ຣັດເຊຍ ຈະສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 “Sputnik V” ໃຫ້ແກ່ ສປປ ລາວ ຈຳນວນ 2 ລ້ານໂດສ


ໃນວັນທີ 21 ມັງກອນ 2021 ທີ່ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ຈັດພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 “Sputnik V” ໂດຍການຊ່ວຍເຫຼືອຂອງ “ກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍ”

ກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍໄດ້ລົງນາມໃນຂໍ້ຕົກລົງກັບບໍລິສັດລາວແອັດແລນຕິກໃນການສະໜອງວັກຊີນໂດຍມີການຮ່ວມມືຢ່າງໃກ້ຊິດກັບກະຊວງສາທາລະນະສຸກແຫ່ງ ສປປ ລາວ ຕົກລົງເຫັນດີເປັນເອກະພາບວ່າ ການສະໜອງວັກຊີນໃນປະລິມານທີ່ຈຳເປັນຈາກຣັດເຊຍຈະໄດ້ດຳເນີນໃນທ້າຍປີ 2021 ນີ້ ຫຼັງຈາກສຳເລັດລົງທະບຽນການນຳໃຊ້ວັກຊີນ, ໂດຍມີຄະນະຜູ້ແທນຣັດເຊຍ ນຳໂດຍ ທ່ານ ວະລາດີມີຣ ກາລີນິນ (Vladimir Kalinin) ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ ແລະ ຄະນະຜູ້ແທນລາວ ນຳໂດຍທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານວາລາດີມີຣ ໄດ້ກ່າວຄຳປາໄສໃນພິທີວ່າ: “ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ຣັດເຊຍ ແລະ ລາວ ໄດ້ຕົກລົງເຫັນດີໃນການສະໜອງຢາວັກຊີນ Sputnik V ຈຳນວນ 2 ລ້ານໂດສ ໃຫ້ແກ່ ສປປ ລາວ. Sputnik V ແມ່ນຢາວັກຊີນທີ່ລົງທະບຽນເປັນຄັ້ງທຳອິດຂອງໂລກທີ່ມີປະສິດທິພາບທາງດ້ານຄລີນິກເທົ່າກັບ 91,4% ແລະ 100% ເຊິ່ງພົນລະເມືອງຂອງຣັດເຊຍເກືອບ 1 ລ້ານຄົນ ກໍໄດ້ຮັບການສັກຢາ Sputnik V ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີຜົນຂ້າງຄຽງໃດໆ”

ຫລາຍກວ່າ 50 ປະເທດ ໄດ້ຍື່ນໃບສະໝັກສໍາລັບການຊື້ຢາວັກຊີນຂອງຣັດເຊຍປະມານ 1,2 ຕື້ໂດສ, ໂດຍສະເພາະ ປະເທດຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ ພາຍໃນປະຊາຄົມອາຊຽນ.

ໃນພິທີມອບຮັບນີ້ ທ່ານວາລາດີມີຣໄດ້ກ່າວຢໍ້າອີກ ເຖິງການສະໜັບສະໜຸນຕໍ່ລັດຖະບານ, ປະຊາຊົນລາວ ໃນເວລານີ້ທີ່ບໍ່ເຄີຍມີມາກ່ອນ ແລະ ວັກຊີນຣັດເຊຍ “Sputnik V” ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຮ່ວມກັນຂອງສາກົນ ໃນການຕໍ່ສູ້ກັບການແຜ່ລະບາດຂອງ COVID-19.

ຂອບໃຈຮູບພາບ ແລະ ທີ່ມາ:

Посольство России в Лаосе Russian Embassy in Laos