Lisa ຮ່ວມສະແດງຊີຣີ້ The White Lotus 3 ຂອງ HBO


ຂ່າວດີຂອງແຟນໆສາວ Lisa ເມື່ອທາງ HBO ໄດ້ອອກມາປະກາດວ່າ Lisa ຈະຮ່ວມສະແດງຊີຣີ້ເລື່ອງ The White Lotus ຊີຣີ້ແນວດຣາມ່າຄອມເມດີ້ ແລະ ຍັງຖືວ່າເປັນຜົນງານການສະແດງຊີຣີ້ແບບເຕັມຕົວຄັ້ງທຳອິດ ພາຍໃຕ້ຕົ້ນສັງກັດທີ່ໄດ້ກໍ່ຕັ້ງຂຶ້ນເອງຢ່າງ LLOUD.

ໂດຍຊີຣີ້ເລື່ອງນີ້ຖືວ່າເປັນຊີຣີ້ທີ່ປະສົບຄວາມສຳເລັດຢ່າງຫຼວງຫຼາຍ ທັງໃນຝັ່ງນັກວິຈານ ແລະ ກາຣັນຕີດ້ວຍຮາງວັນຕ່າງໆທັງ Primetime Emmy, Golden Globes, Critics’ Choice Television ແລະ SAG Awards ອາດເວົ້າໄດ້ວ່າເປັນອີກຄັ້ງທີ່ສາວ Lisa ຈະກັບມາໃນສາຍການສະແດງອີກຄັ້ງ ຫຼັງຈາການຝາກຜົນງານໄວ້ຕັ້ງແຕ່ກ່ອນເດບິວ.

ຂອບໃຈຂໍ້ມູນຈາກ:

Thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/