ເຮັດເຕັມທີ່ແລ້ວ! ສຸກພະໄຊ ນັກກິລາຢູໂດ 1 ດຽວຈາກ ສປປ ລາວ ຕົກຮອບທຳອິດ


ຕະຫຼອດໄລຍະທີ່ຜ່ານມາ ສຸກພະໄຊ ສິດທິສານ ນັກກິລາຢູໂດ ໄດ້ສຸມໃສ່ໃນການເຝິກຊ້ອມຢ່າງໜັກໜ່ວງ ແລະ ເຕັມທີ່ສະເໝີມາ.

ໃນການແຂ່ງຂັນຢູໂດ Tokyo Olympics ລົງແຂ່ງຂັນຮອບທຳອິດກັບ Eric Takabatake ນັກກິລາຢູໂດ ປະເທດເບຣຊິນ ອັນດັບທີ 14 ຂອງໂລກ, ເຊິ່ງສຸກພະໄຊໄດ້ເສຍຄະແນນໃຫ້ແກ່ Eric ດ້ວຍທ່າ Tani-otoshi ແລະທ່າ Ko-soto-gari.

ລວມເສຍຄະແນນ Waza ari 2 ຄັ້ງ ເທົ່າກັບເປັນ 1 IPPON ໃນນາທີສຸດທ້າຍ ຕົກຮອບຢ່າງໜ້າເສຍດາຍ.

ຕະຫຼອດໄລຍະທີ່ຜ່ານມາ ສຸກພະໄຊ ດຸໝັ່ນເຝິກຝົນ ຈົນສາມາດຍາດເອົາໂຄຕ້າໄດ້ ແລະ ໜ້າພູມໃຈທີ່ເປັນຊາຍຄົນດຽວທີ່ເປັນຕົວແທນໃຫ້ແກ່ປະເທດ ເຊິ່ງເປົ້າໝາຍ Olympic ເປັນສິ່ງເອົາມາຍາກຫຼາຍ, ແນວໃດກໍເປັນກຳລັງໃຈໃຫ້ນັກກິລາລາວເຮົາ ເຖິງຈະບໍ່ໄດ້ຫຼຽນໃນຄັ້ງນີ້ ຄັ້ງໜ້າອາດຈະປະສົບຜົນສຳເລັດກໍເປັນໄດ້.

ຂອບໃຈຂໍ້ມູນຈາກ: https://bit.ly/3kY8j0y

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/