ປະທານາທິບໍດີ ໄຊ່ ອິງເຫວິນ ຂອງໄຕ້ຫວັນ ຕິດອັນດັບ 100 ຜູ້ທີ່ມີອິດທິພົນຂອງໂລກປະຈຳປີ 2020


ວາລະສານ Time ຂອງເອເມຣິກາ ໄດ້ປະກາດລາຍຊື່ 100 ຜູ້ມີອິດທິພົນຂອງໂລກປະຈຳປີ 2020, ໂດຍໄດ້ເລືອກປະທານາທິບໍດີ ໄຊ່ ອິງເຫວິນ ຂອງໄຕ້ຫວັນ ສາທາລະນະລັດຈີນ ເປັນຜູ້ມີອິດທິພົນລະດັບໂລກໃນປະເພດ “ຜູ້ນຳ”.

ໄຊ່ ອິງເຫວິນ ເປັນຜູ້ນຳຍິງຄົນທຳອິດຂອງໄຕ້ຫວັນ ເຊິ່ງເປັນປະທານນາທິບໍດີທີ່ສະໜັບສະໜູນແນວຄິດອິດສະຫຼະພາບຂອງໄຕ້ຫວັນ ເຊິ່ງໄດ້ຮັບເລືອກກັບມາດຳລົງຕຳແໜ່ງປະທານາທິບໍດີຕໍ່ອີກສະໄໝ ເປັນສະໄໝທີສອງ ທີ່ຍັງໄດ້ຮັບຄວາມນິຍົມຢ່າງສູງຂຶ້ນຍ້ອນການຮັບມືກັບການແຜ່ລະບາດຂອງ Covid-19.

ທ່ານ Ted Cruz ວຸທິສະມາຊິກ ໃນພັກ Republican ສະຫະລັດ ອາເມຣິກາ ໄດ້ຂຽນແນະນຳປະທານນາທິບໍດີໄຊ່ ວ່າ ພາຍໃຕ້ເງົາມືດຂອງຈີນ ປະທານາທິບໍດີໄຊ່ປຽບເໝືອນຕະກຽງທີ່ສ່ອງສະຫວ່າງ ບອກກັບຊາວໂລກວ່າ ໄຕ້ຫວັນຈະບໍ່ຍອມໃຫ້ຈີນລຸກລ້ຳເດັດຂາດ.

ສ່ວນທ້າວ ຊີ່ ເສົ້າເຫີ່ວຍ ກໍມີ ໄຊ່ ອິງເຫວິນ ຂຽນຂໍ້ຄວາມແນະນຳວ່າ ທ້າວ ຊີ່ ຈະຢືນຢູ່ຈຸດສູງສຸດຂອງຂະບວນຊຸມນຸມຂອງກຸ່ມຂ້າມເພດໃນໄຕ້ຫວັນທຸກຄັ້ງ ເຊິ່ງກໍເປັນສັນຍາລັກທີ່ມີຄວາມໝາຍຍິ່ງຕໍ່ LGBTQ ແລະ ໂຊຊ່ຽວມີເດຍ.

ນອກຈາກນີ້ ຍັງມີທ້າວ ຫຼົວກ້ວນຊົງ ອະດີດຫົວໜ້າພັກ Dempsisto ຂອງຮົງກົງ ເຊິ່ງລີ້ໄພການເມືອງໄປຢູ່ອັງກິດແລ້ວ ຖືກນຳສະເໜີໂດຍ Christopher Francis Patten ອະດີດຂ້າຫຼວງໃຫຍ່ຮົງກົງ ແນະນຳລາວວ່າ “ເປັນຕົວແທນທີ່ກ້າຫານຂອງຄົນລຸ້ນໃໝ່” ບໍ່ຢ້ານກົວຕໍ່ການກົດດັນຈາກຈີນ ຢືນຢັນຕໍ່ສູ້ເພື່ອເສລີພາບ ແລະ ປະຊາທິປະໄຕຂອງຮົງກົງ.

ແຫຼ່ງທີ່ມາ: https://th.rti.org.tw/news/view/id/2003189