ການເບິ່ງສິລະປະ ຈະຊ່ວຍໃຫ້ສະໝອງພົບສານແຫ່ງຄວາມສຸກ ຊ່ວຍໃຫ້ຄົນອາລົມດີຂຶ້ນ ຜ່ອນຄາຍຄວາມກົດດັນໄດ້


ຄວາມສຸກຂອງການເບິ່ງສິລະປະ ງົດງາມເໝືອນດັ່ງການຕົກຫຼຸມຮັກ ສາສະດາຈານ Semir Zeki ຜູ້ຊ່ຽວຊານດ້ານປະສາດວິທະຍາຈາກ University College of London ກ່າວວ່າ ເມື່ອເຮົາເບິ່ງສິລະປະດີໆ ສະໝອງຂອງເຮົາຈະເຮັດວຽກແບບດຽວກັບຕອນທີ່ເຮົາຕົກຫຼຸມຮັກ ຄືການຫຼັ່ງສານສ້າງຄວາມສຸກຢ່າງ Dopamine ເຊິ່ງຄ້າຍໆກັບເຮົາຟັງເພງດີໆ ສະມອງກໍຈະຕອບສະໜອງໄດ້ດີເຊັ່ນກັນ.

  1. ສິລະປະຊ່ວຍປົວແປງຈິດໃຈ: ງານສິລະປະຊ່ວຍຜ່ອນຄວາມຄຽດໄດ້ໂດຍກົງ ແລະ ເປັນຕົວແທນຂອງ 3 ອົງປະກອບສຳຄັນໃນຊີວິດ ໄດ້ແກ່ຄວາມຜ່ອນຄາຍ, ຄວາມພໍໃຈ ແລະ ການນຳສະເໜີຕົວຕົນ. ດັ່ງນັ້ນ ຈຶ່ງບໍ່ແປກຫາກຈະມີການໃຊ້ສິລະປະເປັນເຄື່ອງມືຢຽວຢາຈິດໃຈ ສຳລັບຄົນທີ່ມີປັນຫາທາງຈິດ ຫຼື ແຕ່ຄົນທົ່ວໄປ ທີ່ຢາກພາຕົນເອງໄປຢູ່ໃນຈຸດທີ່ມີຄວາມສົມບູນຍິ່ງຂຶ້ນ ການປົ່ນປົວໂດຍໃຊ້ສິລະປະ Arts Therapy ຖືກໃຊ້ຕັ້ງແຕ່ຍຸກ 70 ເປັນຕົ້ນມາ.
  1. ຄວາມສວຍງາມຂອງສິລະປະຈະຊ່ວຍໃຫ້ມີຄວາມສຸກ: ຫຼັກການງ່າຍໆຂອງຄວາມສຸກຄືການພາຕົນເອງໄປຢູ່ໃນຈຸດທີ່ມີຄວາມສວຍງາມ ຄວາມນິຍົມຄວາມມັກຂອງແຕ່ລະຄົນແຕກຕ່າງກັນ ຮູບແບບຂອງງານສິລະປະທີ່ເຮັດໃຫ້ອີ່ມໃຈ ຈຶ່ງແຕກຕ່າງກັນໄປດ້ວຍ, ດັ່ງນັ້ນ ເພື່ອໃຫ້ການເບິ່ງງານສິລະປະມີປະໂຫຍດກັບຊີວິດຫຼາຍຂຶ້ນ ເຮົາຄວນເກັບຂໍ້ມູນ ແລະ ຫາຄຳຕອບວ່າງານສິລະປະແບບໃດ ທີ່ສົ່ງຜົນຕໍ່ຫົວໃຈຫຼາຍທີ່ສຸດ ວິທີນີ້ຈະຊ່ວຍໃຫ້ເຮົາຫາເຄື່ອງປະດັບ, ຮູບພາບ ລວມເຖິງອົງປະກອບອື່ນໆ ມາໃຊ້ໃນຊີວິດປະຈຳວັນໄດ້ງ່າຍຂຶ້ນ ດີກວ່າເບິ່ງງານສິລະປະ ແລະ ມີຄວາມສຸກໄປແຕ່ລະມື້.
  1. ງານສິລະປະຊ່ວຍເຮັດໃຫ້ເຮົາເຂົ້າໃຈຕົນເອງດີຂຶ້ນ: ບາງເລື່ອງເຮົາກໍບໍ່ສາມາດຖ່າຍທອດອອກມາໄດ້ເປັນຕົວອັກສອນ ຫຼື ຄຳເວົ້າ. ດັ່ງນັ້ນ ງານສິລະປະເປີດໂອກາດໃຫ້ເຮົາຕີຄວາມສິ່ງຕ່າງໆກົງກັນຂ້າມໃຫ້ສອດຄ່ອງກັບມຸມມອງຂອງຊີວິດແຕ່ລະໄລຍະ ກາຍເປັນອີກວິທີໜຶ່ງໃຫ້ເຮົາຖ່າຍທອດຄວາມຄິດອອກມາໄດ້ງ່າຍຂຶ້ນ ການຕີຄວາມມີລັກສະນະຂອງຄວາມເປັນສ່ວນຕົວ ທີ່ບໍ່ໄດ້ຖືກຄວບຄຸມດ້ວຍກົດເກນໃດໆ, ພ້ອມກັນນີ້ ກໍລວມເຖິງງານສິລະປະທຸກປະເພດບໍ່ວ່າຈະເປັນຈິດຕະກຳ, ປະຕິມະກຳ, ບົດກະວີ ຫຼື ບົດເພງຕ່າງໆ.

