ຫຼຽນຮາງວັນງານ Tokyo Olympics 2020 ທັງໝົດ 5,000 ຫຼຽນ ແມ່ນຣີໄຊເຄິນມາຈາກໂລຫະໃນໂທລະສັບເກົ່າທີ່ປະຊາຊົນທົ່ວປະເທດສົ່ງມາໃຫ້ 6.2 ລ້ານເຄື່ອງ!!!


ຫຼຽນຮາງວັນຂອງ Tokyo Olympics 2020 ໃນປີນີ້ແມ່ນມີຄວາມພິເສດແຕກຕ່າງຈາກທີ່ຜ່ານມາ ນັ້ນແມ່ນການເອົາຂີ້ເຫຍື້ອອີເລັກໂທຣນິກທີ່ເປັນໂທລະສັບມາຣີໄຊເຄິນ, ເຊິ່ງໂທລະສັບທັງໝົດມີເຖິງ 6.2 ລ້ານເຄື່ອງ ສົ່ງມາຈາກປະຊາຊົນທົ່ວປະເທດ.

ໄດ້ມີການເປີດເຜີຍວ່າ ພາກສ່ວນທີ່ກ່ຽວຂ້ອງໄດ້ດຳເນີນການຮວບຮວມວັດສະດຸເຫຼົ່ານີ້ມາຕັ້ງແຕ່ປີ 2017 ຈົນເຖິງເດືອນມີນາ 2021 ທີ່ຜ່ານມາ ປະລິມານຂັ້ນຕ່ຳຕ້ອງໃຫ້ພຽງພໍສຳລັບວັດສະດຸຕ່າງໆທີ່ຈະນຳມາເຮັດຫຼຽນທັງໝົດ ນັ້ນແມ່ນ: ຄຳ 32 ກິໂລ, ເງິນ 3,500 ກິໂລ ແລະ ທອງແດງ 2,200 ກິໂລ. ຫຼຽນແຕ່ລະຫຼຽນມີນ້ຳໜັກດັ່ງນີ້: ຫຼຽນຄຳ 556 ກຼາມ, ຫຼຽນເງິນ 550 ກຼາມ ແລະ ທອງແດງມີນ້ຳໜັກ 450 ກຼາມ.

ການດຳເນີນການຄັ້ງນີ້ ແມ່ນມີເຈົ້າໜ້າທີ່ຂອງສຳນັກງານບໍລິຫານມະຫານະຄອນໂຕກຽວ, ກະຊວງສິ່ງແວດລ້ອມ ແລະ ບໍລິສັດຕ່າງໆໃຫ້ຄວາມຮ່ວມມືຊ່ວຍກັນ, ອຸປະກອນອີເລັກໂທຣນິກທີ່ໄດ້ຮັບບໍລິຈາກຫຼາຍເຖິງ 79,000 ໂຕນ ຖືກສົ່ງໄປໃຫ້ລັດຖະບານໃນແຕ່ລະທ້ອງຖິ່ນທົ່ວປະເທດ ຫຼັງຈາກນັ້ນຖືກສົ່ງໄປແຍກສ່ວນທີ່ຈະຣີໄຊເຄິນໄດ້ ທີ່ NTT Docomo ຜູ້ບໍລິການເຄືອຂ່າຍໂທລະສັບທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3y6l0dn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/