ສີລະປິນຊາວບຣາຊິວສ້າງປະຕິມະກຳ “ຊ່ອງຄອດ” ເພື່ອຕັ້ງຄຳຖາມເຖິງຄ່ານິຍົມຊາຍເປັນໃຫຍ່ ແລະ ກະຕຸ້ນບັນຫາເລື່ອງເພດໃນສັງຄົມ


ເພດສະພາບເປັນໜຶ່ງໃນເງື່ອນໄຂທີ່ຕິດຕົວມະນຸດ ແລະ ສັດມາຕັ້ງແຕ່ຖືກຳເນີດ ແຕ່ເຖິງຢ່າງນັ້ນໃນຫຼາຍໆປະເທດຍັງຄົງຫຼີກເວັ້ນທີ່ຈະໃຫ້ພື້ນທີ່ກ່ຽວກັບປະເດັນເລື່ອງເພດຢ່າງຫຼາກຫຼາຍ ເຊັ່ນດຽວກັບປະເທດບຣາຊິວ ທີ່ຫຼ້າສຸດມີສີລະປິນຄົນໜຶ່ງໄດ້ສ້າງປະຕິມະກຳຊ່ອງຄອດຂະໜາດໃຫຍ່ຂຶ້ນ ເພື່ອກະຕຸ້ນໃຫ້ເກີດການຕື່ນຕົວເລື່ອງເພດສະພາບ ແຕ່ໄດ້ຮັບສຽງວິພາກວິຈານຢ່າງຫຼວງຫຼາຍຈາກຝ່າຍຂວາຈັດ.

Juliana Notari ຄືສີລະປິນຜູ້ສ້າງສັນ “Diva” ປະຕິມະກຳຊ່ອງຄອດສີແດງສົດ ທີ່ເຮັດຈາກຄອນກີດເສີມເຫຼັກຍາວ 33 ແມັດ ໂດຍປະຕິມະກຳຜົນງານນີ້ຖືກຈັດສະແດງທີ່ເນີນເຂົາຊົນນະບົດແຫ່ງໜຶ່ງໃນລັດເປນຳບູກູ (State of Pernambuco) ເຊິ່ງເປັນລັດທີ່ມີຊີວິດຊີວາຫຼາຍທີ່ສຸດແຫ່ງໜຶ່ງໃນປະເທດບຣາຊິວ.

Juliana ໄດ້ອະທິບາຍເຖິງຄວາມໝາຍຂອງຜົນງານດັ່ງກ່າວວ່າ ຊ່ອງຄອດສີແດງເທິງເນີນເຂົານັ້ນ ຖືກສ້າງຂຶ້ນເພື່ອຕັ້ງຄຳຖາມເຖິງຄວາມສຳພັນລະຫວ່າງທຳມະຊາດ ແລະ ວັດທະທຳທີ່ວ່າມະນຸດຄືສູນກາງຂອງສັບພະສິ່ງ (Anthropocentric) ລວມເຖິງຄ່ານິຍົມເລື່ອງຊາຍເປັນໃຫຍ່ໃນສັງຄົມ (Phallocentric) ດ້ວຍ. ນອກຈາກນີ້ເຂົາຍັງຫວັງໃຫ້ຜົນງານດັ່ງກ່າວກະຕຸ້ນໃຫ້ເກີດການຖົກຖຽງເຖິງບັນຫາເລື່ອງເພດສະພາບໃນວົງກວ້າງອີກດ້ວຍ.

ແນ່ນອນວ່າ ທັນທີທີ່ຊ່ອງຄອດສີແດງສົດປາກົດຕົວເທິງພື້ນທີ່ສາທາລະນະ ຜູ້ຄົນຕ່າງໄດ້ອອກມາສະແດງຄວາມຄິດເຫັນ ລວມເຖິງວິພາກວິຈານກ່ຽວກັບຈຸດມຸ່ງໝາຍຂອງງານສີລະປະນີ້ ກຸ່ມຜູ້ສະໜັບສະໜຸນປະທານາທິບໍດີຂວາຈັດຂອງບຣາຊິວຢ່າງ Jair Bolsonaro ໄດ້ອອກມາສະແດງຄວາມຄິດເຫັນເຖິງຄວາມບໍ່ເໝາະສົມ ລວມເຖິງຈຸດມຸ່ງໝາຍໃນການສ້າງງານສີລະປະ ເຊັ່ນ “ນີ້ເປັນອີກໜຶ່ງເລື່ອງໂງ່ໆ ທີ່ຝ່າຍຊ້າຍເຮັດ”

ໃນຂະນະດຽວກັນ ປະຊາຊົນອີກຝ່າຍກໍອອກມາຊົມເຊີຍງານສີລະປະນີ້ Kleber Mendoca Filho ຜູ້ກຳກັບຮູບເງົາຈາກ Pernambuco ໄດ້ຍ້ອງຍໍປະຕິມາກຳ “Diva” ຜ່ານທາງທະວິດເຕີສ່ວນຕົວວ່າ ຜົນງານດັ່ງກ່າວປຽບດັ່ງແວ່ນແຍງ ທີ່ສະທ້ອນຄວາມເປັນໄປຂອງສັງຄົມບຣາຊິວ ນອກຈາກນີ້, ອີກຫຼາຍຄົນຍັງກ່າວວ່າ Diva ຈະຊ່ວຍຍົກລະດັບແນວຄິດ “ສະຕີນິຍົມ” ໃນບຣາຊິວໃຫ້ເປັນທີ່ຍອມຮັບຫຼາຍຂຶ້ນ.

ຄວາມຂັດແຍ້ງລະຫວ່າງຄົນສອງກຸ່ມໃນບຣາຊິວ ບໍ່ໄດ້ເປັນພຽງແຕ່ຄວາມຂັດແຍ້ງລະດັບພື້ນຖານເທົ່ານັ້ນ ແຕ່ມັນເປັນຜົນຜະລິດຈາກຄ່ານິຍົມທາງການເມືອງລະຫວ່າງຄົນສອງກຸ່ມ ເຊິ່ງນັບຕັ້ງແຕ່ປະທານາທິບໍດີ Jair Bolsonaro ເຂົ້າຮັບຕຳແໜ່ງໃນປີ 2019 ລາວໄດ້ລະເມີດວັດທະນະທຳຊຳ້ແລ້ວຊຳ້ອີກ ຈົນສີລະປິນຫຼາຍຄົນໄດ້ອອກມາຕໍ່ຕ້ານລາວໃນຖານະຜູ້ປະຕິບັດຕົນເປັນກະບົດຕໍ່ວົງການສີລະປະ.


ພາບ: Juliananotari.com

ທີ່ມາ: