ຍີ່ປຸ່ນສ້າງສຸສານ Bluetooth ໄຫວ້ບັນພະບຸລຸດໄດ້ແບບບໍ່ຕ້ອງມີທີ່ດິນ


ໃນປະເທດຍີ່ປຸ່ນຂຶ້ນຊື່ເລື່ອງລາຄາສຸສານທີ່ສູງຫຼາຍ ຍິ່ງຖ້າເປັນເຂດເມືອງທີ່ມີຜູ້ຄົນຢູ່ອາໄສຢ່າງໜາແໜ້ນ ອາດຈະມີຄ່າໃຊ້ຈ່າຍຕັ້ງແຕ່ 3-8 ລ້ານເຢນເລີຍ.

ໄລຍະຫຼັງໆ ຈຶ່ງເກີດມີໄອເດຍຫຼາຍຢ່າງຂຶ້ນມາເພື່ອແກ້ໄຂບັນຫາດັ່ງກ່າວ ບໍ່ວ່າຈະເປັນຄອນໂດມິນຽມສຸດໄຮເທັກສຳລັບເກັບກະດູກໂດຍສະເພາະ ຜ່ານການອອກແບບຢ່າງສວຍງາມ ມີສິ່ງອຳນວຍຄວາມສະດວກທຸກຮູບແບບ ແຕ່ລາຄາຖືກກວ່າສຸສານແບບດັ້ງເດີມຫຼາຍກວ່າເຄິ່ງ.

ຫຼ້າສຸດ ໃນແຂວງຊິບະໄດ້ນຳສະເໜີສຸສານແນວໃໝ່ທີ່ໃຊ້ເຕັກໂນໂລຊີ Bluetooth Low Energy ຫຼື BLE ມາຊ່ວຍໃຫ້ຜູ້ຮັບບໍລິການຮູ້ສຶກຄືໄດ້ໄຫວ້ສຸສານບັນພະບຸລຸດຂອງຕົນເອງ ໂດຍບໍ່ຈຳເປັນຕ້ອງຊື້ສຸສານ.

ສຸສານນີ້ມີຊື່ວ່າ ຮິຄາຣິ (Hikari) ເຖິງວ່າລັກສະນະພາຍນອກຈະໜ້າຕາຄືສຸສານທົ່ວໄປ ແຕ່ເມື່ອຜູ້ຮັບບໍລິການຍ່າງເຂົ້າໄປໃກ້ສຸສານ ພ້ອມເຄື່ອງລາງທີ່ຖືກເຮັດຂຶ້ນເປັນພິເສດ ກໍຈະສະແດງພາບ, ຊື່, ລວມເຖິງຂໍ້ມູນອື່ນໆຂອງຜູ້ລ່ວງລັບເທິງຈໍອີເລັກໂທຣນິກ ຫຼັງຍ່າງອອກໄປບໍລິເວນນັ້ນ ໜ້າຈໍຈະປ່ຽນກັບໄປເປັນຄ່າເລີ່ມຕົ້ນທັນທີ ຄືເປັນດັ່ງສຸສານກາງທີ່ຜູ້ຄົນສາມາດໃຊ້ຮ່ວມກັນໄດ້ ທັງຍັງຊ່ວຍແກ້ໄຂບັນຫາເລື່ອງການຂາດແຄນພື້ນທີ່ ພ້ອມຕອບສະໜອງຄວາມຕ້ອງການສຸສານໄດ້ໃນເວລາດຽວກັນ.

ສຸສານ Bluetooth ເປັນທາງເລືອກໜຶ່ງສຳລັບຜູ້ເສຍຊີວິດທີ່ສະມາຊິິກໃນຄອບຄົວພັກອາໄສຢູ່ໄກຈາກສຸສານ ຫຼື ຜູ້ທີ່ບໍ່ສາມາດຊື້ທີ່ດິນເພື່ອສ້າງຫຼຸມຝັງສົບຂອງບັນພະບຸລຸດຕົນເອງໄດ້ ໂດຍມີຄ່າບໍລິການຢູ່ທີ່ 2.9 ແສນເຢນ (ປະມານ 27 ລ້ານກີບ) ເຖິງອາດຈະບໍ່ໄດ້ຢູ່ໃນລະດັບທີ່ຖືກຫຼາຍ ແຕ່ກໍຍັງຄົງເປັນສັນຍາລັກທົດແທນ ແລະ ມີຄຸນຄ່າທາງຈິດໃຈຕໍ່ການລະນຶກເຖິງຄົນທີ່ພວກເຂົາຮັກ.

ບັນຫາການຂາດແຄນພື້ນທີ່ສຸສານ ບໍ່ໄດ້ເກີດຂຶ້ນສະເພາະໃນຍີ່ປຸ່ນເທົ່ານັ້ນ ແຕ່ເກີດຂຶ້ນໃນຫຼາຍເມືອງໃຫຍ່ທົ່ວໂລກ ສິ່ງທີ່ຕາມມາຄືທາງເລືອກໃໝ່ໆໃນການຈັດການກັບສົບຜູ້ເສຍຊີວິດ ດ້ານສະຫະລັດອາເມຣິກາໄດ້ຄິດຄົ້ນວິທີຍ່ອຍສະຫຼາຍຊາກສົບໃຫ້ກາຍເປັນຖ່ານ ແລະ ຂອງແຫຼວ ໂດຍໃຊ້ສານອັນຄາໄລ ຫຼື ອັນຄາໄລໄຮໂດຣໄລຊິສ ເປັນໜຶ່ງໃນຂະບວນການຍ່ອຍສະຫຼາຍສົບທີ່ເປັນມິດຕໍ່ສິ່ງແວດລ້ອມ.

ນອກຈາກນັ້ນ ຍັງມີວິທີ “Promession” ທີ່ຄິດຄົ້ນໂດຍນັກວິທະຍາສາດຊາວສະວີເດັນ ດ້ວຍການແຊ່ແຂງຮ່າງກາຍຜູ້ເສຍຊີວິດທີ່ອຸນຫະພູມ -18  ອົງສາເຊ  ກ່ອນຍ້າຍໄປແຊ່ໃນອ່າງ ທີ່ມີໄນໂຕຣເຈນແຫຼວເພື່ອລົດອຸນຫະພູມລົງໃຫ້ເຫຼືອ -196 ອົງສາເຊ ເມື່ອຮ່າງກາຍແຂງຕົວແລ້ວຈະຕ້ອງຜ່ານຂະບວນການອື່ນໆອີກຫຼາຍຢ່າງ ຈົນເຫຼືອເປັນອັດທິອະນຸພາກທີ່ນ້ອຍ ທີ່ມີເສັ້ນຜ່ານສູນກາງພຽງ 1 mm ເພື່ອໃຫ້ຍາດພີ່ນ້ອງນຳໄປເຮັດພິທີ ຫຼື ເກັບໄວ້ລະນຶກເຖິງຕໍ່ໄປ.

ສ່ວນວິທີທີ່ໄດ້ຮັບຄວາມນິຍົມໃນແຖບອາຊີຈະມີລັກສະນະເປັນຄອນໂດອັດທິຄືໃນຍີ່ປຸ່ນ ຫຼື ມີການໃຊ້ເຕັກໂນໂລຊີ VR ມາໃຊ້ ເຊິ່ງຂະນະທີ່ບັນຫາຂາດແຄນພື້ນທີ່ສຸສານເພີ່ມຂຶ້ນ ແຕ່ອີກດ້ານໜຶ່ງໃນອະນາຄົດ ເຮົາອາດຈະໄດ້ເຫັນສຸສານຫຼືການຈັດການສົບຮູບແບບໃໝ່ເພີ່ມຂຶ້ນເຊັ່ນດຽວກັນ

ພາບ: Pixabay

ທີ່ມາ: https://web.facebook.com/themomentumco/photos/a.1636533129971718/2602879553337066/?_rdc=1&_rdr