LAODI ເຫຼົ້າ Rhum ລາວ ທີ່ໝຸນໃຊ້ທ່າແຮງເລື່ອງກະສິກຳ ຈົນກາຍເປັນສິນຄ້າສົ່ງອອກ ໄປກວ່າ 5 ປະເທດ


ການກະສິກຳ ຖືເປັນໂຄງລ່າງພື້ນຖານສຳຄັນໃນລະບົບເສດຖະກິດຂອງຫຼາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາທີ່ມີທ່າແຮງ ແລະ ເປັນອີກ 1 ບູລິມະສິດທີ່ລັດບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳ ແປຮູບເຮັດເປັນສິນຄ້າເພື່ອສົ່ງອອກ. ມື້ນີ້ Lao Xperts ໃນ ຄໍລຳ Product Story ຈະພາມາຮູ້ຈັກກັບ LAODI ເຫຼົ້າ Rhum ລາວ ທີ່ໝຸນໃຊ້ທ່າແຮງເລື່ອງກະສິກຳ ຈົນກາຍເປັນສິນຄ້າສົ່ງອອກ ໄປກວ່າ 5 ປະເທດ.

​ LAODI ຖືກກໍ່ຕັ້ງໂດຍ ທ່ານ ສີຫັດຖະ ຣາຊະພົນ ໃນປີ 2006. ໂດຍທ່ານ ສີຫັດຖະ ໄດ້ໃຫ້ສຳພາດກັບທີມງານ Lao Xperts ວ່າ: “ເຫຼົ້າລາວດີຂອງພວກເຮົາແມ່ນເກີດມາຈາກທີ່ວ່າ ຫຼັງຈາກທີ່ຂ້າພະເຈົ້າຮຽນຈົບມາຈາກປະເທດຍີ່ປຸ່ນກັບມາແລ້ວ ຍັງໜຸ່ມຕອນນັ້ນກໍໄດ້ 25 ປີ ກັບມາແລ້ວກໍມາເບິ່ງທ່າແຮງລາວ ແລະ ກໍມາເຫັນຫຼາຍໆຢ່າງຢູ່ລາວວ່າ ຍັງບໍ່ທັນມີສິນຄ້າອັນໃດອັນໜຶ່ງທີ່ສາມາດສົ່ງອອກໄປໄດ້. ຈົນໄດ້ມາເຫັນວ່າລາວນີ້ຍັງຂາດທັງດ້ານກະສິກຳ ໂດຍການກະສິກຳທີ່ແຂງແຮງອີກຢ່າງໜຶ່ງກໍຄືອ້ອຍ.

ອ້ອຍ ເກີດຢູ່ ສປປ ລາວເຮົາຕັ້ງແຕ່ດຶກດໍາບັນ ຕັ້ງແຕ່ເກີດມາກໍຮູ້ວ່າ ລາວມີອ້ອຍໃດ ອ້ອຍທີ່ວ່າດີອີກພ້ອມ ແຕ່ໜ້າເສຍດາຍທີ່ວ່າ ອ້ອຍດັ່ງກ່າວແມ່ນບໍ່ສາມາດນຳມາຜະລິດສິນຄ້າທີ່ມີຄຸນຄ່າສູງໄດ້ ຜ່ານມາກໍມີຫຼາຍໂຮງງານນັກທຸລະກິດທີ່ເຮັດນໍ້າຕາມຢູ່ເນາະ ແຕ່ກໍບໍ່ສຳເລັດເນາະ ເພາະວ່າເຮົາບໍ່ສາມາດແຂ່ງກັນກັບປະເທດໄທ ແລະ ປະເທດຫວຽດນາມອ້ອມຂ້າງເຮົາໄດ້ ເພາະວ່າລາວເຮົາບໍ່ມີທະເລ ບໍ່ມີທາງອອກສູ່ທະເລໄດ້. ກໍເລີຍເຮັດໃຫ້ນໍ້າຕານເຮົາບໍ່ສູ້ເຂົາໄດ້ເນາະ ຂ້າພະເຈົ້າຈຶ່ງມາເຫັນວ່າ ອ້ອຍນີ້ ມັນສາມາດມາເຮັດເຫຼົ້າໄດ້  ຈຶ່ງໄດ້ໄປສຶກສາເບິ່ງເນາະ ການເອົາອ້ອຍມາເຮັດເຫຼົ້າເຂົາເອີ້ນເຫຼົ້າ Rhum ໄດ້ຊອກນັກລົງທຶນເນາະມາຮ່ວມກັນ ກໍຄືນັກລົງທຶນຍີ່ປຸ່ນມາເຮັດນໍາກັນ ຈົນເກີດມາເປັນ LAODI ແບບທຸກມື້ນີ້”

