ທີມນັກບິນອະວະກາດ Shenzhou-13 ຂອງ ສ.ປ ຈີນ ໄດ້ເດີນທາງໄປເຖິງສະຖານີອະວະກາດຫຼັກສຳເລັດແລ້ວ


ຫຼັງຈາກທີ່ຍານອະວະກາດທີ່ມີມະນຸດຄວບຄຸມ “ເສິນໂຈ່-13” (Shenzhou-13) ໄດ້ບິນຂຶ້ນຈາກສູນປ່ອຍດາວທຽມ ຈິ່ວຊວຽນ ໃນທະເລຊາຍໂກບີທາງຕາເວັນອອກສຽງເໜືອຂອງ ສ.ປຈີນ ໃນເວລາ 00:23 ນາທີ ຂອງວັນທີ 16 ຕຸລາຕາມເວລາຂອງນະຄອນປັກກິ່ງ. ສຳນັກຂ່າວຊິນຫົວຂອງຈີນ ລາຍງານຄວາມຄືບໜ້າໃນເວລາຕໍ່ມາຂອງມື້ດຽວກັນ ໂດຍອ້າງອີງຈາກການຖະແຫຼງການຂອງອົງກອນອະວະກາດທີ່ມີມະນຸດຄວບຄຸມແຫ່ງປະເທດຈີນ (CMSA) ວ່າ ທີມນັກບິນອະວະກາດເທິງຍານອະວະກາດເສິນໂຈ່-13 ທັງ 3 ຄົນມີຄື: ໄຈ໋ຈື້ກັງ, ຫວັງຍ່າຜິງ ແລະ ເຍ່ກວງຟູ່ ໄດ້ໄປຮອດສະຖານີອະວະກາດຫຼັກຂອງຈີນແລ້ວ.

ຫຼັງຈາກຍານອະວະກາດເສິນໂຈ່-13 ປະສົບຄວາມສໍາເລັດໃນການນັດພົບແບບອັດຕະໂນມັດຢ່າງໄວວາ ແລະ ເຊື່ອມຕໍ່ກັບສະຖານີທຽນເຫີຕອນ 6:56 ຕາມເວລາຂອງນະຄອນປັກກິ່ງ, ທີມນັກບິນໄດ້ອອກຈາກແຄບຊູນຂອງຍານອະວະກາດ ແລະເຂົ້າໄປໃນແຄບຊູນທີ່ໃຊ້ໂຄຈອນໂລກເປັນທີ່ຮຽບຮ້ອຍ. .ໃນລາຍງານຍັງໄດ້ບອກອີກວ່າ ໄຈ໋ຈື້ກັງໄດ້ເປີດປະຕູ (hatch) ຂອງສະຖານີດາວທຽມທຽນເຫີ ແລະ ນັກບິນອະວະກາດທັງ 3 ຄົນກໍໄດ້ເຂົ້າໄປໃນສະຖານີຫຼັກເທື່ອລະຄົນ ເມື່ອເວລາ 9:58 ນາທີ ຕາມນະຄອນປັກກິ່ງ ໂດຍພວກເຂົາເປັນນັກບິນອະວະກາດຊຸດທີ 2 ຂອງສະຖານີອະວະກາດຈີນ ແລະ ຫວັງຍ່າຜິງ ກໍເປັນນັກບິນອະວະກາດຍິງຄົນທຳອິດທີ່ໄດ້ປະຕິບັດໜ້າທີ່ຢູ່ເທິງສະຖານີອະວະກາດນີ້. ນັກບິນອະວະກາດທັງ 3 ຄົນຈະປະຕິບັດພາລະກິດເທິງຍານດາວທຽມ ທຽນເຫີ ເປັນເວລາ 6 ເດືອນ ເຊິ່ງເປັນການໃຊ້ຊີວິດ ແລະ ເຮັດວຽກໃນອະວະກາດທີ່ຍາວນານທີ່ສຸດຂອງປະຫວັດສາດອະວະກາດຈີນ.

ພາລະກິດດັ່ງກ່າວເປັນສ່ວນໜຶ່ງຂອງການກໍ່ສ້າງສະຖານີອະວະກາດແຫ່ງທຳອິດຂອງຈີນ ທີ່ມີຊື່ວ່າ “ທຽນກົງ” ຫຼືແປວ່າ “ວັງແຫ່ງສະຫວັນ” ເຊິ່ງຈະສຳເລັດ ແລະ ໃຊ້ຢ່າງເປັນທາງການໃນປາຍປີ 2022.ສ່ວນປີ 2022 ຈະມີພາລະກິດອີກ 6 ລາຍການຄື: ການສົ່ງຂໍ້ມູນການຄຳນວນຂອງຫ້ອງປະຕິບັດການເວິ່ນທຽນ, ຄຳນວນຫ້ອງປະຕິບັດການເມິ່ງທຽນ, ຍານບັນທຸກສິ່ງຂອງ 2 ລຳ ແລະ ຍານອະວະກາດທີ່ມີມະນຸດຄວບຄຸມ 2 ລຳ ເພື່ອສ້າງສະຖານີອະວະກາດໃຫ້ສຳເລັດ.

• Link ວິດີໂອ 1 ທີມນັກບິນອະວະກາດ “ເສິນໂຈ່-13” ເຂົ້າໄປໃນສະຖານີ ທຽນເຫີ ໄດ້ສຳເລັດ https://bit.ly/3lPT0Hf

• Link ວິດີໂອ 2 ຍານອະວະກາດ ເສິນໂຈ່-13 ເຊື່ອມຕໍ່ກັບສະຖານີອະວະກາດສຳເລັດ https://bit.ly/30FScwB

ຂອບໃຈຂໍ້ມູນຈາກ: https://bit.ly/3DUMJjL

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/