“Green Skill” ທັກສະທີ່ສຳຄັນດ້ານສິ່ງແວດລ້ອມສຳລັບ Gen ໃໝ່ທີ່ຈຳເປັນຕ້ອງໃຊ້ເຂົ້າໃນການຫາວຽກໃນອະນາຄົດ


ຜົນການສຳຫຼວດຂອງ The World Economic Forum (WEF) ຫຼ້າສຸດຈາກການສຳຫຼວດເຄືອຂ່າຍແຮງງານ 1 ໝື່ນຄົນ ທີ່ມີບົດບາດເປັນຜູ້ທີ່ມີອິດທິພົນໃນການປ່ຽນແປງການຂັບເຄື່ອນໃນດ້ານຕ່າງໆນັ້ນລ້ວນມີອາຍຸນ້ອຍກວ່າ 30 ປີ ເຊິ່ງມີຄວາມຕ້ອງການທີ່ຈະສ້າງອະນາຄົດທີ່ສົດໃສ. ໂດຍຄົນກຸ່ມນີ້ຈະບໍ່ລົດລະຄວາມພະຍາຍາມໃນການລົງມືເຮັດເພື່ອໃຫ້ເກີດການປ່ຽນແປງຕ່າງໆ ແລະ ໜຶ່ງໃນເປົ້າໝາຍທີ່ສຳຄັນສຳລັບແຮງງານໄວໜຸ່ມສາວເຫຼົ່ານີ້ຕ້ອງການກໍຄື “Green skill” ຫຼື ທັກສະສີຂຽວ ເພື່ອທີ່ຈະພາຕົນເອງເຂົ້າໄປສູ່ຕະຫຼາດການຈ້າງງານທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ແລະ ການພັດທະນາທີ່ຍືນຍົງ.

ວຽກງານສີຂຽວ ແລະ ແຮງງານທີ່ມີທັກສະດ້ານສິ່ງແວດລ້ອມ ຈະ​ມີສ່ວນປະກອບ​ເຂົ້າຢ່າງ​ໃຫຍ່​ຫຼວງ​​ໃນ​ການ​ບັນລຸ​ເປົ້າ​ໝາຍໃນການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ອີງຂໍ້ມູນຈາກ LinkedIn ຄວາມຕ້ອງການສໍາລັບການຈ້າງການທີ່ມີທັກສະສິ່ງແວດລ້ອມ ແລະ ມີທ່າອ່ຽງທີ່ຈະເພິ່ມຂຶ້ນແຊງໜ້າການຈ້າງສຳລັບວຽກງານທົ່ວໄປຈາກຜົນການສຶກສາໃນ 4 ປີທີ່ຜ່ານມາ. ທັງນີ້ໃນງານ World Economic Forum’s Future of Jobs 2023 ໄດ້ມີການອະທິບາຍກ່ຽວກັບທັກສະສີຂຽວຈາກ WEF ວ່າ: ໃນຂະແໜງສິ່ງແວດລ້ອມ ແລະ ພະລັງງານທົດແທນເຫັນວ່າມີການຈ້າງງານເພີ່ມຂຶ້ນ 237% ໃນໄລຍະ 5 ປີທີ່ຜ່ານມາ, ໂດຍຜູ້ທີ່ມີຄວາມສາມາດ ແລະ ມີທັກສະດ້ານສິ່ງແວດລ້ອມໃນທົ່ວໂລກກຳລັງເພິ່ມຂຶ້ນຈາກ 9.6% ໃນປີ 2015 ເປັນ 13.3% ໃນປີ 2021 ຫຼື ມີອັດຕາເຕີບໂຕຂຶ້ນເຖິງ 38.5% ແລະ ຄາດວ່າຈະມີຊ່ອງວ່າງ 2% ພາຍໃນປີ 2026 ເຊິ່ງອາດເປັນຍ້ອນຄວາມເຂົ້າໃຈຜິດກ່ຽວກັບວຽກງານທີ່ເປັນມິດຕໍ່ສິ່ງແວດລ້ອມວ່າໃນອະນາຄົດຈະດຳເນີນໄປແບບໃດ. ໂດຍໃນຊ່ອງວ່າງດັ່ງກ່າວຈະປະກອບຂຶ້ນໄປດ້ວຍຄວາມຈິງທີ່ວ່າມີພຽງແຕ່ 1 ໃນ 10,000 ຄົນເຮັດວຽກທີ່ບໍ່ແມ່ນວຽກສີຂຽວຈະຫັນປ່ຽນໄປສູ່ວຽກທີ່ເປັນມິດກັບສິ່ງແວດລ້ອມແທນ.

