“The Long Walk ບໍ່ມີວັນຈາກ” ໜັງລາວຄຸນະພາບດີທີ່ທຸກຄົນຕ້ອງປະຫຼາດໃຈ!


ໜັງ “The Long Walk” ຫຼື “ບໍ່ມີວັນຈາກ” ຄືໜັງທີ່ຫຼາຍຄົນອາດຈະບໍ່ຄິດວ່ານີ້ຄືໜັງລາວຫວາ ແລະ ຫຼາຍຄົນກໍອາດຈະບໍ່ຄິດວ່າໜັງເລື່ອງນີ້ແມ່ນຜົນງານຂອງຜູ້ກໍາກັບຍິງລາວນັ້ນກໍຄືສາວ “Mattie Do” ນັ້ນເອງ.

Mattie Do ຜູ້ກໍາກັບຍິງລາວ

 “Mattie Do” ຜູ້ກໍາກັບຄົນລາວທີ່ເຄີຍຝາກຜົນງານໜັງເລື່ອງ “ນ້ອງຮັກ” ໃຫ້ມີຊື່ສຽງໂດ່ງດັງໃນລະດັບສາກົນມາກ່ອນໜ້ານີ້ ໄດ້ກັບມາພ້ອມກັບຜົນງານໃໝ່ທີ່ໜ້າຕິດຕາມເຊັ່ນດຽວກັນ ນັ້ນກໍຄືເລື່ອງ “The Long Walk ບໍ່ມີວັນຈາກ”. ໜັງເລື່ອງນີ້ໄດ້ຮັບຄວາມສົນໃຈຈາກແຟນໆໜັງລາວຫຼາຍຄົນ, ເພາະວ່າເປັນໜັງລາວທີ່ເປັນແນວ SCI-FI  ແລະ ຍັງໄດ້ນໍາສະເໜີເລື່ອງຄວາມເຊື່ອງົມງວາຍທີ່ເກີດຂຶ້ນໃນລາວໄປຄຽງຄູ່ກັນໄດ້ເປັນຢ່າງດີອີກ.

 ເລື່ອງຫຍໍ້ຂອງໜັງເລື່ອງນີ້ ແມ່ນເລີ່ມຕົ້ນມາຈາກຊາຍຄົນໜຶ່ງ, ເຊິ່ງລາວຜູ້ນີ້ ຕ້ອງການເພິ່ງພາວິນຍານໃນການຍ້ອນເວລາກັບໄປໃນອະດີດ ເພື່ອຈະໄປຫາແມ່ຂອງລາວ ໃນຕອນທີ່ແມ່ຍັງມີລົມຫາຍໃຈຢູ່. ຈະເຫັນໄດ້ວ່າ Plot ໜັງເລື່ອງນີ້ຖືໄດ້ວ່າແປກໃໝ່ ແລະ ໜ້າສົນໃຈຫຼາຍສໍາລັບວົງການໜັງລາວ.

 Mattie Do ໄດ້ພາໜັງເລື່ອງນີ້ໄປເປີດໂຕຢູ່ທີ່ ມາເກົ໊າ ໃນງານ 4th International Film Festival & Award ໃນທ້າຍປີ 2019 ເພື່ອນໍາເອົາຮີດຄອງປະເພນີຂອງລາວອອກສູ່ສາຍຕານານາຊາດມາແລ້ວ ຖືໄດ້ວ່າສຸດຍອດອິຫຼີສໍາລັບໜັງລາວເລື່ອງນີ້.

ພາບຕົວຢ່າງໜັງ The Long Walk

ທຸກຄົນສາມາດຮັບຊົມຕົວຢ່າງໜັງ The Long Walk ໄດ້ທີ່ : https://www.youtube.com/watch?v=yu79D0gmFP8

ຂຽນ ແລະ ຮວບຮວມໂດຍ: Duck_Jipjip