2024 ຫວຽດນາມ ກຽມປັບຄ່າແຮງງານຂັ້ນຕໍ່າເພີ່ມຂຶ້ນ ໃນຕົວເມືອງຕ່າງໆຂອງປະເທດ


ຫວຽດນາມກຽມປັບຂຶ້ນຄ່າແຮງງານຂັ້ນຕ່ຳ ແຕ່ການປັບຂຶ້ນດັ່ງກ່າວຈະແຕກຕ່າງກັນລະຫວ່າງເຂດຕົວເມືອງໃຫຍ່ ແລະ ເຂດຊົນນະບົດ. ກ່ອນຈະສະເໜີໃຫ້ລັດຖະບານອະນຸມັດ ຄາດວ່າຈະເລີ່ມປັບຂຶ້ນໃນວັນທີ 1 ມັງກອນ 2024.

ຄ່າແຮງງານຂັ້ນຕ່ຳລະດັບ 1 ໄດ້ແກ່ ເຂດຕົວເມືອງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຈະປັບຂຶ້ນເປັນ 4,96 ລ້ານດົງຄົນໜຶ່ງຕໍ່ເດືອນ. ສ່ວນໃນລະດັບທີ 2 ແມ່ນໄດ້ແກ່ເຂດຊານເມືອງໃນນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ລວມທັງຕາມຕົວເມືອງໃຫຍ່ໄດ້ແກ່ ເກີນເທີ, ດານັງ ແລະ ໄຮຟອງ ຈະປັບເພີ່ມເປັນ 4,41 ລ້ານດົງຕໍ່ຄົນຕໍ່ເດືອນ, ສ່ວນລະດັບທີ 3 ໄດ້ແກ່ ບັນດາຕົວເມືອງ ແລະ ເຂດຕ່າງໆ ຂອງແຂວງບັກນິນ, ບັກຊາງ, ໄຮເຊືອງທາງພາກເໜືອຈະປັບຂຶ້ນເປັນ 3,86 ລ້ານດົງຕໍ່ຄົນຕໍ່ເດືອນ, ສ່ວນລະດັບ 4 ບັນດາແຂວງ ແລະ ທ້ອງຖິ່ນທີ່ເຫຼືອ ຈະປັບເພີ່ມເປັນ 3,45 ລ້ານດົງຕໍ່ຄົນຕໍ່ເດືອນ.

ພ້ອມກັນນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງຫວຽດນາມ ໄດ້ລະບຸວ່າ ການປັບຂຶ້ນຄ່າແຮງຂັ້ນຕ່ຳ ແມ່ນສະແດງເຖິງຄ່າຄອງຊີບ ແລະ ລາຍຮັບຜູ້ປະກອບການ ພ້ອມທັງແຮງງານແຕ່ລະທ້ອງຖິ່ນ ໂດຍມີການປະເມີນຕາມຄວາມເໝາະສົມທາງດ້ານເສດຖະກິດ ແລະ ຄຳນຶງເຖິງຄວາມຫຍຸ້ງຍາກຂອງແຮງງານ.

ຜ່ານມາ ຫວຽດນາມໄດ້ປັບຂຶ້ນຄ່າແຮງງານຂັ້ນຕ່ຳຫຼາຍຄັ້ງ ເຊິ່ງໃນປີ 2017 ກໍໄດ້ປັບຂຶ້ນ 7,3%; ປີ 2018 ປັບຂຶ້ນເປັນ 6,5%; ປີ 2019 5,3% ແລະ ປີ 2022 ປັບຂຶ້ນ 6% ແລະ ການປະກາດປັບຂຶ້ນຄັ້ງນີ້ແມ່ນປະມານ 6%.

ຂໍ້ມູນຈາກ:

Mgronline

Line Today

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/