ເປີດຕົວ Steam Deck – ເຄື່ອງຫຼິ້ນເກມ PC ແບບພົກພາ ເລີ່ມຕົ້ນໃນລາຄາ 400 ໂດລາ


Valve ເປີດຕົວ “Steam Deck” Game Console ໃໝ່ຫຼ້າສຸດ ໂດຍໃຊ້ລະບົບ SteamOS ສາມາດເອີ້ນໄດ້ວ່າເປັນ PC ແບບພົກພາທີ່ສາມາດຫຼິ້ນເກມຕ່າງໆໃນຮ້ານຄ້າ Steam ໄດ້ທັງຫມົດ, ມີຂະໜາດຫນ້າຈໍເກມມາໃຫ້ເຖິງ 7 ນິ້ວ, ຄວາມລະອຽດ 1280 x 800 ພິກເຊວ, ມີລະບົບ Touchscreen ພ້ອມທັ້ງ Trackpad.

ລາຍລະອຽດກ່ຽວກັບ Steam Deck:

  • APU ແບບ Custom ຈາກ AMD.
  • ປັບໃຫ້ເໝາະສົມສຳລັບການຫຼິ້ນເກມແບບພົກພາ.
  • Joy Stick ຄວບຄຸມໄດ້ເຕັມຮູບແບບ.
  • ຮອງຮັບ microSD ສຳລັບຂະຫຍາຍພື້ນທີ່ຈັດເກັບຂໍ້ມູນ.

ສະເປັກຂອງ Steam Deck ມີດັ່ງນີ້:

  • CPU: AMD Zen 2 4c/8t, 2.4-3.5GHz (up to 448 GFlops FP32)
  • GPU: 8 RDNA 2 CUs, 1.0-1.6GHz (up to 1.6 TFlops FP32)
  • RAM: 16 GB DDR5
  • ຄວາມບັນຈຸ:
    – 64 GB eMMC (PCIe Gen 2 x1)
    – 256 GB NVMe SSD (PCIe Gen 3 x4)
    – 512 GB high-speed NVMe SSD (PCIe Gen 3 x4)
  • ການເຊື່ອມຕໍ່: Dual-band Wi-Fi radio, 2.4GHz / 5GHz, 2 x 2 MIMO, IEEE 802.11a/b/g/n/ac, BT 5.0, ພອດ USB-C
  • ໜ້າຈໍ: 7″ diagonal, 1280×800 (16:10), 60Hz LCD touchscreen
  • ລະບົບສຽງ: ລຳໂພງຄູ່, ມີຮູຫູຟັງ 3.5ມມ
  • ແບັດເຕີຣີ່: 40Whr, ຮອງຮັບລະບົບສາກ 45W PD3.0
  • ຂະໜາດ: 298ມມ x 117ມມ x 49ມມ
  • ນ້ຳໜັກ: 669 ກຣາມ

ທີ່ມາ:

https://bit.ly/3hQWjvX

https://bit.ly/2UVm5FZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/