://cutt.ly/twOEkUVz

https://cutt.ly/YwOEkKLT

https://cutt.ly/AwOEk1kj

https://cutt.ly/wwOEleg3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/