ທ່ານ ສີຫັດຖະ ໄດ້ເລົ່າເຖິງຄວາມຫຍຸ້ງຍາກໃນການຜະລິດເຫຼົ້າໃນໄລຍະທຳອິດວ່າ: “5 ປີທຳອິດທີ່ເຮົາເລີ່ມເຮັດເຫຼົ້າ LAODI ບໍ່ເປັນຕາກິນເລີຍໃດ ເຂົາເຈົ້າວ່າມັນແຮງໂພດ ເຂົາເຈົ້າວ່າມັນຄື Vodka (ວອດກ້າ) ກິນເຂົ້າແລ້ວມັນບໍ່ຄ່ອງເຂົ້າໄປເນາະ ສຳລັບບາງຄົນມັນຢາກແຮງໂພດ ຣົດຊາດບໍ່ກົມກ່ອມ. ມາຮອດນີ້ແລ້ວຈາກ 10 ປີຕໍ່ມາເຮົາໄດ້ປັບປຸງໃດ ໄດ້ນໍາໃຊ້ເຊື້ອເຫຼົ້າມາຈາກຫຼາຍໆປະເທດ ທົດລອງແລ້ວທົດລອງອີກ ແລະ ຈຶ່ງເຮັດໃຫ້ເຫຼົ້າເຮົານີ້ນຸ້ມ ສາມາດກິນງ່າຍໄດ້ ບໍ່ວ່າຜູ້ຊາຍກໍກິນໄດ້ ຜູ້ຍິງກໍກິນດີ ເຮັດໃຫ້ດຽວນີ້ທຸກຄົນນິຍົມຫຼາຍ ເຫຼົ້າເຮົາຖືວ່າດື່ມງ່າຍ ບໍ່ແມ່ນມີແຕ່ຄົນລາວເນາະ ຄົນຕ່າງປະເທດໂດຍສະເພາະແມ່ນ ບັນດາສະຖານທູດຕ່າງໆ ແລະ ເຮົາກໍສົ່ງອອກໄປຫຼາຍປະເທດ ໄດ້ 5 ກວ່າປະເທດ ແລະ ກໍຍັງຊິສືບຕໍ່ເລື້ອຍໆໄປ”

ເຈົ້າຂອງໂຮງງານເຫຼົ້າ LAODI ໄດ້ໃຫ້ຮູ້ເຖິງ ການດຳເນີນທຸລະກິດ ແລະ ໂອກາດໃນການເຮັດທຸລະກິດ ໂດຍສະເພາະແມ່ນຂະແໜງການ ກະສິກຳ ໃນສປປ ລາວ, ໂດຍ ທ່ານ ສີຫັດຖະ ກ່າວວວ່າ:  “ເວົ້າສະເພາະເລື່ອງປະເພດເຫຼົ້າ ທີ່ຂ້າພະເຈົ້າເຮັດ ກໍບໍ່ມີບັນຫາຫຍັງ ທາງພາກລັດເພິ່ນກຳລັງສົ່ງເສີມທຸກສິ່ງທຸກຢ່າງ ຄັນສາມາດສົ່ງອອກໄປໄດ້ ເພິ່ນກໍສົ່ງເສີມທຸກຢ່າງ ໂດຍສະເພາະກໍແມ່ນວ່າເຮົາສາມາດສ້າງຜະລິດຕະພັນນີ້ຂຶ້ນມາໄດ້ກໍຍ້ອນນະໂຍບາຍຂອງພາກລັດຫັ້ນແຫຼະ ເພິ່ນໄດ້ອຳນວຍສະດວກໃຫ້ເຮົາທຸກສິ່ງທຸກຢ່າງເນາະ ເພາະວ່າການປູກອ້ອຍດິນທາງຫຼັງນີ້ກໍດິນຂອງລັດເດະ ປະມານ 20”

