ສສ ຫວຽດນາມ ບໍ່ຖິ້ມບໍ່ປະ! ຈັດສົ່ງທີມແພດໝໍມາຊ່ວຍ ແຂວງຄຳມ່ວນ ສປປ ລາວ


ສາຍໃຍແຫ່ງຄວາມຮັກ ຫວຽດນາມອ້າຍນ້ອງລາວ ຍັງຄົງຊ່ວຍເຫຼືອກັນຕໍ່ກັບອຸປະສັກຕ່າງໆ ໂດຍສະເພາະເມື່ອມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງຫວຽດນາມກໍໄດ້ຈັດຫາອຸປະກອນການແພດເຂົ້າມາຊ່ວຍເຫຼືອ ໄດ້ຈັດສົ່ງທີມແພດໝໍມາຊ່ວຍໃນການຕ້ານພະຍາດໂຄວິດ-19 ທີ່ແຂວງຄຳມ່ວນ.

ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດທີມແພດຜູ້ຊ່ຽວຊານ ຊ່ວຍເຫຼືອໃນວຽກງານຕ້ານໂຄວິດ ພ້ອມກັບເຄື່ອງມືອຸປະກອນການແພດທີ່ກ່ຽວຂ້ອງ ເພື່ອແນໃສ່ການຈຳກັດການແຜ່ເຊື້ອ. ທີມງານດັ່ງກ່າວ ໄດ້ຮ່ວມກັບແພດໝໍຂອງແຂວງຄຳມ່ວນ ເພື່ອລົງກວດຫາເຊື້ອໃນຊຸມຊົນ ແລະ ບ້ານ ທີ່ມີຄວາມສ່ຽງໃນການແຜ່ລະບາດ.

ສຳລັບການຊ່ວຍເຫຼືອຂອງຫວຽດນາມໃນໄລຍະຜ່ານມາ ແຂວງຄຳມ່ວນກໍໄດ້ຮັບການຊ່ວຍເຫຼືອຈາກແຂວງກວາງບິ່ງ, ແຂວງຮ່າຕິ່ງ ແລະ ສະຫະບໍລິສັດ COECCO ເປັນເງິນສົດຈຳນວນ 400.000.000 ດົງ ແລະ ເປັນວັດຖຸອຸປະກອນຮັບໃຊ້ມູນຄ່າ 2.522.500.000 ດົງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຈັກຜະລິດອົກຊີ, ເຄື່ອງວັດແທກອຸນຫະພູມ, ເຄື່ອງພົ່ນຢາຂ້າເຊື້ອ, ເຄື່ອງຊຸດ PPE, ຜ້າປິດປາກ, ເຈວລ້າງມື, ນ້ຳຢາຂ້າເຊື້ອ ແລະ ເຄື່ອງບໍລິໂພກ-ອຸປະໂພກເປັນຕົ້ນ.

ການຊ່ວຍເຫຼືອຂອງແຂວງກວາງບິ່ງ ໃນຄັ້ງນີ້ ນອກຈາກສົ່ງທີມງານມາຊ່ວຍເຫຼືອທາງດ້ານວິຊາການໃນການກວດຫາເຊື້ອພະຍາດ ໂຄວິດ-19 ແລ້ວ ຍັງໄດ້ນຳເອົາເຄື່ອງກວດ PCR, ຕູ້ປອດເຊື້ອ ຂັ້ນ2 ແລະ ອຸປະກອນການແພດ ທີ່ກ່ຽວຂ້ອງມາຊ່ວຍເຫຼືອ ເພື່ອແນໃສ່ຈຳກັດການແຜ່ເຊື້ອ ແລະ ກ້າວໄປສູ່ການຄວບຄຸມເຊື້ອພະຍາດໃຫ້ເຂົ້າສູ່ສະພາບປົກະຕິ.

ສະນັ້ນ, ການຊ່ວຍເຫຼືອຂອງຫວຽດນາມ ເວົ້າສະເພາະການຊ່ວຍເຫຼືອຂອງແຂວງກວາງບິ່ງໃນຄັ້ງນີ້ ແມ່ນສະແດງເຖິງນ້ຳໃຈອັນບໍລິສຸດ, ເດັດດ່ຽວ, ຄວາມເປັນຫ່ວງເປັນໃຍ ແລະ ການຮ່ວມຕໍ່ສູ້ຢ່າງຄຽງບ່າຄຽງໄລ່ຂອງຫວຽດນາມຢ່າງຈິງໃຈ ບໍ່ວ່າຈະຢູ່ໃນສະຖານະການຫຍຸ້ງຍາກ ກໍຄືໄລຍະຕໍ່ສູ້ກັບພະຍາດໂຄວິດ 19 ໃນປັດຈຸບັນ.

ທີມແພດໄດ້ມາມາຊ່ວຍເຫຼືອຄັ້ງນີ້ ໃນວັນທີ 11 ຕຸລາ 2021 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/