ເມື່ອບໍ່ດົນມານີ້, WEF ​ໄດ້​ຈັດ​ກອງ​ປະຊຸມ​ເວທີ​ປາ​ໄສ “Squaring the Circle: Delivering on Growth, Jobs and Climate” ເຊິ່ງຄວາມໝາຍສໍາຄັນຂອງສ່ວນໜຶ່ງໃນນັ້ນໄດ້ລະບຸວ່າ ທິດທາງຂອງພາກ​ທຸລະ​ກິດ​ຕໍ່​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຈະເຮັດໃຫ້ເກີດມີ Green Job ຫຼື ວຽກງານສີຂຽວ ເຊິ່ງຈະຕ້ອງຖືກຈັດການຢ່າງເໝາະສົມເພື່ອຕອບສະໜອງຄວາມຕ້ອງທັງດ້ານປະລິມານ ແລະ ປະສິດທິພາບ​ຂອງ​ກຳລັງ​ແຮງ​ງານ​ໃນ​ອະນາຄົດ.

ໃນ​ຂະ​ນະ​ທີ່​ການ​ຄຸ້ມ​ຄອງ​ປະ​ຊາ​ຊົນ​ ແລະ ເປົ້າໝາຍໃນປີ 2050 ແມ່ນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວນັ້ນເປັນກົນໄກທີ່ຂັບເຄື່ອນທັງການລົງທຶນ ແລະ ທິດທາງທຸລະກິດ ເຊິ່ງເປັນຕົວກະຕຸ້ນໃຫ້ບຸກຄະລາກອນມີຄວາມເຂົ້າໃຈກ່ຽວກັບສິ່ງແວດລ້ອມ.

ການປະເຊີນໜ້າກັບຄວາມທ້າທາຍທີ່ຈະຕ້ອງປ່ຽນແປງຕົນເອງ ຫຼື ອົງກອນທຸລະກິດກໍຕ້ອງປັບປ່ຽນວິທີຄິດໃໝ່ເຊັ່ນກັນ. ຈາກແຕ່ກ່ອນຈະສຸມໃສ່ການຜະລິດແບບຢຶດຫຼັກການທີ່ວ່າຕົ້ນທຶນຕໍ່າແຕ່ໄດ້ກຳໄລສູງ ກໍຕ້ອງປ່ຽນມາເປັນການຄຳນຶງເຖິງສິ່ງແວດລ້ອມເພື່ອຕອບສະໜອງຄວາມຕ້ອງການຂອງຄູ່ຄ້າເຊັ່ນ: ການນໍາໃຊ້ພະລັງງານສະອາດໃນຂະບວນການຜະລິດທີ່ຕ້ອງໃຊ້ທັກສະພິເສດໃນການດໍາເນີນງານ. ດັ່ງນັ້ນ, ແຮງງານທີ່ມີການລົງທຶນໃໝ່ໆຕ້ອງການກໍຄືຄົນທີ່ຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້.

ການຈ້າງງານຄືການເຊື່ອມໂຍງຈຸດຕ່າງໆໃຫ້ປະສານເຂົ້າກັນເພື່ອບັນລຸເປົ້າໝາຍເພາະວ່າພາກທຸລະກິດສາມາດຂັບເຄື່ອນໂດຍຄົນງານທີ່ມີທັກສະ ແລະ ຄວາມເຂົ້າໃຈໃນທິດທາງດຽວກັນ. ເຖິງ​ແມ່ນ​ວ່າ​ເປົ້າ​ໝາຍ​ນີ້​ເປັນ​ເລື່ອງ​ຂອງ​ອະ​ນາ​ຄົດ​ໃນອີກ 10-20 ປີຂ້າງໜ້າ ແຕ່ການປັບຕົວເພື່ອກຽມພ້ອມສໍາລັບອະນາຄົດຈະເປັນການແລ່ນເຂົ້າຫາໂອກາດ. ໃນທາງກົງກັນຂ້າມ, ຖ້າບໍ່ມີການປັບຕົວຫຍັງເລີຍ ສິ່ງທີ່ຈະມາກັບອະນາຄົດແມ່ນກໍການສູນເສຍໂອກາດ.

ທີ່ມາ:

bangkokbiznews

adeccogroup

weforum

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/