ເປີດວາບວົງ “The9!” Girl Group ຈາກປະເທດຈີນທີ່ໄດ້ເມນເທີ້ LISA ມາຝຶກໃຫ້


 ວົງ “The9” ຫຼື ໄອດໍ້ທີ່ຫຼາຍຄົນອາດຈະຮູ້ຈັກມາຈາກລາຍການ Survival ທີ່ເຟັ້ນຫາວົງໄອດໍ້ສັນຊາດຈີນແບບລາຍການ “Youth With You” ທີ່ໄດ້ Mentor ແບບ “Lisa” ຈາກ “Blackpink” ມາເປັນຜູ້ຝຶກສອນການເຕັ້ນໃຫ້ກັບຜູ້ເຂົ້າແຂ່ງຂັນທັງ 109 ຄົນນັ້ນເອງ.

ລາຍການ Youth With You ຂອງທາງແອັພ iQIYI ໄດ້ມີການປະກາດຜົນຜູ້ທີ່ສາມາດ ເດບິວຕ໌(Debut) ເປັນສະມາຊິກທັງ 9 ຄົນໃນວັນທີ 30 ພຶດສະພາ 2020 ເຊິ່ງເປັນລາຍການທີ່ເປັນກະແສຮ້ອນແຮງຫຼາຍໃນຈີນໃນຊ່ວງຕົ້ນປີ 2020. ກະແສຄວາມຮ້ອນແຮງຂອງລາຍການເລີ່ມຈາກການໄດ້ Lisa ສະມາຊິກວົງ Blackpink ຊື່ດັງມາເປັນ Mentor, ນອກຈາກນີ້ຍັງມີ “Cai Xukun” ອະດີດບອຍແບນວົງ “Nine Percent” ມາຮັບໜ້າທີ່ເປັນໂປຣດິວເຊີ ພ້ອມທັງ Mentor “Ella Chen” ແລະ “Jony J” ມາເສີມທັບອີກດ້ວຍ.

ຫາກໃຜຕິດຕາມຈະຮູ້ວ່າ ຕະຫຼອດເວລາ 3 ເດືອນຂອງການແຂ່ງຂັນ ແມ່ນໄດ້ຖືກເວົ້າເຖິງທາງ Social Media ຫຼາຍ, ນັບຕັ້ງແຕ່ພາບຄວາມໜ້າຮັກຂອງຜູ້ເຂົ້າແຂ່ງຂັນ ລວມໄປເຖິງທີມ Mentor ທີ່ມີຄວາມເປັນກັນເອງກັບຜູ້ເຂົ້າແຂ່ງຂັນທີ່ສຸດ ຈົນເຮັດໃຫ້ຜູ້ເບິ່ງທາງບ້ານຕ່າງກໍຮູ້ສຶກຮັກທຸກໆຄົນທີ່ຢູ່ໃນລາຍການ. ຕົວຢ່າງງ່າຍໆກໍໜ້າຈະແມ່ນຕອນທີ່ປະກາດລາຍຊື່ເດັກຝຶກທີ່ໄດ້ Debut ທັງ 9 ຄົນ ເຊິ່ງເຮັດໃຫ້ Lisa ຕ້ອງນໍ້າຕາຊຶມອອກມາກາງລາຍການເລີຍ ເຖິງວ່າຊ່ວງຫຼັງໆ Lisa ຈະບໍ່ໄດ້ໃຊ້ເວລາຮ່ວມກັບເດັກຝຶກ ເນື່ອງຈາກການລະບາດຂອງພະຍາດ Covid-19 ແຕ່ Lisa ກໍຍັງເອົາໃຈໃສ່ໃນການສອນອອນລາຍ ແລະ ໃຫ້ກໍາລັງໃຈເດັກຝຶກທຸກຄົນຕະຫຼອດໄລຍະການເຂົ້າແຂ່ງຂັນອີກດ້ວຍ.

 ເວົ້າເຖິງລາຍການໄປຫຼາຍແລ້ວ ບາດນີ້ເຮົາກໍຈະຂໍມາແນະນໍາສະມາຊິກທັງ 9 ຄົນນຳກັນເລີຍ. ບອກໄດ້ແຕ່ວ່າແຕ່ລະຄົນມີເອກະລັກສະເພາະໂຕ ອັນເປັນສາເຫດທີ່ເຮັດໃຫ້ທັງ 9 ຄົນເປັນຜູ້ຊະນະໃນການລາຍກໍວ່າໄດ້.

