ຊົມເຊີຍ! ນັກຄົ້ນຄວ້າລາວ ຄົ້ນພົບດອກເຜິ້ງຊະນິດໃໝ່ຂອງໂລກ!!!


ທ່ານ ສຸລິວັນ ຫຼ້າໜໍ່ສະຫວັນ (Soulivanh Lanorsavanh) ທີມງານຄົ້ນພົບດອກເຜິ້ງຊະນິດໃໝ່ຂອງໂລກ ທີ່ໄດ້ຕີພິມອອກມາໃນວັນອາທິດທີ່ຜ່ານມາ (17 ຕຸລາ 2021) ໃນທີມຄົ້ນຄວ້າປະກອບມີ: ທ່ານ ສຸລິວັນ ເຊິ່ງເປັນຜູ້ນຳທີມ, ອຈ ແກ້ວອຸດອນ ສຸວັນນະກຸມມານ, Pankaj Kumar, Phongphol Rakthai ແລະ S.W. Gale ໄດ້ລົງບົດຄວາມຕີພິມການຄົ້ນພົບດອກເຜິ້ງຊະນິດໃໝ່ຂອງໂລກຊື່ວ່າ 𝐶𝑦𝑚𝑏𝑖𝑙𝑎𝑏𝑖𝑎 𝑠𝑜𝑢𝑟𝑖𝑜𝑢𝑑𝑜𝑛𝑔𝑖𝑖 (Orchidaceae) ໂດຍໄດ້ຕັ້ງຊື່ທ່ານ ປອ. ສຸລິອຸດົງ ສຸນດາລາ ເພື່ອເປັນກຽດແກ່ຜູ້ເປັນອາຈານຂອງຜູ້ຄົ້ນພົບນັ້ນເອງ.

𝐶𝑦𝑚𝑏𝑖𝑙𝑎𝑏𝑖𝑎 𝑠𝑜𝑢𝑟𝑖𝑜𝑢𝑑𝑜𝑛𝑔𝑖𝑖 (Orchidaceae) ດອກເຜິ້ງຊະນິດໃໝ່ນີ້ ເປັນດອກເຜິ້ງທີ່ພົບສະເພາະຖິ່ນ ເກີດຕາມພະລານຫີນ ເຊິ່ງມີລັກສະນະເດັ່ນຄື: ກາບດອກຈະມີແຕ້ມສີບົວ ຫຼື ສີມ່ວງອ່ອນໆກະຈາຍຕາມກາບດອກ, ກີບປາກເປັນຮູບສາມຫຼ່ຽມ, ດ້ານໃນມີສີເຫຼືອງປົນສີນ້ຳຕານແດງ, ສ່ວນປາຍກີບປາກຈະເປັນສີມ່ວງ. ທ່ານ ສຸລິວັນ ຫຼ້າໜໍ່ສະຫວັນ ປັດຈຸບັນ ດຳລົງຕຳແໜ່ງວິຊາການ “ອາຈານ” ສອນທາງດ້ານພືດສາດ ລົງເລິກດ້ານອະນຸກົມວິຖານພືດ (Plant Taxonomy) ແລະ ຕຳແໜ່ງບໍລິຫານ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ ທີ່ມະຫາວິທະຍາໄລແຫ່ງຊາດ. ການຄົ້ນຄວ້າຄັ້ງນີ້ ເຕັມໄປດ້ວຍອຸປະສັກທາງທຶນ ແລະ ງົບປະມານທີ່ຊ່ວຍເຫຼືອການຄົ້ນຄວ້າໃນລາວນັ້ນແມ່ນໜ້ອຍຫຼາຍ, ແຕ່ທ່ານ ສຸລິວັນກໍບໍ່ຍອມແພ້ຈົນໄດ້ນຳທີມມາສູ່ການຄົ້ນພົບທີ່ຍິ່ງໃຫຍ່ນີ້ໄດ້ສຳເລັດ.

ນອກຈາກນີ້, ເພິ່ນຍັງໄດ້ໃຫ້ສຳພາດຕໍ່ການຄົ້ນພົບຄັ້ງນີ້ວ່າ “ຮູ້ສຶກພາກພູມໃຈຫຼາຍທີ່ໄດ້ພົບດອກເຜິ້ງຊະນິດໃໝ່ຂອງໂລກຈາກ ສປປ ລາວ ເພື່ອຢາກໃຫ້ທຸກຄົນໄດ້ຮັບຮູ້ຂໍ້ມູນຄວາມຫຼາກຫຼາຍທາງດ້ານພືດສາດໃນລາວ ໂດຍຜ່ານຊື່ຂອງອາຈານຜູ້ສິດສອນຕົນ ກໍຄືນັກຄົ້ນຄວ້າວິທະຍາສາດຂອງລາວມາຕັ້ງ ເພື່ອເປັນກຽດໃຫ້ທ່ານ” ນອກຈາກນີ້ແລ້ວ ທ່ານສຸລິວັນຍັງໄດ້ຄົ້ນພົບ ແລະ ຕີພິມພືດຊະນິດໃໝ່ຂອງໂລກເປັນ 2 ຊະນິດນຳກັນທີ່ວັງວຽງ ເມື່ອອາທິດທີ່ຜ່ານມາ ເຊິ່ງໃກ້ກັບວັນຄູແຫ່ງຊາດພໍດີ ມີຊື່ວ່າ: ສົ້ມກຸ້ງແກ້ງຍູຍ 𝐵𝑒𝑔𝑜𝑛𝑖𝑎 𝑐𝑎𝑡𝑎𝑟𝑎𝑐𝑡𝑎 Souvann., Lanors. & Lamxay ແລະ ສົ້ມກຸ້ງວັງວຽງ 𝐵𝑒𝑔𝑜𝑛𝑖𝑎 𝑣𝑜𝑙𝑢𝑝𝑡𝑢𝑎𝑟𝑖𝑎 Lanors., Souvann. & Lamxay.

ສຸດທ້າຍນີ້ ເພິ່ນໄດ້ຝາກໃຫ້ນ້ອງໆນັກສຶກສາເອົາໃຈໃສ່ຕໍ່ສາຂາທີ່ກ່ຽວຂ້ອງ ບໍ່ວ່າສາຂາໃດ ເມື່ອຕັ້ງໃຈສຶກສາຮ່ຳຮຽນເອົາຄວາມຮູ້ທາງດ້ານວິຊາການ ກໍຈະສາມາດນຳມາປະຍຸກໃຊ້ໃນວຽກງານອະນຸລັກໃຫ້ກ້າວໜ້າ ແລະ ພັດທະນາໄປໄດ້.

ໃຫ້ສຳພາດໂດຍ: ທ່ານ ສຸລິວັນ ຫຼ້າໜໍ່ສະຫວັນ
ສຳພາດໂດຍ: ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/