PANTONE ປະກາດໃຫ້ສີ Peach Fuzz ເປັນສີປະຈຳປີ 2024


ບໍລິສັດທີ່ປຶກສາດ້ານສີຢ່າງ PANTONE ໄດ້ອອກມາປະກາດໃຫ້ສີ “Peach Fuzz” ລະຫັດສີ PANTONE 13-1023 ເປັນສີແຫ່ງປີ 2024 ທີ່ຈະມາຮອດນີ້ ພ້ອມຄວາມໝາຍທີ່ຈະສື່ເຖິງຄວາມຕ້ອງການເຫັນໃຈໃນຄວາມສຳພັນຂອງມະນຸດໃນປີຕໍ່ໆໄປ.

ໂດຍສີ Peach Fuzz ເປັນສີຂອງລູກພີຊທີ່ອ່ອນໂຍນ ມີຄວາມປະສົມປະສານລະຫວ່າງສີບົວ ແລະ ສີສົ້ມ ທີ່ມີຈິດວິນຍານທີ່ໂອບຮັບທຸກດ້ານ ເຊິ່ງຈະຊ່ວຍເສີມສ້າງທັງຈິດໃຈ ແລະ ຮ່າງກາຍ ເປັນສີທີອົບອຸ່ນ ແລະ ສະບາຍ ນຳສະເໜີແນວທາງຄວາມອ່ອນນ້ອມ ສື່ເຖິງຄວາມອ່ອນໂຍນ, ຫວ່ງໃຍ, ການແບ່ງປັນ ແລະ ການເຮັດວຽກຮ່ວມກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/