ອັນດັບ 1 Liu Yuxin

ເປີດໂຕນໍາກັນຄົນທໍາອິດກັບ Center ຂອງວົງ ຫຼື ຜູ້ຊະນະອັນດັບໜຶ່ງແບບ “Liu Yuxin” ທີ່ຄະແນນກິນຂາດສຸດໂຫດເຖິງ 17,359,242 ໂຫວດ. Liu Xuyin ເຄີຍ Debut ເປັນສະມາຊິກວົງ Lady Bees ມາກ່ອນໜ້ານີ້ ແລະ ມີຜົນງານໃນວົງການມາຫຼາຍບໍ່ວ່າຈະເປັນການສະແດງ ຫຼື ຜົນງານເພງດ່ຽວ. ລາວເປັນຄົນທີ່ມີຄວາມຝັນຢາກເປັນໄອດໍ້ມາຕະຫຼອດ ແລະ ບໍ່ເຄີຍຢຸດທ້າທາຍຄວາມສາມາດຂອງໂຕເອງ ເຊິ່ງຈະເຫັນໄດ້ວ່າກ່ອນທີ່ຈະມາອອກລາຍການ Youth With You ນັ້ນ, ລາວກໍຍັງໄດ້ເຂົ້າແຂ່ງຂັນໃນລາຍການ Hot Blood Dance Crew (2018) ແລະ Street Dance of China Season 2 (2019) ເປັນຕົ້ນ.

 ຜົນງານໂດດເດ່ນເປັນທີ່ເວົ້າເຖິງຫຼາຍທີ່ສຸດກໍແມ່ນເວທີໃນຮອບທີ 2 ກັບເພງ “Miss you 3000” ຫຼື “想见你想见你想见你” ທີມ A ທີ່ສາມາດພາໃຫ້ທີມຊະນະທີ 1 ໃນຮອບນັ້ນເອງ.

ທຸກຄົນສາມາດເບິ່ງການສະແດງນີ້ໄດ້ທີ່: https://www.youtube.com/watch?v=qFOkEis5WA0

 ອັນດັບ 2 Yu Shuxin (Esther Yu)

 ອັນດັບທີ 2 ຈະເປັນໃຜໄປບໍ່ໄດ້ນອກຈາກ “Yu Shuxin” ນັກສະແດງຈີນຂວັນໃຈໄວໜຸ່ມທີ່ແຟນໆຊີຣີ້ຈີນ ໜ້າຈະຄຸ້ນເຄີຍໃນຖານະທີ່ເປັນນາງເອກໜັງໂຣແມນຕິກຄອມມາດີ້ເລື່ອງ “My Amazing Boyfriend 2: Unforgettable” ຄູ່ກັບນັກສະແດງໄທແບບ “ໄມທ ພິຣັດ (Golf-Mike)”. ເຊິ່ງວ່າ Yu Shuxin ເປັນສາວທີ່ຮ໊ອດຫຼາຍໃນລາຍການ Youth With You ນັບຕັ້ງແຕ່ຕົ້ນລາຍການຈົບຈົບ ເພາະຈະເຫັນໄດ້ວ່າຊື່ຂອງລາວຕິດເທຣນໃນ “Weibo” ຕະຫຼອດເວລາຂອງການເຂົ້າແຂ່ງຂັນ. (Weibo ແມ່ນ Social Media ທີ່ຊື່ດັງຂອງປະເທດຈີນ)

 Yu SHuxin ເປັນຄົນທີ່ຄວາມສາມາດອາດຈະບໍ່ເດັ່ນເທົ່າຄົນອື່ນ, ແຕ່ວ່າດ້ວຍນິໄສທີ່ໜ້າຮັກ ແຖມຍັງເປັນຄົນຕະຫຼົກເຮຮາຈົນໄດ້ຊື່ວ່າເປັນ “Happy Virus” ຂອງລາຍການເລີຍ.

