ສຸດອະລັງການ! ພາບບັນຍາກາດໄວໜຸ່ມລາວ ໃນກອງປະຊຸມ One Young World 2021 ກອງປະຊຸມໄວໜຸ່ມທີ່ໃຫຍ່ທີ່ສຸດໃນໂລກ


ເມື່ອອາທິດທີ່ຜ່ານມາ Lao X ໄດ້ສະແດງຄວາມຍິນດີກັບໄວໜຸ່ມລາວທີ່ໄດ້ເຂົ້າຮ່ວມກອງປະຊຸມ One Young World ໄປແລ້ວ ແລະ ໃນເທື່ອນີ້ເຮົາຈະໄປອັບເດດກັນວ່າພາຍໃນງານຈະເປັນແນວໃດ.

One Young World ແມ່ນກອງປະຊຸມໄວໜຸ່ມທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງໃນປີນີ້ ກໍເປັນອີກຄັ້ງທີ່ທຸງລາວໄດ້ປິວສະບັດໃນກອງປະຊຸມນີ້ ໂດຍໄວໜຸ່ມລາວໄດ້ເຂົ້າຮ່ວມ ເຖິງ 2 ຄົນ, ໜຶ່ງຄົນໄດ້ປະຊຸມອອນລາຍ ທີ່ປະເທດລາວ ເພາະສະຖານະການໂຄວິດ-19 ໃນບາງປະເທດ ແລະ ອີກໜຶ່ງຄົນໄດ້ໄປປະຊຸມຕົວຈິງ ທີ່ເມືອງ ມູນິກ, ປະເທດເຢຍລະມັນ ເພາະໄລຍະທີ່ໄດ້ສະໝັກໄວໜຸ່ມຄົນດັ່ງກ່າວແມ່ນກຳລັງສຶກສາຢູ່ທີ່ປະເທດ ຮົງກາລີ ເຊິ່ງຢູ່ໃນຂອບເຂດທີ່ການລະບາດມີໜ້ອຍ. ນອກຈາກນັ້ນ, ໃນແຕ່ລະປີກໍຈະມີການປ່ຽນສະຖານທີ່ ໃນແຕ່ລະປະເທດໂດຍມີການວາງແຜນຊັດເຈນໃນແຜນຂອງເວັບໄຊ ກອງປະຊຸມ.

ສຳລັບ One Young World 2022 ແມ່ນຈະໄດ້ຈັດຂຶ້ນທີ່ ໂຕກຽວ ປະເທດຍີ່ປຸ່ນ  ແລະ 2023 ແມ່ນຈະໄດ້ຈະຂຶ້ນທີ່ ເວວເຟສ ປະເທດໄອຣ໌ແລນ ແລະ ແຕ່ລະປີກໍຈະມີຜູ້ທີ່ມີຊື່ສຽງລະດັບໂລກມາພົບປະແລກປ່ຽນ ແລະ ສົນທະນາໃນຫົວຂໍ້ທີ່ກ່ຽວກັບບ້ານຫາລະດັບໂລກຕ່າງໆ.

ຫາກໃຜສົນໃຈຢາກສະໝັກໃນປີໜ້າ ກໍສາມາດອ່ານລາຍລະອຽດໃນເວັບ ແລະ ກຽມຕົວໄວ້ເພື່ອສະໝັກກັນເລີຍໄດ້ທີ່: https://www.oneyoungworld.com

ທີ່ມາ: https://www.oneyoungworld.com/about-us

ຂອບໃຈພາບຈາກ: Sinsavanh Maybe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/