Medium ຊື້ກິດຈະການ “Glose” Platform E-Book ແບບໂຊຊຽວ


Medium ປະກາດຊື້ກິດຈະການ Glose Startup ຈາກຝຣັ່ງໂດຍບໍ່ເປີດເຜີຍມູນຄ່າຂອງດີລ.

Glose ເປັນບໍລິການຊື້, ດາວໂຫລດ ແລະ ອ່ານໜັງສື Digital ລວມທັງໜັງສືສຽງຜ່ານແອັບ ຫຼື ເທິງ Website ໃນຄອມພິວເຕີ ໂດຍເພີ່ມຄຸນສົມບັດດ້ານໂຊຊຽວ ຜູ້ໃຊ້ງານສາມາດສ້າງຊັ້ນໄວ້ປຶ້ມເພື່ອແບ່ງປັນເນື້ອຫາທີ່ໜ້າສົນໃຈກັບຜູ້ຕິດຕາມ ຫຼື ສົນທະນາເພື່ອແນະນຳເລື່ອງທີ່ໜ້າອ່ານໄດ້. ບໍລິການທີ່ເປີດຕົວຫຼ້າສຸດຄື Glose Education ທີ່ອອກແບບໃຫ້ອາຈານສາມາດສັ່ງວຽກຜ່ານ Platform ໃຫ້ນັກຮຽນ – ນັກສຶກສາອ່ານປຶ້ມເປັນກຸ່ມໄດ້ນຳອີກດ້ວຍ.

ຈຳນວນຜູ້ໃຊ້ງານ Glose ມີຫຼາຍກວ່າ 1 ລ້ານຄົນ ແລະ ບໍລິການ Glose Education ກໍມີມະຫາໄລສະໝັກໃຊ້ງານແລ້ວ 25 ແຫ່ງ ມີ Partner ສຳນັກງານພິມຫຼາຍກວ່າ 20,000 ຄົນ.

Medium ລະບຸວ່າມີຜູ້ຂຽນໜັງສືຈຳນວນຫຼາຍທີ່ໃຊ້ງານ Medium ໃນການສື່ສານກັບຜູ້ອ່ານ ດີລນີ້ຈຶ່ງຊ່ວຍເຊື່ອມຕໍ່ຮູບແບບເນື້ອຫາຈາກ Medium ໄປສູ່ການຊື້ໜັງສື Digital ລະຫວ່າງຜູ້ຂຽນກັບຜູ້ອ່ານໄດ້ງ່າຍຂຶ້ນ.

ທີ່ມາ: https://www.blognone.com/node/120619