 ສາມາດເບິ່ງຕົວຢ່າງຄວາມໜ້າຮັກຂອງ Yu Shuxin ໄດ້ທີ່: https://www.youtube.com/watch?v=qFOkEis5WA0

 ອັນດັບ 3 Xu Jiaqi (Kiki)

ອັນດັບທີ 3 ຕົກເປັນຂອງ “Xu Jiaqi” ເດັກຝຶກທີ່ຖືກເວົ້າເຖິງຫຼາຍຂະໜາດ Girl Group ຈາກເກົາຫຼີໃຕ້ວົງ “MAMAMOO”  ຍັງສົ່ງແຮງໃຈເຊຍ. ຄວາມເປັນຈິງແລ້ວ Xu Jiaqi ເຄີຍ Debut ມາແລ້ວໃນຖານະວົງ 7SENSES ເຊິ່ງເປັນວົງຍ່ອຍຂອງ SNH48 ແລະ ຍັງຮັບໜ້າທີ່ເປັນໜ້າຕາຂອງວົງ, ນັກເຕັ້ນນຳ ແລະ ແຣັບເປີ້ຫຼັກອີກດ້ວຍ. ນອກຈາກເປັນນັກຮ້ອງແລ້ວ ລາວຍັງເຄີຍສະແດງໜັງເລື່ອງ “Legend of Yun Xi” ໃນປີ 2018 ນຳ.

ສາມາດເບິ່ງຜົນງານທີ່ Xu Jiaxi ເປັນ Center ຂອງທີມໄດ້ທີ່: https://www.youtube.com/watch?v=xsKBW09OKYI

 ອັນດັບ 4 Yu Yan

ເປັນອີກໜຶ່ງສາວທີ່ມີຄວາມສາມາດຫຼາຍ ຈົນສາມາດບືນຂຶ້ນມາໄດ້ອັນດັບທີ 4 ໃນຕອນຈົບຂອງລາຍການ, ເຊິ່ງທາງ “Yu Yan” ເອງກໍໄດ້ຜ່ານການ Debut ມາແລ້ວຕັ້ງແຕ່ປີ 2015 ໂດຍມີອະລະບໍ້າເຕັມທໍາອິດທີ່ຊື່ວ່າ “Bad Girl” ແລ້ວຈຶ່ງມາລວມຕົວນໍາໝູ່ເພື່ອ Debut ເປັນວົງ Girl Group ທີ່ມີຊື່ວ່າ “Diamond Girls”. Yu Yan ຂຶ້ນຊື່ວ່າເປັນໄອດໍ້ທີ່ມາທາງສາຍຮ້ອງໂດຍສະເພາະ ແຕ່ກໍ ຍັງມີຜົນງານລະຄອນຫຼາຍໆເລື່ອງເຊັ່ນ: Waiting For You In A Long Time (2018), Pet Departures (2018) ແລະ Customer First (2020) ເປັນຕົ້ນ.

 ສາມາດເບິ່ງຕົວຢ່າງການສະແດງຂອງ Yu Yan ທີ່ໄດ້ເປັນ Center ຂອງທີມໄດ້ທີ່: https://www.youtube.com/watch?v=nvGHhf1DYQI

ອັນດັບ 5 Xie Keyin (Shaking)

ສາວແຣັບເປີ້ຄົນເກັ່ງແຫ່ງລາຍການ Youth With You ທີ່ເຄີຍເຂົ້າຮ່ວມລາຍການແຂ່ງຂັນມາຫຼາຍລາຍການແລ້ວບໍ່ວ່າຈະເປັນ Super Girl (2015), Girls Fight (2016) ແລະ The Next Top Bang (2018-2019) ທີ່ເຮັດໃຫ້ “Xie Keyin” ເປັນໜຶ່ງໃນຜູ້ຊະນະຈົນໄດ້ມາ Debut ເປັນສະມາຊິກວົງທີ່ຊື່ວ່າ “Legal High”. ແຕ່ພາຍຫຼັງທີ່ Debut ແລ້ວນັ້ນ, ວົງບໍ່ໄດ້ມີການອອກເພງ ຫຼື ໂປຣໂໝດຫຼາຍຈົນເຮັດໃຫ້ Xie Keyin ຕ້ອງມາເຂົ້າແຂ່ງຂັນໃນລາຍການ Youth With You ໃນຄັ້ງນີ້. ແນ່ນອນວ່ານັ້ນເປັນການຕັດສິນໃຈທີ່ຖືກຫຼາຍສໍາລັບລາວ ເພາະວ່າໃນການສະແດງ ຮອບທີ່ເປີດໃຫ້ສາທາລະນະຮັບຊົມນັ້ນ, Xie Keyin ເປັນ ຜູ້ທີ່ພາໃຫ້ທີມສາຍ Rap ຊະນະ ດ້ວຍຄະແນນທີ່ໂດດຈາກໝູ່ໄປຫຼາຍເຖິງ 408 ຄະແນນ ແລະ ເປັນຄະແນນທີ່ສູງທີ່ສຸດໃນທຸກໆຮອບການແຂ່ງຂັນຂອງລາຍການ Youth With You ນໍາ. ເວົ້າໄດ້ວ່າເປັນຄົນໜຶ່ງທີ່ເກັ່ງຫຼາຍ ຈົນໄດ້ຮັບຄວາມຮັກຈາກແຟນໆຢ່າງລົ້ນເຫຼືອທີ່ສຸດ.

