ວານ ສັດໃຫຍ່ໃນທ້ອງທະເລທີ່ຊ່ວຍກູ້ວິກິດພາວະໂລກຮ້ອນ


ດັ່ງທີ່ເຮົາຮູ້ກັນດີໃນຫຼາຍປີທີ່ຜ່ານມານີ້ເກີດບັນຫາໂລກຮ້ອນຂຶ້ນ ເນື່ອງຈາກເຫດຜົນຫຼາຍປັດໄຈ ເປັນຕົ້ນແມ່ນລະດັບກ໊າສຄາບອນ ແລະ ກ໊າສເຮືອນແກ້ວຕ່າງໆສູງຂຶ້ນໃນຊັ້ນບັນຍາກາດ ສົ່ງຜົນໃຫ້ອຸນຫະພູມໂລກສູງຂຶ້ນ ຫຼາຍອົງກອນຈຶ່ງມີການລົນນະລົງໃຫ້ປູກຕົ້ນໄມ້ຫຼາຍຂຶ້ນ ແຕ່ຫຼາຍຄົນຄົງຍັງບໍ່ຮູ້ວ່າອີກໜຶ່ງທາງລັດໃນການຫຼຸດປະລິມານຄາບອນ ແລະ ເພີ່ມອັອກຊີເຈນໄດ້ກໍຄືການຮັກສາ ‘ວານ’ ສັດລ້ຽງລູກດ້ວຍນ້ຳນົມ ແລະ ເປັນສັດທີ່ມີຂະໜາດໃຫຍ່ທີ່ສຸດໃນມະຫາສະໝຸດ

ຈາກການລາຍງານຂອງກອງທຶນການເງິນລະຫວ່າງປະເທດ ຫຼື IMF ໃນຫົວຂໍ້ ‘Nature’s Solution to Climate Change’ ໄດ້ລະບຸວ່າ ວານ ເປັນອີກໜຶ່ງທາງທີ່ຈະຊ່ວຍກູ້ວິກິດພາວະໂລກຮ້ອນ ພາຍໃນງານວິໄຈໄດ້ລະບຸວ່າວານເປັນແຫຼ່ງດູດຊັບຄາບອນ ແລະ ມີປະສິດທິພາບ ໂດຍສະເພາະວານທີ່ມີຂະໜາດໃຫຍ່ ຕະຫຼອດຊີວິດຂອງວານໂຕໜຶ່ງນັ້ນ ມັນສາມາດດູດຊັບຄາບອນພາຍໃນໂຕມັນໄດ້ເຖິງ 33 ໂຕນ ເຊິ່ງມັນມີອາຍຸໄຂສະເລ່ຍປະມານ 60 ປີ ເມື່ອມັນຕາຍໄປຄາບອນເຫຼົ່ານັ້ນກໍຈະຈົມລົງສູ່ມະຫາສະໝຸດພ້ອມກັບຮ່າງຂອງມັນ ກົນໄກນີ້ມີຊື່ເອີ້ນວ່າ ‘carbon sink’ ເປັນວິທີທີ່ກຳຈັດຄາບອນອອກຈາກຊັ້ນບັນຍາກາດໄດ້ມີປະສິດທິພາບທີ່ສຸດ ເມື່ອທຽບກັບຕົ້ນໄມ້ແລ້ວ ຖ້າຫາກຕົ້ນໄມ້ມີຊີວິດເຖິງ 100 ປີ ເຊິ່ງພາຍໃນ 1 ປີ ຕົ້ນໄມ້ສາມາດດູດຊັບຄາບອນໄດ້ 21,8 ກິໂລກຣາມຕໍ່ປີ ເມື່ອເຖິງ 100 ປີສາມາດດູດຊັບຄາບອນໄດ້ 2,4 ໂຕນ ເຊິ່ງຍັງເປັນຕົວເລກທີ່ໜ້ອຍກວ່າວານ.

ວານບໍ່ໄດ້ມີປະໂຫຍດພຽງດູດຊັບຄາບອນເທົ່ານັ້ນ ມູນຂອງວານຍັງອຸດົມໄປດ້ວຍທາດເຫຼັກທີ່ເປັນປຸ໋ຍແກ່ພືດໃນທ້ອງທະເລອີກດ້ວຍ ໂດຍສະເພາະແມ່ນເປັນອາຫານຂອງແພງຕອນ (Phytoplankton) ພືດທີ່ຂຶ້ນຊື່ວ່າເປັນແຫຼ່ງຜະລິດອັອກຊີເຈນແຫຼ່ງໃຫຍ່ຂອງໂລກໃນທ້ອງທະເລ ແພງຕອນສາມາດຜະລິດອັອກຊີເຈນໄດ້ເຖິງ 50% ເມື່ອທຽບກັບອັອກຊີເຈນທັງໝົດໃນໂລກ ແລະ ຍັງສາມາດດູດຊັບຄາບອນໄດ້ 37 ລ້ານລ້ານໂຕນ ຫຼື 40% ຂອງປະລິມານຄາບອນທີ່ຖືກຜະລິດຂຶ້ນ ແລະ ເມື່ອມູນຂອງວານຊ່ວຍຫຼໍ່ລ້ຽງແພງຕອນກໍປຽບເໝືອນການເພີ່ມແຫຼ່ງຜະລິດອັອກຊີເຈນ ແລະ ຫຼຸດປະລິມານຄາບອນ.

ແຕ່ໃນທຸກມື້ນີ້ປະລິມານຂອງວານເລີ່ມຫຼຸດໜ້ອຍຖອຍລົງ ສາເຫດຫຼັກເນື່ອງມາຈາກການຖິ້ມຂີ້ເຫຍື້ອລົງສູ່ທະເລ ໃນທຸກປີມີຂີ້ເຫຍື້ອຫຼາຍກວ່າ 11 ລ້ານເມຕຣີໂຕນຖືກຖິ້ມລົງສູ່ທະເລ ເມື່ອສັດນ້ຳສັດທະເລກິນເຂົ້າໄປສົ່ງຜົນຕໍ່ລະບົບຍ່ອຍອາຫານ ເຮັດໃຫ້ສັດນ້ຳເລີ່ມຕາຍກ່ອນໄວອັນຄວນ ດັ່ງທີ່ເຮົາເຄີຍເຫັນໃນຂ່າວທີ່ວານຕາຍເພາະເຕັມໄປດ້ວຍຂີ້ເຫຍື້ອພລາສຕິກຢູ່ໃນທ້ອງ

ສະນັ້ນເມື່ອເຮົາຮູ້ເຖິງປະໂຫຍດ ແລະ ຜົນທີ່ຕາມມາຖ້າຫາກໂລກນີ້ບໍ່ມີວານແລ້ວເຮົາກໍຄວນປູກຈິດສຳນຶກ ແລະ ລົນນະລົງໃຫ້ທຸກຄົນຍຸຕິການຖິ້ມຂີ້ເຫຍື້ອໃນທ້ອງທະເລ ຊ່ວຍກັນຫຼຸດຄວາມອັນຕະລາຍທີ່ເກີດໃນທ້ອງທະເລ ບໍ່ພຽງແຕ່ເພື່ອການອະນຸລັກວານເທົ່ານັ້ນ ຍັງລວມໄປເຖິງສັດອື່ນໆໃນທ້ອງທະເລອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://cutt.ly/rwDl7JOD

https://cutt.ly/jwDl5t4a

https://cutt.ly/DwDl5vOY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/