ຮູ້ ຫຼື ບໍ່ ຕົ້ນຕີນເປັດ ມີສັບພະຄຸນຕໍ່ສຸຂະພາບຫຼາຍຢ່າງ


ເຂົ້າສູ່ລະດູໜາວກັນແລ້ວ ຫຼາຍທ່ານອາດຈະພົບເຫັນຕົ້ນຕີນເປັດ ແລະ ດອກຕີນເປັດກຳລັງເບັ່ງບານ ສົ່ງກິ່ນໄປທົ່ວບໍລິເວນນັ້ນໆ ສຳລັບບາງຄົນແລ້ວກ່າວວ່າ ກິ່ນຂອງດອກຕີນເປັດນັ້ນຫອມສົດຊື່ນ ແຕ່ສຳລັບອີກກຸ່ມຄົນບອກວ່າກິ່ນຂິວ ຫຼື ເໝັນຈົນເຈັບຫົວ. ແຕ່ສິ່ງທີ່ໜ້າສົນໃຈໄປກວ່ານັ້ນກໍຄື: ທ່ານຮູ້ບໍ່ວ່າ ຕົ້ນຕີນເປັດມີຄຸນປະໂຫຍດທີ່ຫຼາກຫຼາຍກວ່າທີ່ທ່ານຄິດໄວ້!!

ຕົ້ນຕີນເປັດ ເປັນໄມ້ຢືນຕົ້ນຂະໜາດໃຫ່ຍມີຄວາມສູງປະມານ 12-20 ແມັດ ເປັນຕົ້ນໄມ້ໃຫ້ຮົ່ມເງົາ ແລະ ທີ່ສຳຄັນມີສັບພະຄຸນທາງຢາອີກດ້ວຍ

ຄຸນປະໂຫຍດທີ່ດີຕໍ່ສຸຂະພາບຂອງຕົ້ນຕີນເປັດ

1.ເປືອກຂອງຕົ້ນຕີນເປັດໃຊ້ເປັນຢາຂົມ: ຊ່ວຍໃຫ້ຈະເລີນອາຫານ, ຫຼຸດລະດັບນໍ້າຕານໃນເລືອດ ແລະ ປິ່ນປົວພະຍາດເບົາຫວານ

2.ເປືອກຂອງຕົ້ນຕີນເປັດຊ່ວຍແກ້ຫວັດ, ໄອ, ປິ່ນປົວພະຍາດຫຼອດລົມອັກເສບ ແລະ ຊ່ວຍປິ່ນປົວພະຍາດໄຂ້ຍຸງ

3. ເປືອກຂອງລໍາຕົ້ນ: ຊ່ວຍປິ່ນປົວພະຍາດທ້ອງບິດ, ຖອກທ້ອງ, ຖອກທ້ອງຊໍາເຮື້ອ, ໂຣກລໍາໄສ້ ແລະ ລໍາໄສ້ຕິດເຊື້ອ 

4.ເປືອກຂອງລໍາຕົ້ນ: ນຳມາຕົ້ມນໍ້າອາບຊ່ວຍຫຼຸດຜ່ອນອາການເປັນຟົດຜື່ນ ຊ່ວຍບັນເທົາອາການຄັນໄດ້ດີ

5.ນ້ຳຢາງຈາກຕົ້ນສາມາດໃຊ້ເປັນຢາຢອດຫູເພື່ອບັນເທົາອາການເຈັບຫູ

6.ນ້ຳຢາງຈາກລຳຕົ້ນ: ໃຊ້ອຸດແຂ້ວເພື່ອບັນເທົາອາການເຈັບແຂ້ວ.

7.ໃບອ່ອນ: ນຳມາຕົ້ມດື່ມເພື່ອປິ່ນປົວພະຍາດສະເກັດເງິນ.

8.ໃບ ແລະ ຢາງ: ແມ່ນຄົນອິນເດຍໃຊ້ເພື່ອປິ່ນປົວບາດແຜ, ບາດເປື່ອຍ, ບາດຕຸ່ມໜອງ ແລະ ອາການປວດຂໍ້ກະດູກ.

ອ້າງອີງ:

https://cutt.ly/kwOEgylp

https://cutt.ly/xwOEfBVf

https://cutt.ly/TwOEfSI5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/