ສາມາດເບິ່ງການສະແດງທີ່ເຮັດໃຫ້ Xie Keyin ໄດ້ຄະແນນການສະແດງສູງທີ່ສຸດໄດ້ທີ່:

https://www.youtube.com/watch?v=WYisWxVUgsw

 ອັນດັບ 6 An Qi (BabyMonster An)

 “An Qi” ເປັນເດັກຝຶກຫັດສຸດ Hot! ຂອງລາຍການ ແລະ ເປັນຕົວເຕັງທີ່ຫຼາຍຄົນນັ້ນໝາຍຕາມາຕັ້ງແຕ່ຕອນຕົ້ນຂອງລາຍການ ເພາະວ່າການຮ້ອງ, ການເຕັ້ນ ແລະ ການສະແດງຂອງລາວແມ່ນດີໃນທຸກໆດ້ານ ໂດຍສະເພາະການເຕັ້ນ. An Qi ໄດ້ Debut ເປັນໜຶ່ງໃນສະມາຊິກວົງ Hickey ຂອງຄ້າຍເພງ Star Entertainment ທີ່ມີສະມາຊິກທັງໝົດ 7 ຄົນ. ນອກຈາກ An Qi ແລ້ວກໍຍັງມີໝູ່ຮ່ວມວົງມາແຂ່ງລາຍການ Youth With You ອີກນຳ 3 ຄົນ ແຕ່ວ່າ An Qi ເປັນຄົນດຽວທີ່ໄດ້ Debut ເປັນວົງ The9. ຖ້າຢາກຮູ້ວ່າ An Qi ຄືຜູ້ເຂົ້າແຂ່ງຂັນທີ່ Hot ສໍ່າໃດ ກໍໃຫ້ເບິ່ງລາຍການແລ້ວຈະເຫັນວ່າ Lisa ຍ້ອງ An Qi ຕະຫຼອດ ໂດຍສະເພາເວລາທີ່ An Qi ຂຶ້ນສະແດງຍາມໃດຍາມນັ້ນ.

ສາມາດເບິ່ງການສະແດງທີ່ An Qi ເປັນ Center ໄດ້ທີ່: https://www.youtube.com/watch?v=uncxYDo49_A

 ອັນດັບ 7 Zhao Xiaotang

 ອັນດັບທິ 7 ຈະເປັນໃຜບໍ່ໄດ້ນອກຈາກ “Zhao Xiaotang”, ເດັກຝຶກຈາກບໍລິສັດບັນເທີງຍັກໃຫຍ່ຂອງຈີນທີ່ຊື່ “Mountain Top” ເຊິ່ງເປັນຄ້າຍດຽວກັບກັບດາລາຊື່ດັງແບບ “Angelababy”. Zhao Xiaotang ເອງກໍມີກະແສມາຕັ້ງແຕ່ຕົ້ນຈົນຈົບລາຍການ ດ້ວຍໃບໜ້າທີ່ສວຍງາມ ແລະ ບຸກຄະລິກແມນໆ, ແຕ່ຕອນທີ່ບໍ່ໄດ້ຢູ່ເທິງເວທີ ພັດເປັນຄົນຕະຫຼົກ ທັງຍັງສ້າງສຽງຫົວໃຫ້ໝູ່ທີ່ເຂົ້າແຂ່ງຂັນດ້ວຍການປະກົບຄູ່ກັບ Yu Shuxin ເຮັດໃຫ້ໝູ່ຫຼາຍຄົນບໍ່ກົດດັນໃນການແຂ່ງຂັນຫຼາຍເກີນໄປ ເຊິ່ງຖືວ່ານີ້ແຫຼະຄືສີສັນຂອງລາຍການເລີຍລະ.