ນອກຈາກນີ້ ກໍຍັງມີຜົນດີອີກຫຼາຍໆຢ່າງໃນການເສບງານສິລະປະ ສອນສິ່ງຕ່າງໆໃຫ້ເຮົາເຂົ້າໃຈເລື່ອງຄວາມແຕກຕ່າງ ແລະ ການເປັນໜຶ່ງອັນດຽວ ໄດ້ຫຼາຍຂຶ້ນ. ຖ້າຫາກພະນັກງານຕ້ອງເຮັດວຽກຢູ່ສະພາບແວດລ້ອມແບບເກົ່າໆ ການເຂົ້າໃຈສັງຄົມທີ່ຫຼາກຫຼາຍກໍຖືວ່າເປັນເລື່ອງທີ່ຍາກ ຍິ່ງຖ້າຫາກພະນັກງງານບາງຄົນນິດໄສບໍ່ມັກເຂົ້າສັງຄົມ ການສຳຜັດເຖິງວັດທະນະທຳທີ່ແຕກຕ່າງກໍຍິ່ງເປັນໄປບໍ່ໄດ້ເລີຍ, ດັ່ງນັ້ນ ການໄປຫໍສິນ ຫຼື ຊົມງານສິລະປະ ຈະຊ່ວຍໃຫ້ຄົນເຫັນວ່າໂລກຂອງເຮົາມີອີກຫຼາຍມຸມມອງທີ່ເຮົາບໍ່ຮູ້ຈັກ ຄວາມເຂົ້າໃຈທີ່ເກີດຂຶ້ນຈະສົ່ງຜົນໃນເຊີງຈິດວິທະຍາ ພະນັກງານພ້ອມເປີດໃຈຮັບຄວາມແຕກຕ່າງທີ່ເກີດຂຶ້ນພາຍໃນອົງກອນ. ສະນັ້ນ ບາງບໍລິສັດ ຈຶ່ງນຳເອົາຜົນງານສິລະປະ ນຳມາຕິດໃນຫ້ອງເຮັດວຽກ ຫຼື ໃນບໍລິສັດ ເປັນອີກວິທີໜຶ່ງ ຊ່ວຍໃຫ້ພະນັກງານມີຄວາມສຸກຂຶ້ນກໍເປັນໄດ້.

ຂໍ້ມູນຈາກ: HREX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/