“ເລື່ອງໂອກາດທຸລະກິດນີ້ແມ່ນມັນມີອະສົງໄຂ ມັນມີຄວາມຫຼາກຫຼາຍເຮັດຫຍັງກໍໄດ້ ຄັນເຮົາມີຄວາມຕັ້ງໃຈ ໜຶ່ງມານີ້ຕາເຖິງບໍ່ ແລະ ກໍໃຈເຖິງບໍ່ ແລະ ກໍມືເຖິງບໍ່ ມັນຕ້ອງ 3 ເຖິງເນາະເຂົາເອີ້ນ ຕ້ອງເຮັດໃຫ້ໄດ້ເນາະ ເງິນນີ້ມັນມາຕາມຫຼັງເນາະ ຂ້າພະເຈົ້າວ່າຄືຕົວຢ່າງເຫຼົ້າລາວນີ້ຂ້າພະເຈົ້າມີເວລາ ມີແຮງກໍຢາກສົ່ງເສີມຕື່ມອີກເດະ ປັດຈຸບັນກໍສົ່ງເສີມບ້ານສ້າງໃຫ້ ແຂວງຫຼວງພຣະບາງ ຕອນນີ້ເຮົາກໍໄດ້ຮ່ວມມືກັບມະຫາວິທະຍາໄລສຸພານຸວົງເນາະໄດ້ຄົ້ນຄວ້າ ແລະ ພັດທະນາເລື່ອງເຊື້ອເຫຼົ້າ ເພື່ອໄປປັງປຸງເຫຼົ້າຢູ່ບ້ານສ້າງໄຫ ແຂວງຫຼວງພະບາງ ໃຫ້ສາມາດດື່ມໄດ້ງ່າຍຂຶ້ນຕື່ມອີກເນາະ ແລະ ກໍເລື່ອງຫຸ້ມຫໍ່ ສຳຄັນກໍແມ່ນເລື່ອງ ການຫຸ້ມຫໍ່, ເລື່ອງຣົດຊາດ, ເລື່ອງວິທີຂາຍເນາະ ຖ້າວ່າໂຕນີ້ຜ່ານກໍແມ່ນສາມາດສົ່ງອອກນອກປະເທດໄດ້”

ປັດຈຸບັນ ເຫຼົ້າ LAODI ມີຂາຍທັງພາຍໃນ ປະເທດ ແລະ ສົ່ງອອກປີ ລະ 10,000 – 15,000 ແກ້ວໄປຂາຍຢູ່ຫຼາຍກວ່າ 5 ປະເທດບໍ່ວ່າຈະເປັນ ຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງພິເສດ ໄຕ້ຫວັນ ແລະ ອື່ນໆ ໂດຍປະເທດທີ່ໄດ້ຮັບກະແສຕອບຮັບດີທີ່ສຸດແມ່ນ ຕະຫຼາດຍີ່ປຸ່ນ ແລະ ໄຕ້ຫວັນ.

ສ່ວນຕະຫຼາດພາຍໃນ ເຫຼົ້່າ LAODI ແມ່ນມີຂາຍຕາມຮ້ານຄ້າຊັ້ນນຳທົ່ວໄປ ບໍ່ວ່າຈະເປັນ ຮ້ານ LAODI Bar; ໂຮງງານເຫຼົ້າລາວດີ ຫຼັກ 47 ບ້ານນາຊອນ ເມືອງ ປາກງື່ມ; ຮ້ານ Cloud9 ດົງປ່າລານ; ຮ້ານ D-Mart; ຮ້ານ K-Mart; ຮ້ານ ພອນສິລິ; ຮ້ານ The First Shop; ຮ້ານປອດພາສີ ສະໜາມບິນວັດໄຕ; ຮ້ານຊັບພະສິນຄ້າມິດຕະພາບ ປາກເຊ ແລະ ອື່ນໆ.

ສາມາດຕິດຕາມການສຳພາດເຕັມໄດ້ທີ່: https://www.facebook.com/laoxperts/videos/707374551593944

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/