 ສາມາດເບິ່ງຕົວຢ່າງການສະແດງເພື່ອຄັດເອົາເກຣດຂອງ Zhao Xiaotang ໄດ້ທີ່: https://www.youtube.com/watch?v=sCtSCy_xkq8

 ອັນດັບ 8 Kong Xueer (Snow Kong)

 ອັນດັບ 8 ກໍຕົກເປັນຂອງ “Kong Xueer” ເຊິ່ງເຄີຍເປັນສະມາຊິກວົງ “Lady Bees” ຄືກັນກັບ Liu Yuxin. ດ້ວຍຮູບຮ່າງ ແລະ ໜ້າຕາຂອງລາວທີ່ບໍ່ພຽງແຕ່ໜ້າຕາດີ ຍັງມີຄວາມສາມາດແໜ້ນອີກດ້ວຍ ຈົນໃນຮອບຄັດເກຣດໄດ້ຮັບ A ເປັນຄົນທໍາອິດເລີຍ. ຖ້າໃຜໄດ້ຕິດຕາມວົງການ K-Pop ອາດຈະຄຸ້ນຫູຄຸ້ນຕາລາວມາແນ່ ເນື່ອງຈາກເຄີຍເປັນເດັກຝຶກຫັດໃນສັງກັດຄ້າຍ JYP Entertainment ປະມານ 3 ປີ ກ່ອນທີ່ຈະໄດ້ອອກຈາກຄ້າຍເພື່ອມາ Debut ເປັນວົງ Laby Bees ຮ່ວມກັບ Liu Yuxin ແລ້ວກໍມາແຂ່ງຂັນໃນລາຍການ YouthWith You ຈົນໄດ້ Debut ຮ່ວມກັບ Liu Yuxin ອີກຄັ້ງ.

 ສາມາດເບິ່ງຕົວຢ່າງທີ່ Kong Xueer ເປັນ Center ໄດ້ທີ່: https://www.youtube.com/watch?v=LpsCrKx6P5I

 ອັນດັບ 9 Lu Keran

 ປິດທ້າຍດ້ວຍສະມາຊິກທີ່ຂຶ້ນມາຕິດ Top 9 ໃນຮອບສຸດທ້າຍຂອງການປະກາດຜົນທີ່ເຮັດໃຫ້ແຟນໆລາຍການຮືຮາຫຼາຍ ເນື່ອງຈາກວ່າຜ່ານການແຂ່ງຂັນມາ 3 ຮອບນັ້ນ “Lu Keran” ບໍ່ເຄີຍໄດ້ຕິດ Top 9 ເລີຍ, ແຕ່ດ້ວຍຄວາມຕັ້ງໃຈ ແລະ ແຮງເຊຍຈາກແຟນໆກໍເຮັດໃຫ້ລາວໄຕ່ອັນດັບຂຶ້ນມາຈົນໄດ້ Debut ໃນທີ່ສຸດ. Lu Keran ເຄີຍວົນວຽນຢູ່ໃນວົງການ K-Pop ພໍສົມຄວນ ຈາກການເປັນສະມາຊິກວົງ “Fanxy Red” ເຊິ່ງຫາກໍໄດ້ອອກອະລາບໍ້າເຕັມໃນປີ 2019 ນີ້ເອງ. ເອີ້ນໄດ້ວ່າກ່ອນມາຮ່ວມການແຂ່ງຂັນ ທາງລາວເອງກໍມີແຟນຄຣັບຫຼາຍພໍສົມຄວນເລີຍ.

ສາມາດເບິ່ງເພງທີ່ Lu Keran ເປັນ Center ໄດ້ທີ່: https://www.youtube.com/watch?v=fNhoMkMGM08

ປັດຈຸບັນນີ້ທາງ The9 ກໍໄດ້ອອກເພງ Debut ເພງທໍາອິດທີ່ຊື່ວ່າ: “SphinX” ອອກສູ່ສາທາລະນະໃນວັນທີ 15 ສິງຫາ 2020 ແລະ ໄດ້ຮັບຄວາມນິຍົມຈາກແຟນໆຊາວຈີນ ແລະ ສາກົນຫຼາຍ, ເຊິ່ງທາງ The9 ກໍມີຜົນງານວາໄຣຕີ້ອອກມາເລື້ອຍໆໂດຍສະເພາະລາຍການ “Let’s Party” ໃຫ້ແຟນໆໄປຕິດຕາມໄດ້ທີ່ແອັບພລິເຄຊັນ “iQIYI” ທີ່ໃຫ້ບໍລິການເບິ່ງຟຣີນໍາອີກດ້ວຍ.

ສາມາດຟັງເພງ SphinX ໄດ້ທີ່: https://www.youtube.com/watch?v=ShYNgvy8iQA

ຮຽບຮຽງຂໍ້ມູນບາງສ່ວນໂດຍ: NewShowBiz / baike.baidu.com

ຂຽນໂດຍ: Duck_Jipjip