10 ພິພິທະພັນຍອດນິຍົມ ທີ່ມີຄົນເຂົ້າຊົມຫຼາຍທີ່ສຸດໃນໂລກ


ພິພິທະພັນ ເປັນອີກໜຶ່ງສະຖານທີ່ ທີ່ນັກທ່ອງທ່ຽວມັກເຂົ້າໄປຊົມຢູ່ຢ່າງສະເໝີ ເຊິ່ງແຕ່ລະແຫ່ງກໍມີການສະແດງໃນຮູບແບບທີ່ແຕກຕ່າງກັນອອກໄປ ເມື່ອເຂົ້າໄປຊົມແລ້ວຈະໄດ້ທັງຄວາມຮູ້ ຄວາມຮູ້ສວຍງາມຂອງສິນລະປະ.


1. Louvre, Paris

ພິພິທະພັນທີ່ມີຊື່ສຽງຫຼາຍທີ່ສຸດໃນໂລກ Musée du Louvre ຢູ່ ປາຣີສ ປະເທດຝຣັ່ງ ມີຈຳນວນຄົນເຂົ້າຊົມຫຼາຍເຖິງ 9.3 ລ້ານໃນປີ 2013 ແລະ ຫຼາຍທີ່ສຸດປີ 2012 ມີຄົນເຂົ້າຊົມ 9.7 ລ້ານຄົນ, ຈຸດພິເສດພິພິທະພັນນີ້ມີຄວາມເກົ່າແກ່ຫຼາຍທີ່ສຸດ ແລະ ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ແລະ ເປັນສະຖານທີ່ ທີ່ມີນັກທ່ອງທ່ຽວມາຊົມຫຼາຍທີ່ສຸດໃນປາຣີສ.

2. National Museum of Natural HistoryVisiting the National Museum of Natural History | Washington DC

ພິພິທະພັນປະຫວັດສາດທຳມະຊາດແຫ່ງຊາດ (National Museum of Natural History) ເປັນພິພິທະພັນຕັ້ງຢູ່ວໍຊິງຕັນ ສະຫະລັດອາເມຣິກາ ມີຜູ້ຊົມຫຼາຍເປັນອັນດັບ 2 ຂອງໂລກ ຈຳນວນ 8 ລ້ານຄົນໃນປີ 2013 ແລະ ເປັນພິພິທະພັນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ໃນບັນດາພິພິທະພັນຂອງເຄືອຂອງສະຖາບັນ Smithsonian Institution.

3. National Museum of China, Beijing

National Museum of China ຕັ້ງຢູ່ທີ່ປັກກິ່ງປະເທດຈີນ ເປັນພິພິທະພັນທີ່ມີຄົນເຂົ້າຊົມຫຼາຍທີ່ສຸດເປັນອັນດັບ 3 ໃນປີ 2013 ດ້ວຍຈຳນວນຜູ້ເຂົ້າຊົມ 7.5 ລ້ານຄົນ.

4. National Air and Space Museum

ພິພິທະພັນຍານບິນ ແລະ ຍານອາວະກາດແຫ່ງຊາດ (National Air and Space Museum) ຕັ້ງຢູ່ວໍຊິງຕັນ ສະຫະລັດອາເມຣິກາ ເປັນພິພິທະພັນທີ່ມີຊື່ສຽງຫຼາຍທີ່ສຸດຂອງສະຖານບັນສະມິທິໂຊນຽນ. ມີຄົນເຂົ້າຊົມຫຼາຍສຸດໃນປີ 2013 ເຖິງ 7 ລ້ານຄົນ.

5. British Museum, London

British Museum ຫຼື ພິພິທະພັນອັງກິດ ຕັ້ງຢູ່ທີ່ນະຄອນລອນດອນປະເທດອັງກິດ ເປັນໜຶ່ງໃນພິພິທະພັນດ້ານປະຫວັດສາດ ແລະ ວັດທະນະທຳຂອງມະນຸດ ທີ່ສຳຄັນທີ່ສຸດໃນໂລກ ມີຜູ້ຊົມເພີ່ມຂຶ້ນ 6 ລ້ານຄົນ.

6. Metropolitan Museum of Art, New York

Metropolitan Museum of Art ເປັນພິພິທະພັນສິລະປະ ຕັ້ງຢູ່ນິວຢອກ ມີຜູ້ຊົມ 6.3 ລ້ານຄົນ.

7. National Gallery, London

ຫໍສິລະປະແຫ່ງຊາດ National Gallery  ເປັນພິພິທະພັນຕັ້ງຢູ່ລອນດອນ ປະເທດອັງກິດ ມີຜູ້ເຂົ້າຊົມຈຳນວນ 5.2 ລ້ານຄົນ.

8. Vatican Museums

ເປັນພິພິທະພັນທີ່ສະແດງສິລະປະທີ່ສະສົມໂດຍວັດໂຣມັນຄາທໍລິກ ເປັນເວລາຫຼາຍຮ້ອຍປີ ມີຜູ້ຊົມຈຳນວນ 5.5 ລ້ານຄົນ.

9. Natural History Museum, London

ພິພິທະພັນປະຫວັດສາດທຳມະຊາດ ຕັ້ງຢູ່ໃນລອນດອນ ປະເທດອັງກິດ ເປັນພິພິທະພັນທີ່ມີຊື່ສຽງລະດັບໂລກ ຈາກການເປັນສູນກາງການວິໄຈກ່ຽວກັບອະນຸກົມວິຖານ ການວິໄສແຍກແຍະ ແລະ ການອະນຸລັກ. ມີຜູ້ຊົມກວ່າ 5.3 ລ້ານຄົນ.

10. American Museum of Natural History

ພິພິທະພັນປະຫວັດສາດທຳມະຊາດອາເມຣິກາ (American Museum of Natural History) ເປັນໜຶ່ງໃນພິພິທະພັນທີ່ໃຫຍ່ທີ່ສຸດໃນໂລກ ມີຈຳນວນຜູ້ເຂົ້າຊົມ 5 ລ້ານຄົນ.

ຂໍ້ມູນຈາກ:

True ID

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/