ຕັດສິນໃຈລາອອກຈາກວຽກ! ປ່ຽນມາເຮັດອາຊີບກະສິກຳປູກຝັງ-ລ້ຽງສັດ ທີ່ຕົນເອງມັກ ແລະ ຮັກ


ອາຊີບກະສິກຳ ເປັນອາຊີບທີ່ຄົນລາວເຮົາເຮັດມາແຕ່ດົນນານ ແລະ ຂະຫຍາຍເປັນວົງກວ້າງຂຶ້ນນັບມື້ ສ່ວນຫຼາຍແລ້ວຈະເປັນກະສິກຳພາຍໃນຄອບຄົວ ຫຼື ກະສິກຳທີ່ສ້າງຂຶ້ນດ້ວຍທຶນຂອງຕົນເອງເປັນສ່ວນຫຼາຍ.

ນາງ ພອນທິບ ສອນນຸວົງ ຫຼື ນ້ອຍ ເປັນອີກໄວໜຸ່ມຄົນໜຶ່ງທີ່ປະກອບອາຊີບ ກະສິກຳປູກຝັງ-ລ້ຽງສັດ ເຊິ່ງສວນກໍໄດ້ຕັ້ງຢູ່ ບ້ານສະໜາມໄຊ; ເມືອງອຸທຸມພອນ; ແຂວງສະຫວັນນະເຂດ. ເມື່ອກ່ອນເຄີຍເປັນພະນັກງານເອກະຊົນແຫ່ງໜຶ່ງ ມີໜ້າທີ່ເປັນແອດມິນ, ເປັນທັງບັນຊີ ແລະ ຮັບຜິດຊອບວຽກງານບໍລິຫານ ຖືວ່າເປັນຜູ້ຍິງຄົນໜຶ່ງທີ່ມີຄວາມສາມາດຫຼາຍດ້ານ.

ປັດຈຸບັນແມ່ນບໍ່ໄດ້ສັງກັດຢູ່ໃນບໍລິສັດດັ່ງກ່າວແລ້ວ, ເພາະໄດ້ສຸມໃສ່ວຽກງານກະສິກຳເປັນຫຼັກ ແລະ ປະກອບອາຊີບນີ້ຢ່າງຕັ້ງໃຈ. ທາງສາວນ້ອຍ ໄດ້ໃຫ້ສຳພາດກັບທີມງານ Lao X ເຮົາວ່າ:

  • ອາຊີບກະສິກຳ ແມ່ນເຮັດໄດ້ມາດົນແລ້ວ ເຊິ່ງເມື່ອກ່ອນເປັນພໍ່ກັບແມ່ທີ່ເຮັດ ຈຶ່ງຄ່ອຍໆຊຶມຊັບໃຫ້ຕົນເອງຢູ່ເລື້ອຍໆ. ໄດ້ເລີ່ມສຶກສາຢ່າງລະອຽດຕະຫຼອດໃນເວລາ 4-5 ປີ ຜ່ານມາ ແລ້ວກໍຕັດສິນໃຈລົງມືເຮັດຢ່າງຈິງຈັງ ແລະ ໄດ້ລາອອກຈາກບໍລິສັດ ມາໃສ່ໃຈເບິ່ງແຍງວຽກກະສິກຳຄອບຄົວຢ່າງເຕັມທີ່.
  • ຄວາມສົນໃຈທີ່ມີຕໍ່ວຽກງານງານກະສິກຳ ແມ່ນໄດ້ແຮງບັນດານໃຈ ແລະ ມີຄວາມສົນໃຈກໍເພາະພໍ່-ແມ່ ເຊິ່ງໄດ້ເຫັນພວກເພິ່ນເຮັດວຽກໃນແຕ່ລະມື້ຢ່າງມີຄວາມສຸກ ແລະ ກໍບໍ່ໄດ້ໄປແຂ່ງຂັນກັບໃຜ ພ້ອມກັບບໍ່ຕ້ອງແລ່ນກັບເວລາຫຼາຍຈົນເກີນໄປ; ເມື່ອຍກໍພັກ ຄ່ອຍເຮັດຄ່ອຍຍ່າງ ແຕ່ໄປໄດ້ເລື້ອຍໆ ແລະ ອາຊີບນີ້ກໍຕອບໂຈດໄດ້ດີ ສາມາດລ້ຽງຄອບຄົວແບບພໍຢູ່ພໍກິນ ພ້ອມກັບກຸ້ມຕົນເອງ ທັງໄດ້ແນວກິນແຊບໆຈາກສວນຂອງຕົນ, ສົດ ແລະ ປອດໄພ. ທີ່ສຳຄັນ ສາວນ້ອຍ ກໍມັກອາຊີບນີ້ດ້ວຍໃຈ ວຽກງານຈຶ່ງລົງຕົວ.
  • ສ່ວນລາຍໄດ້ໃນແຕ່ລະເດືອນແມ່ນບໍ່ສາມາດຕອບໄດ້ ເພາະໃນແຕ່ລະເດືອນອາດບໍ່ເທົ່າກັນ ບາງເດືອນກໍໄດ້ຂາຍປາ ຫຼື ງົວ ແຕ່ກໍສາມາດເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນ ກຸ້ມຢູ່ກຸ້ມກິນ.
  • ນອກຈາກຈະປູກຝັງລ້ຽງສັດແລ້ວ ຍັງໄດ້ມີຮ້ານອາຫານ ທີ່ຂາຍປະເພດອາຫານພື້ນບ້ານ ໂດຍມີເພຈຊື່ວ່າ: ແຊບກະດໍ້ ນອກຈາກນີ້ ກໍໄດ້ເປັນບັອກເກີ້ເພຈທ່ອງທ່ຽວໂດຍມີຊື່ເພຈວ່າ: Wanderlust Laos ເຊິ່ງເປັນເພຈທີ່ນຳສະເໜີສະຖານທີ່ຕ່າງໆ ທີ່ໄດ້ໄປສຳຜັດມາໂດຍກົງ ແລ້ວມານຳສະເໜີໃຫ້ຜູ້ຄົນໄດ້ຮັບຮູ້.

ເວົ້າເລີຍວ່າ ຍິງຄົນນີ້ມີຄວາມສາມາດຫຼາກຫຼາຍ ແລະ ມີຄວາມດຸໝັ່ນອົດທົນເປັນທີ່ສຸດ ພ້ອມກັບເປັນແບບຢ່າງໃຫ້ໃຜຫຼາຍໆຄົນອີກພ້ອມ.

ຂໍຂອບໃຈສຳລັບບົດສຳພາດຈາກ: ນາງ ພອນທິບ ສອນນຸວົງ ຫຼື ນ້ອຍ

ເພຈ ສວນສອນນຸວົງ: https://bit.ly/3wQFO7k

ແຜນທີ່ສວນສອນນຸວົງ: https://bit.ly/3wPq30o

ເພຈ ແຊບກະດໍ້: https://bit.ly/3rm3cYW

ເພຈ Wanderlust Laos: https://bit.ly/3wPqfg8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/