ແພດໜຸ່ມທົດລອງບໍ່ອາບນ້ຳມາ 5 ປີ ປາກົດວ່າ ສາມາດໃຊ້ຊີວິດແບບປົກກະຕິໄດ້!


Dr. James Humblin ອາຍຸ 37 ປີ ເປັນອາຈານຄະນະສາທາລະນະສຸກສາດ ມະຫາວິທະຍາໄລເຍລ ປະເທດສະຫະລັດອາເມຣິກາ ໄດ້ເຮັດການທົດລອງບໍ່ອາບນໍ້າເມື່ອ 5 ປີກ່ອນ ໂດຍລາວໄດ້ຂຽນບົດຄວາມໃຫ້ວາລະສານ The Atlantic ເມື່ອປີ 2016 ໂດຍມີຊື່ບົດຄວາມວ່າ “ຂ້ອຍເຊົາອາບນ້ຳ ແລະ ຊີວິດຍັງດຳເນີນຕໍ່ໄປ”

ດຣ.ເຈມສ ຕັ້ງຄຳຖາມວ່າ “ເຮົາໃຊ້ເວລາລວມ 2 ປີເຕັມໃນຕະຫຼອດຊີວິດ ເພື່ອການອາບນ້ຳ ນັ້ນເຮັດໃຫ້ເຮົາເສຍເວລາໄປເທົ່າໃດ” ຈົນມາຮອດປິ 2020 ດຣ. ເຈມສໄດ້ເລົ່າເຖິງປະສົບການທົດລອງບໍ່ອາບນ້ຳມາ 5 ປີ ແບບລະອຽດໄວ້ໃນປຶ້ມໜັງສືທີ່ຊື່ວ່າ Clean: The New Science of Skin and the Beauty of Doing Less.

ການທົດລອງບໍ່ອາບນ້ຳ 5 ປີ ປາກົດວ່າ ເມື່ອເວລາຜ່ານໄປໄດ້ໄລຍະໜຶ່ງ ຮ່າງກາຍຈະລຶ້ງເຄີຍກັບມັນ ດັ່ງນັ້ນ ມັນຈະບໍ່ສົ່ງກິ່ນເໝັນຫຼາຍເວລາທີ່ເຮົາບໍ່ໄດ້ໃຊ້ຜະລິດຕະພັນລະງັບກິ່ນກາຍ ຫຼື ສະບູ ແລະ ຜິວໜັງຂອງເຮົາກໍຈະບໍ່ມັນ.

ດຣ. ເຈມສ ໄດ້ບອກວ່າເຮົາບໍ່ຄວນຍົກເລີກການລ້າງມືດ້ວຍສະບູ ແລະ ບໍ່ຖູແຂ້ວ ເຖິງຈະບໍ່ໄດ້ອາບນ້ຳ ແຕ່ສອງບ່ອນນີ້ຈຳເປັນຕ້ອງອະນາໄມຢ່າງສະໝ່ຳສະເໝີ.

ດຣ. ເຈມສຍັງບອກອີກວ່າ ຫຼາຍຄົນໃຊ້ຢາສະຜົມເພື່ອລ້າງເອົາຄວາມມັນອອກຈາກເສັ້ນຜົມ ແລ້ວກໍໃຊ້ຄີມນວດເພື່ອຕື່ມນ້ຳມັນສັງເຄາະລົງໄປ ຖ້າຫາກວ່າເຮົາສາມາດທຳລາຍວົງຈອນນີ້ໄດ້ ເສັ້ນຜົມຂອງເຮົາກໍຈະກັບມາສູ່ສະພາບເກົ່າກ່ອນທີ່ເຮົາຈະເລີ່ມໃຊ້ຜະລິດຕະພັນເຫຼົ່ານີ້.

ດຣ. ເຈມສ ບອກວ່າມັນເປັນການທົດລອງທີ່ຄ່ອຍໆເປັນຄ່ອຍໆໄປ ລາວເລີ່ມຕົ້ນຈາກການຄ່ອຍໆລົດປະລິມານການໃຊ້ສະບູ ແລະ ຜະລິດຕະພັນລະງັບກິ່ນກາຍ ລວມເຖິງຄວາມຖີ່ໃນການອາບນ້ຳລົງ ຈາກອາບນ້ຳທຸກມື້ ເປັນສາມມື້ອາບເທື່ອໜຶ່ງ ກ່ອນຈະຄ່ອຍໆລົດລົງ ທຳອິດກໍຮູ້ສຶກອຶດອັດ ແຕ່ຕໍ່ມາຮ່າງກາຍກໍເລີ່ມລຶ້ງເຄີຍ.

ຮອດປັດຈຸບັນ ການທົດລອງແມ່ນຮອດ 5 ປີແລ້ວ ທີ່ ດຣ. ເຈມສບໍ່ອາບນ້ຳ ເຊິ່ງລາວເອງກໍອອກມາຢືນຢັນວ່າຕົນເອງສະບາຍດີ ບໍ່ໄດ້ເຈັບໄດ້ປ່ວຍອັນໃດ.

ຖ້າຫາກວ່າການທົດລອງດັ່ງກ່າວເຮັດໃນປະເທດລາວ ທີ່ເປັນປະເທດທີ່ມີພູມອາກາດຮ້ອນຊຸ່ມ ແທນທີ່ຈະເປັນສະຫະລັດອາເມຣິກາ ທີ່ມີອາກາດເຢັນ ທຸກຄົນຄິດວ່າ ດຣ. ເຈມສຈະອົດທົນໄດ້ຮອດປີຫຼືບໍ່?

ຂອບໃຈຂໍ້ມູນຈາກ:

https://www.theatlantic.com/author/james-hamblin/

https://www.bbc.com/thai/international-55707352

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/