ຍຸກໂຄວິດ-19 ທີ່ທຸກຊີວິດຕ້ອງປັບໂຕ


“ ກວາງນາຣາ ” ກັບການ Move on ຈາກກິນເຂົ້າໜົມເຊມເບ້ບໍ່ໄດ້.
ກວາງນາຣາມັກຈະເປັນສິ່ງທີ່ຜູ້ຄົນໃຫ້ຄວາມສົນໃຈວ່າພວກກວາງນາຣາຈະເປັນແນວໃດໃນຊ່ວງໂຄວິດນີ້ ເຊິ່ງນ້ອງໆກໍ່ພະຍາຍາມຢ່າງໜັກທີ່ຈະເອົາຊີວິດລອດໃນຊ່ວງທີ່ບໍ່ມີຜູ້ຄົນມາຢ້ຽມຢາມເຮັດໃຫ້ເຫັນພາບລວມຂອງກວາງນາຣາກໍ່ຄິດວ່າຢູ່ໄດ້ແຫຼະ ແຕ່ວ່າມີກວາງຈຳນວນໜື່ງທີ່ຜອມແຫ້ງລົງໄປຫຼາຍ ເມື່ອວິເຄາະສາເຫດແລ້ວກໍ່ໄດ້ແຕ່ຕະລຶງ ເພາະພວກກວາງນາຣາໄດ້ປ່ວຍເປັນໂລກທີ່ມີການບັນຍັດຂື້ນຢ່າງເປັນທາງການວ່າໂລກ “ ຕິດກິນເຂົ້າໜົມເຊມເບ້ເລື້ອລັງ”  (鹿せんべい依存症).

ກ່ອນໂລກໂຄວິດ-19 ລະບາດ ວິຖີຊີວິດຂອງກວາງນາຣາຄືການອິ່ມໜຳສຳລານກັບການກິນເຂົ້າໜົມເຊມເບ້ຈາກນັກທ່ອງທ່ຽວຕາມແຫ່ງທ່ອງທ່ຽວແຕ່ລະປີມີນັກທ່ອງທ່ຽວປະມານ 13 ລ້ານຄົນ ເຊິ່ງສະເລ່ຍແລ້ວກວາງນາຣາ 1 ໂຕ ຈະໄດ້ກິນເຂົ້າໜົມເຊມເບ້ຫຼາຍກວ່າ 60 ອັນ/ມື້ ກວາງໂຕໃດທີ່ໜ້າຮັກຖືກໃຈນັກທ່ອງທ່ຽວກໍ່ອາດຈະໄດ້ກິນຫຼາຍເຖິງ 200 ອັນ/ມື້ ເຂົ້າໜົມເຊມເບ້ 1 ອັນມີນ້ຳໜັກປະມານ 3-4 g.

ພາຍຫຼັງໂລກໂຄວິດ-19 ລະບາດນັກທ່ອງທ່ຽວກໍ່ລົດລົງຫຼາຍ, ແຕ່ພໍບໍ່ມີນັກທ່ອງທ່ຽວໃຫ້ເຂົ້າໜົມເຊມເບ້ພວກກວາງເຫຼົ່ານີ້ແລ້ວພວກມັນກໍ່ງົງບໍ່ຮູ້ຈະເຮັດແນວໃດ. ແຕ່ກວາງນາຣາບາງກຸ່ມກໍເລືອກທີ່ຈະເດີນທາງໄປເປັັນກິໂລເພື່ອຕາມຫາຜູ້ຄົນຂະນະທີ່ບາງຕົວກໍ່ຍັງຖ້າກິນເຂົ້າໜົມເຊມເບ້ຢູ່ທີ່ເກົ່າ.

ຕາມຂ່າວທີ່ເລົ່າມາ ນອກຈາກມະນຸດທີ່ຍັງຕ້ອງປັບຕົວໃຫ້ເຂົ້າກັບໂລກ New Normal ແລ້ວ. ກວາງນາຣາກໍ່ຕ້ອງປັບຕົວຄືກັນ. ກວາງຫຼາຍໂຕກໍ່ກັບໄປ “ ກິນຫຍ້າ ” ຕາມວິຖີຊີວິດດັ່ງເດິມຂອງມັນ ບໍ່ໄດ້ກິນເຂົ້າໜົມເຊມເບ້ກໍບໍ່ເປັນຫຍັງ, ແຕ່ກວາງບາງໂຕກໍ່ໄດ້ຄິດໄປແລ້ວວ່າການກິນເຂົ້າໜົມເຊມເບ້ຄືວິຖີຊີວິດປົກກະຕິຂອງມັນ. ຈົນບໍ່ສາມາດປັບຕົວກັບໄປກິນຫຍ້າໄດ້ຄືເກົ່ານີ້ຈຶ່ງເປັນເຫດຜົນທີ່ກວາງບາງໂຕຜອມແຫ້ງລົງແຮງຈົນໜັງຕິດກະດູກ. ບໍ່ແມ່ນແຕ່ມະນຸດທີ່ຖືກບັງຄັບໃຫ້ປ່ຽນແປງ ກວາງເອງກໍ່ຕ້ອງປ່ຽນແປງຄືກັນ.

ຮຽບຮຽງໂດຍ: ກະຕຸກIQ2
ກວດສອບໂດຍ: Tabee vorlasin
ທີ່ມາ:https://www.facebook.com/wajapan.th/photos/a.592044157546476/3303267493090782/?type=3&theater