ກິນປາກະປ໋ອງເປັນປະຈຳ ມີຜົນດີ ຫຼື ຜົນເສຍຕໍ່ສຸຂະພາບ?


ປາກະປ໋ອງ ເປັນເມນູອາຫານສຳເລັດຮູບທີ່ຊອກຫາກິນໄດ້ງ່າຍ ໂດຍສ່ວນໃຫຍ່ແລ້ວ, ຄົນເຮົາມັກຊື້ກັກເກັບໄວ້ກິນໃນຊົ່ວໂມງຮີບຮ້ອນ, ຫິວຍາມທ້ອງວ່າງ ຫຼື ຕອນທ້າຍເດືອນນັ້ນເອງ. ຕາມປົກກະຕິແລ້ວ ຫຼາຍຄົນອາດຄິດວ່າອາຫານສຳເລັດຮູບແມ່ນ ມີຄຸນປະໂຫຍດໜ້ອຍທາງດ້ານໂພຊະນາການ ຫຼື ບໍ່ມີປະໂຫຍດເລີຍ. ມື້ນີ້, ເຮົາມາໄຂຂໍ້ສົງໄສນຳກັນວ່າແທ້ຈິງແລ້ວ ປາກະປ໋ອງມີປະໂຫຍດ ຫຼື ບໍ່ມີປະໂຫຍດກັນແທ້?

ປາກະປ໋ອງມີປະໂຫຍດແນວໃດ?

ປາກະປ໋ອງອຸດົມໄປດ້ວຍໂປຣຕີນທີ່ດີຕໍ່ສຸຂະພາບເຊິ່ງຈໍາເປັນຕໍ່ການສ້າງ ແລະ ສ້ອມແຊມເຊລໃນຮ່າງກາຍ. ນອກຈາກນີ້, ຍັງເປັນໂປຣຕີນທີ່ຍ່ອຍງ່າຍຈຶ່ງສົ່ງຜົນດີຕໍ່ລະບົບຍ່ອຍອາຫານ.

ມີໄຂມັນຕໍ່າ: ປາກະປ໋ອງສ່ວນໃຫຍ່ຈະມີໄຂມັນຕໍ່າ. ດັ່ງນັ້ນ, ຈຶ່ງເຫມາະສົມສໍາລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ຫຼື ຫຼຸດໄຂມັນໃນຮ່າງກາຍ.

ມີໂອເມກ້າ 3 ເຊິ່ງມີປະໂຫຍດຕໍ່ສຸຂະພາບຫຼາຍຢ່າງເຊັ່ນ: ຊ່ວຍຫຼຸດຄວາມສ່ຽງໂຣກຫົວໃຈ ແລະ ຫຼອດເລືອດ, ໂຣກຫຼອດເລືອດໃນສະໝອງ, ໂຣກອັລໄຊເມີ ແລະ ໂຣກຂໍ້ອັກເສບ.

ມີແຄລຊຽມສູງ ເຊັ່ນ: ແຄລຊຽມໃນປາຊາດີນ ຊ່ວຍສ້າງ, ບຳລຸງກະດູກ ແລະ ແຂ້ວ

ມີຟອສຟໍຣັສສູງ ຊ່ວຍໃນການເຮັດວຽກຂອງກ້າມຊີ້ນ ແລະ ລະບົບປະສາດຢ່າງມີປະສິດທິພາບ

ນອກຈາກນີ້, ປາກະປ໋ອງຍັງເປັນແຫຼ່ງຂອງວິຕາມິນ ແລະແຮ່ທາດອື່ນໆ ເຊັ່ນ: ວິຕາມິນເອ, ວິຕາມິນບີ 12 ແລະ ທາດເຫຼັກອີກດ້ວຍ

ອັນຕະລາຍຈາກການຮັບປະທານປາກະປ໋ອງໃນປະລິມານຫຼາຍມີຄືແນວໃດ?

ເຖິງແມ່ນວ່າປາກະປ໋ອງຈະມີສານອາຫານທີ່ດີຕໍ່ສຸຂະພາບຫຼາຍຢ່າງ. ແຕ່ຢ່າງໃດກໍຕາມ, ການປຸງຣົດຊາດໃນປາກະປ໋ອງ ແມ່ນມີປະລິມານໂຊດຽມສູງ ໂດຍກົມສາທາລະນະສຸກ ກະຊວງສາທາລະນະສຸກຂອງປະເທດໄທ ກ່າວວ່າປາກະປ໋ອງປະລິມານ 85 ກຣາມ ມີໂຊດຽມເຖິງ 300 ມິນລີກຣາມ ຫຼື 1 ສ່ວນ 7 ຂອງປະລິມານທີ່ຮ່າງກາຍຕ້ອງການໃນແຕ່ລະມື້. ຖ້າຮັບປະທານຫຼາຍເກີນໄປຈະເຮັດໃຫ້ສ່ຽງຕໍ່ພະຍາດໝາກໄຂ່ຫຼັງ ແລະ ພະຍາດຊຳເຮື້ອຫຼາຍຊະນິດ.

ເຮົາຈະມີວິທີຮັບປະທານປາກະປ໋ອງໃຫ້ມີຄຸນຄ່າທາງໂພຊະນາການ ແລະ ຄວາມປອດໄພແນວໃດ?

1.ບໍ່ຄວນຮັບປະທານໃນປະລິມານຫຼາຍ ຫຼື ເລື້ອຍເກີນໄປ. ຮັບປະທານບໍ່ເກີນ 2-3 ຄັ້ງຕໍ່ອາທິດ.

2.ບໍ່ຄວນເລືອກກິນປາກະປ໋ອງປະເພດດຽວກັນຊໍ້າໆ.

3.ບໍ່ຄວນປຸງຣົດຊາດເພີ່ມ ເນື່ອງຈາກວ່າປະລິມານໂຊດຽມໃນປາກະປ໋ອງຂ້ອນຂ້າງສູງຢູ່ແລ້ວ.

4.ເພີ່ມພືດຜັກອື່ນໆລົງໄປນຳ ເພື່ອເພີ່ມຄຸນຄ່າທາງໂພຊະນາການໃນການປຸງແຕ່ງອາຫານ.

5.ເລືອກປາກະປ໋ອງທີ່ມີສະພາບສົມບູນ, ບໍ່ເປື່ອຍ, ບໍ່ຜິດປົກກະຕິ  ແລະ ສັງເກດວັນໝົດອາຍຸກ່ອນກິນ.

6.ຖ້າຫາກຮູ້ສຶກວ່າຣົດຊາດ, ສີ, ຫຼື ກິ່ນຜິດປົກກະຕິແມ່ນບໍ່ຄວນຮັບປະທານ.

ອ້າງອີງ:

https://cutt.ly/jwDlQKR0

https://cutt.ly/DwDlWDNB

https://cutt.ly/lwDlEUiU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/