10 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນມີສິນຄ້າໂອດ໋ອບ ເກືອບ 300 ລາຍການ


ການຊຸກຍູ້ສົ່ງເສີມ ແລະ ຜົນການປະເມີນຄືນການເຄື່ອນ ໄຫວຂອງບັນດາຫົວໜ່ວຍທຸລະກິດໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດ໋ອບ) ຢູ່ນະຄອນຫຼວງວຽງຈັນ (ນວ) ໃນໄລຍະ 10 ປີຜ່ານມາ ມີທ່າຂະຫຍາຍຕົວ ປັດຈຸບັນມີຜະລິດຕະພັນໂອດ໋ອບ 68 ຫົວໜ່ວຍ 289 ລາຍການ

ອີງຕາມການລາຍງານຂອງໜັງສືພິມ ວຽງຈັນໃໝ່ ເມື່ອບໍ່ດົນມານີ້ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວຊຸກຍູ້ ສົ່ງເສີມ ແລະ ຜົນການປະເມີນຄືນການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ໂອດ໋ອບ) ປະຈຳປີ  2023 ແລະ ທິດທາງແຜນການປີ 2024 ຂອງນະຄອນຫຼວງວຽງຈັນວ່າ: ກອງປະຊຸມຄັ້ງນີ້ແນໃສ່ເພື່ອປັບປຸງບັນຍາກາດໃນການ ດໍາເນີນທຸລະກິດຢູ່ ນວ ໃຫ້ດີຂຶ້ນ ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນະພາບຊຸກຍູ້ສົ່ງເສີມ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ ກໍຄື ການແກ້ໄຂຄວາມຫຍຸ້ງຍາກຂອງການດໍາເນີນທຸລະກິດຢູ່ພາຍໃນ ນວ ໃຫ້ຫຼຸດລົງແບບກ້າວກະໂດດ ໂດຍການຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການອອກອະນຸຍາດຕ່າງໆຂອງຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມວ່ອງໄວ ໂປ່ງໃສ ມີຜົນສັກສິດ ຫຼຸດຜ່ອນຕົ້ນທຶນໃນການດໍາເນີນກິດຈະການຂອງພາກທຸລະກິດເຮັດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຊື່ອໝັ້ນຕັດສິນໃຈເຂົ້າມາດຳເນີນການຂະຫຍາຍທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍກາຍເປັນກຳລັງແຮງທີ່ສຳຄັນ ປະກອບສວ່ນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ໃຫ້ບັນລຸຄາດໝາຍທີ່ວາງໄວ້ ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຕີບໂຕຢ່າງໜັກແໜ້ນ ໝັ້ນທ່ຽງ ຕາມທິດຍືນຍົງ ແລະ ສີຂຽວ.

ແຕ່ປີ 2013-2023 ການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເປັນສິນຄ້າໂອດ໋ອບທົ່ວ ນວ ສາມາດຮັບຮອງກາໝາຍສິນຄ້າໂອດ໋ອບ ໄດ້ 68 ຫົວໜ່ວຍ, ມີ 16 ກຸ່ມການຜະລິດ, 52 ຫົວໜ່ວຍທຸລະກິດ, 289 ຜະລິດຕະພັນ ກວມເອົາ 61 ບ້ານ ພາຍໃນ 9 ຕົວເມືອງຂອງ ນວ ເຊິ່ງເຫັນວ່າມີຕົວເລກຂະຫຍາຍຕົວເປັນໄລຍະໃນແຕ່ລະສົກປີ.

ນອກຈາກນີ້ ໃນກອງປະຊຸມໄດ້ມອບໃບອະນຸຍາດນຳໃຊ້ກາໝາຍສິນຄ້າໂອດ໋ອບ ໃຫ້ 3 ຫົວໜ່ວຍຄື: ວິສາຫະກິດສ່ວນບຸກຄົນນາງ ວິລະພອນ ໄໝ-ຝ້າຍ, ຮ້ານນາງ ວັນມີນາ ຂາຍເຄື່ອງຫັດຖະກຳສ່ວນບຸກຄົນ ແລະ ວິສາຫະກິດສ່ວນບຸກຄົນດ່ານຊ້າງດິນເຜົາ.

https://www.facebook.com/photo/?fbid=746920857455747&set=a.467793542035148

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/