Huawei ປະກາດສ້າງ “ສະຖານີສາກໄຟ EV ທີ່ໄວທີ່ສຸດໃນໂລກ” ໂດຍສາກໄຟພຽງ 8 ນາທີກໍສາມາດໄປໄດ້ໄກເຖິງ 600 ກິໂລແມັດ!


Huawei Technologies ວາງແຜນທີ່ຈະຕິດຕັ້ງສະຖານີສາກໄຟຄວາມໄວສູງສຳລັບລົດ EV ຈຳນວນ 100,000 ແຫ່ງ ໃນປະເທດຈີນພາຍໃນປີນີ້, ລວມທັງຮຸ່ນທີ່ມີຄວາມໄວສູງຫຼາຍກວ່າສະຖານີ Supercharger ຂອງ Tesla ເຖິງ 2 ເທົ່າ ເຊິ່ງຈະຊ່ວຍສົ່ງເສີມໂຄງສ້າງພື້ນຖານດ້ານພະລັງງານໃຫ້ກັບລົດທີ່ສາກໄຟຄວາມໄວສູງຈາກຜູ້ຜະລິດລົດຈີນ.

ໂດຍໃນປ້າຍໂຄສະນາຂອງສະຖານີສາກໄຟແຫ່ງໜຶ່ງຢູ່ໃນບ່ອນຈອດລົດຂອງສູນການຄ້າໃນເມືອງ Shenzhen ເຊິ່ງເປັນທີ່ຕັ້ງຂອງສໍານັກງານໃຫຍ່ຂອງ Huawei ໄດ້ມີຂໍ້ຄວາມລະບຸໄວ້ວ່າ “ສາມາດ​ເພີ່ມ​ໄລຍະ​ທາງ​ໄດ້ 1 ກິ​ໂລ​ແມັດ​ທຸກໆ​ວິນາທີ ດ້ວຍກຳລັງໄຟຟ້າ 600 ກິໂລວັດ”

ສະຖານີສາກໄຟຄວາມໄວສູງພິເສດນີ້ພັດທະນາໂດຍ Huawei Digital Power ເຊິ່ງເຄີຍຜະລິດຊິ້ນສ່ວນຂອງສະຖານີສາກໄຟ. ແຕ່ໃນປັດຈຸບັນກໍາລັງຂະຫຍາຍເພື່ອສ້າງສະຖານີສາກໄຟແບບຄົບວົງຈອນ.

ບໍລິສັດ Huawei ວາງແຜນທີ່ຈະຂາຍສະຖານີສາກໄຟໃຫ້ກັບຜູ້ປະກອບການສະຖານີສາກໄຟ ໂດຍມີເປົ້າໝາຍທີ່ຕິດຕັ້ງທັງໝົດ 100,000 ແຫ່ງ, ລວມທັງສະຖານີສາກໄຟ 250 ກິໂລວັດ ໃນສະຖານທີ່ຕ່າງໆເຊັ່ນ: ສູນການຄ້າ ແລະບ່ອນຈອດລົດທາງຫຼວງໃນທ້າຍປີ 2024.

ຈາກການສົມມຸດຖານຂອງ Huawei ສໍາລັບ 1 ກິ​ໂລ​ແມັດ​ຕໍ່​ວິ​ນາ​ທີ ຕໍ່ກັບລົດ​ໄຟ​ຟ້າ​ທີ່​ມີ​ແບັດ​ເຕີ​ຣີ 80 ກິ​ໂລ​ວັດ​ຊົ່ວ​ໂມງ​ ແລະ ແລ່ນໄດ້ໄກເຖິງ​ 600 ກິ​ໂລ​ແມັດ. ການ​ສາກ​ໄຟ​ຈົນເຕັມ​ຈະ​ສຳ​ເລັດ​ພາຍໃນ​ເວ​ລາ​ປະ​ມານ 8 ນາ​ທີເທົ່ານັ້ນ! ໂດຍການ​ສາກ​ໄຟ​ແທ້​ອາດ​ແຕກ​ຕ່າງ​ກັນ​ຂຶ້ນ​ຢູ່​ກັບ​ອຸນ​ຫະ​ພູມ ແລະ ແບັດເຕີຣີທີ່​ຍັງ​ເຫຼືອຢູ່.

ທັງນີ້ກຳລັງໄຟຟ້າ 600 ກິໂລວັດຂອງເຄື່ອງສາກນີ້ແມ່ນຖືວ່າສູງທີ່ສຸດໃນໂລກ. ເມື່ອທຽບກັບເຄື່ອງສາກ Supercharger ຂອງ Tesla ທີ່ມີກໍາລັງໄຟຟ້າສູງສຸດ 250 ກິໂລວັດໃນປະເທດຈີນ ເຊິ່ງໃຊ້ເວລາປະມານ 19 ນາທີເພື່ອສາກເຕັມ.

ນອກຈາກນີ້, Huawei ຍັງໄດ້ລະບຸວ່າສະຖານີສາກໄຟຂອງຕົນສາມາດໃຊ້ງານໄດ້ກັບລົດ EV ທຸກຮຸ່ນ ລວມທັງລົດ Tesla ອີກດ້ວຍ. ການເພີ່ມກໍາລັງໄຟຟ້າຂອງສະຖານີສາກໄຟອາດສົ່ງຜົນໃຫ້ເກີດຄວາມຮ້ອນຫຼາຍຂຶ້ນ. Huawei ໄດ້ແກ້ໄຂບັນຫານີ້ດ້ວຍລະບົບລະບາຍຄວາມຮ້ອນແບບອາຍເຢັນ ເຊິ່ງແຕກຕ່າງຈາກສະຖານີສາກໄຟສ່ວນໃຫຍ່ທີ່ໃຊ້ພັດລົມລະບາຍຄວາມຮ້ອນ. ຖ້າເຄື່ອງສາກດັ່ງກ່າວເປັນທີ່ນິຍົມ ມັນ​ອາດ​ຈະ​ເປັນ​ການ​ຊຸກ​ຍູ້​ໃຫ້​ບໍ​ລິ​ສັດ​ຈີນ​ທີ່​ຜະ​ລິດ​ລົດ​ໄຟ​ຟ້າ​ທີ່​ຮອງຮັບ​ການ​ສາກ​ໄວ​. ໂດຍໃນ​ເບື້ອງ​ຕົ້ນ Huawei ຈະ​ສຸມ​ໃສ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ ​ແຕ່​ຍັງ​ບໍ່​ທັນ​ຕັດສິນ​ໃຈ​ຂະຫຍາຍ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ.

ທີ່ມາ:

asia.nikkei

ngthai

BatteryBulletin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/